Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 20:13 - ພຣະຄຳພີສັກສິ

13 ຢ່າ​ຂ້າ​ຄົນ.

Uka jalj uñjjattʼäta Copia luraña




ອົບພະຍົບ 20:13
32 Jak'a apnaqawi uñst'ayäwi  

ກະສັດ​ມານາເຊ​ຂ້າ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ຢ່າງ​ຫລວງຫລາຍ ຈົນ​ວ່າ​ຖະໜົນ​ຕ່າງໆ​ທີ່​ນະຄອນ​ເຢຣູຊາເລັມ​ນອງ​ໄປ​ດ້ວຍ​ເລືອດ; ເພິ່ນ​ໄດ້​ກະທຳ​ການນີ້​ຕື່ມ​ໃສ່​ກັບ​ການນຳພາ​ຊາວ​ຢູດາ​ໃຫ້​ຂາບໄຫວ້​ຮູບເຄົາຣົບ ອັນ​ເປັນເຫດ​ໃຫ້​ພວກເຂົາ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ກະສັດ​ໂຢອາດ​ໄດ້​ລືມໄລ​ຄຸນງາມ​ຄວາມດີ​ທີ່​ເຢໂຮຍອາດາ ພໍ່​ຂອງ​ເຊກາຣີຢາ​ໄດ້​ເຮັດ​ໄວ້​ແກ່​ຕົນ ຈົນ​ເພິ່ນ​ຕ້ອງ​ປະຫານ​ເຊກາຣີຢາ. ກ່ອນ​ເຊກາຣີຢາ​ໃກ້​ຈະ​ສິ້ນໃຈ​ຕາຍ ເພິ່ນ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າຢາເວ​ເບິ່ງ​ສິ່ງ​ທີ່​ທ່ານ​ກຳລັງ​ເຮັດ​ແລະ​ລົງໂທດ​ທ່ານ​ດ້ວຍ.”


“ຜູ້ໃດ​ກໍຕາມ​ທີ່​ທຸບຕີ​ຄົນ​ໜຶ່ງ​ໃຫ້​ເຖິງ​ຕາຍ ຈະ​ຕ້ອງ​ຮັບ​ໂທດ​ເຖິງ​ຕາຍ​ຄືກັນ.


ແຕ່​ຖ້າ​ຄົນ​ໜຶ່ງ​ເກີດ​ໂມໂຫ ແລະ​ຂ້າ​ຄົນ​ຕາຍ​ໂດຍ​ເຈດຕະນາ ເຖິງ​ແມ່ນ​ຜູ້ນັ້ນ​ຈະ​ແລ່ນ​ໜີ​ມາ​ທີ່​ແທ່ນບູຊາ​ຂອງເຮົາ ເພື່ອ​ຂໍ​ຫລົບລີ້​ໄພ​ກໍຕາມ ລາວ​ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ຖ້າ​ຜູ້ໜຶ່ງ​ໃຊ້​ໄມ້​ຂ້ຽນຕີ​ທາດຮັບໃຊ້​ຂອງຕົນ​ຕາຍ​ຄາ​ມື ລາວ​ຕ້ອງ​ຖືກ​ລົງໂທດ.


ຖ້າ​ງົວເຖິກ​ນັ້ນ​ເຄີຍ​ຊົນ​ຄົນ​ມາ​ແລ້ວ ແລະ​ເຈົ້າຂອງ​ງົວ​ກໍໄດ້​ຮັບ​ການ​ຕັກເຕືອນ​ມາ​ແລ້ວ ແຕ່​ບໍ່​ຜູກມັດ​ງົວ​ຂອງຕົນ​ໄວ້. ຕໍ່ມາ ຖ້າ​ມັນ​ຊົນ​ຄົນ​ຕາຍ ຈົ່ງ​ເອົາ​ກ້ອນຫີນ​ແກວ່ງ​ໃສ່​ງົວ​ໂຕ​ນັ້ນ​ໃຫ້​ຕາຍ ແລະ​ເຈົ້າຂອງ​ງົວ​ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ​ເໝືອນກັນ.


ຢ່າ​ໃສ່​ຄຳ​ກ່າວຫາ​ຢ່າງ​ຜິດໆ ແລະ​ຢ່າ​ປະຫານ​ຊີວິດ​ຄົນ​ບໍຣິສຸດ ເພາະ​ເຮົາ​ຈະ​ລົງໂທດ​ຄົນ​ທີ່​ກະທຳ​ຊົ່ວ​ເຊັ່ນນັ້ນ.


ຖ້າ​ພວກເຂົາ​ຊວນ​ວ່າ, “ໄປ​ກັບ​ພວກເຮົາ​ເທາະ​ໄປ​ຫາ​ດັກ​ໂຈມຕີ​ຄົນ​ທີ່​ບໍ່ມີ​ຄວາມຜິດ​ມາ​ຂ້າ​ຖິ້ມ


ແຕ່​ຄົນ​ຢ່າງ​ນັ້ນ ກຳລັງ​ຫ້າງ​ແຮ້ວ​ໃສ່​ຕົນເອງ​ເປັນ​ແຮ້ວ​ຊຶ່ງ​ຈະ​ຂ້າ​ພວກ​ເຂົາເອງ.


ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່ ເພື່ອ​ລົງໂທດ​ປະຊາກອນ​ໃນ​ໂລກນີ້ ເພາະ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ. ຄາດຕະກອນ​ທີ່​ໄດ້​ຂ້າ​ຄົນ​ຢ່າງ​ລັບລີ້​ຈະ​ຖືກ​ເປີດເຜີຍ ແລະ​ພື້ນດິນ​ກໍ​ຈະ​ບໍ່​ເຊື່ອງຊ້ອນ​ຊາກສົບ​ຂອງ​ຜູ້​ທີ່​ໄດ້​ຖືກ​ຂ້າ​ອີກ​ຕໍ່ໄປ.


ແຕ່​ຈົ່ງ​ແນ່ໃຈ​ໃນ​ເລື່ອງ​ນີ້ ຄື​ຖ້າ​ພວກທ່ານ​ສັງຫານ​ຂ້າພະເຈົ້າ ພວກທ່ານ​ແລະ​ຊາວ​ເມືອງ​ນີ້​ກໍ​ຈະ​ມີ​ຄວາມຜິດ​ໃນ​ຖານ​ຂ້າ​ຄົນ​ບໍ່ມີ​ຄວາມຜິດ ເພາະ​ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຕືອນ​ພວກທ່ານ​ໃນ​ເລື່ອງນີ້.”


ຜູ້ໃດ​ຜູ້ໜຶ່ງ​ທີ່​ຂ້າ​ຄົນ ຈະ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ


ຜູ້ໃດ​ກໍຕາມ​ທີ່​ຂ້າ​ສັດ​ຂອງ​ຄົນອື່ນ ຈະ​ຕ້ອງ​ຊົດໃຊ້​ສັດ​ນັ້ນ​ແທນ​ຄືນ, ແຕ່​ຜູ້ໃດ​ກໍຕາມ​ທີ່​ຂ້າ​ຄົນ ຈະ​ຕ້ອງ​ຖືກ​ລົງໂທດ​ໃຫ້​ເຖິງ​ຕາຍ.


ລາວ​ຖາມ​ຄືນ​ວ່າ, “ຂໍ້ຄຳສັ່ງ​ຂໍ້​ໃດ?” ພຣະເຢຊູເຈົ້າ​ຕອບ​ວ່າ, “ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວ​ເມຍ, ຢ່າ​ລັກ, ຢ່າ​ເປັນ​ພະຍານ​ບໍ່​ຈິງ


ເຈົ້າ​ກໍ​ຮູ້ຈັກ​ກົດບັນຍັດ​ທີ່​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້ອື່ນ, ຢ່າ​ລັກ​ຊັບ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ.”’


ທ່ານ​ກໍ​ຮູ້ຈັກ​ກົດບັນຍັດ​ແລ້ວ​ວ່າ, ‘ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ, ຢ່າ​ຂ້າຄົນ, ຢ່າ​ລັກຊັບ, ຢ່າ​ກ່າວຫາ​ຜູ້​ອື່ນ​ໂດຍ​ບໍ່ມີ​ຄວາມຈິງ ຈົ່ງ​ນັບຖື​ພໍ່ແມ່​ຂອງຕົນ.”’


ແຕ່​ໂປໂລ​ຮ້ອງ​ຈົນ​ສຸດ​ສຽງ​ວ່າ, “ຢ່າ​ເຮັດ​ຮ້າຍ​ໃຫ້​ຕົນເອງ ພວກເຮົາ​ຍັງ​ຢູ່​ທີ່​ນີ້​ໝົດ​ທຸກຄົນ.”


ເມື່ອ​ຊາວ​ພື້ນເມືອງ​ຂອງ​ເກາະ​ນີ້ ເຫັນ​ງູ​ຫ້ອຍ​ຢູ່​ທີ່​ມື​ຂອງ​ໂປໂລ ພວກເຂົາ​ຈຶ່ງ​ເວົ້າ​ກັນ​ວ່າ, “ຄົນ​ນີ້​ຄົງ​ເປັນ​ຜູ້ຂ້າຄົນ ເພາະ​ເວນກຳ​ຍັງ​ນຳ​ມາ​ສະໜອງ​ເອົາ​ຊີວິດ​ລາວ​ຢູ່ ເຖິງ​ແມ່ນ​ວ່າ​ລາວ​ພົ້ນ​ຈາກ​ທະເລ​ແລ້ວ​ກໍຕາມ.”


ຂໍ້​ກົດບັນຍັດ​ທີ່​ວ່າ, “ຢ່າ​ຫລິ້ນຊູ້, ຢ່າ​ຂ້າ​ຄົນ, ຢ່າ​ລັກ​ຊັບ, ຢ່າ​ໂລບ,” ທັງ​ຂໍ້​ກົດບັນຍັດ​ອື່ນໆ ກໍ​ຮ່ວມ​ຢູ່​ໃນ​ຂໍ້​ດຽວກັນ​ນີ້​ຄື “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”


ການ​ອິດສາ​ກັນ, ການ​ເສບ​ສຸຣາ​ຢາເມົາ, ການ​ກິນລ້ຽງ​ແບບ​ຊົ່ວຊ້າ ແລະ ການ​ອື່ນໆ​ອີກ ໃນທຳນອງ​ດຽວກັນ​ນີ້ ເຮົາ​ຂໍ​ເຕືອນ​ພວກເຈົ້າ​ດັ່ງ​ທີ່​ເຄີຍ​ເຕືອນ​ມາ​ແລ້ວ​ວ່າ, ຄົນ​ທີ່​ເຮັດ​ສິ່ງ​ເຫຼົ່ານີ້ ຈະ​ບໍ່ມີ​ສ່ວນ​ໃນ​ຣາຊອານາຈັກ​ຂອງ​ພຣະເຈົ້າ.


ພວກເຮົາ​ກໍ​ຮູ້​ຄື​ກັນ​ວ່າ ກົດໝາຍ​ນັ້ນ​ບໍ່ໄດ້​ຕັ້ງ​ໄວ້​ສຳລັບ​ຄົນ​ດີ ແຕ່​ຕັ້ງ​ໄວ້​ສຳລັບ​ຄົນ​ດັ່ງ​ຕໍ່ໄປນີ້ ຄື​ຄົນ​ລະເມີດ​ກົດໝາຍ​ແລະ​ຜູ້​ເຮັດ​ການ​ຊົ່ວຮ້າຍ, ຄົນຊົ່ວຊ້າ​ແລະ​ຄົນ​ບໍ່​ຢ້ານ​ບາບກຳ, ຄົນ​ບໍ່​ເຄົາຣົບ​ນັບຖື​ພຣະເຈົ້າ​ແລະ​ສິ່ງ​ສັກສິດ, ຄົນ​ຂ້າ​ພໍ່​ຕີ​ແມ່, ຜູ້ຮ້າຍ​ຂ້າ​ຄົນ,


ດ້ວຍວ່າ, ພຣະອົງ​ຜູ້​ທີ່​ກ່າວ​ວ່າ, “ຢ່າ​ຫລິ້ນຊູ້​ສູ່ຜົວເມຍ” ກໍ​ຍັງ​ຊົງ​ກ່າວ​ອີກ​ວ່າ, “ຢ່າ​ຂ້າ​ຄົນ.” ເຖິງ​ແມ່ນ​ວ່າ ເຈົ້າ​ບໍ່ໄດ້​ຫລິ້ນຊູ້​ສູ່ຜົວເມຍ ແຕ່​ໄດ້​ຂ້າ​ຄົນ ເຈົ້າ​ກໍ​ກາຍເປັນ​ຜູ້​ທີ່​ຝ່າຝືນ​ກົດບັນຍັດ​ແລ້ວ.


ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka