Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 20:12 - ພຣະຄຳພີສັກສິ

12 ຈົ່ງ​ໃຫ້ກຽດ​ພໍ່​ແມ່​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ແກ່​ເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 20:12
42 Jak'a apnaqawi uñst'ayäwi  

ແລ້ວ​ໂຢເຊັບ​ກໍ​ເອົາ​ເຂົາ​ທັງສອງ​ອອກ​ຈາກ​ຕັກ​ຂອງ​ຢາໂຄບ ແລະ​ພາ​ພວກເຂົາ​ກົ້ມ​ຂາບລົງ​ຕໍ່ໜ້າ​ເພິ່ນ.


ດັ່ງນັ້ນ ພວກ​ລູກຫລານ​ຂອງ​ຢາໂຄບ​ຈຶ່ງ​ເຮັດ​ຕາມ ສິ່ງ​ທີ່​ພໍ່​ໄດ້​ສັ່ງ​ພວກເຂົາ​ທຸກປະການ;


ດັ່ງນັ້ນ ຣາຊິນີ​ບັດເຊບາ​ຈຶ່ງ​ໄດ້​ໄປ​ຖາມ​ກະສັດ​ໃຫ້​ອາໂດນີຢາ. ກະສັດ​ລຸກ​ຢືນ​ຂຶ້ນ​ແລະ​ກົ້ມຂາບ​ແມ່. ແລ້ວ​ເພິ່ນ​ກໍ​ນັ່ງ​ລົງ​ເທິງ​ບັນລັງ ແລະ​ສັ່ງ​ຄົນ​ໃຫ້​ເອົາ​ຕັ່ງ​ມາ​ໃຫ້​ແມ່​ນັ່ງ​ເບື້ອງຂວາ​ຂອງຕົນ.


ເອລີຊາ​ເຫັນ ຈຶ່ງ​ຮ້ອງ​ໃສ່​ເອລີຢາ​ວ່າ, “ພໍ່ເອີຍ ພໍ່ເອີຍ ລົດຮົບ​ແລະ​ທະຫານ​ມ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ທ່ານ​ໄດ້​ຈາກ​ໄປ​ແລ້ວໜໍ.” ແລ້ວ​ເອລີຊາ​ກໍ​ບໍ່ໄດ້​ເຫັນ​ເອລີຢາ​ອີກ​ຕໍ່ໄປ. ດ້ວຍ​ຄວາມ​ໂສກເສົ້າ ເອລີຊາ​ຈຶ່ງ​ຈີກ​ເສື້ອຄຸມ​ຂອງຕົນ​ເປັນ​ສອງ​ຕ່ອນ.


ຜູ້ໃດ​ກໍຕາມ​ທີ່​ຕົບຕີ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ຜູ້ໃດ​ກໍຕາມ​ທີ່​ສາບແຊ່ງ​ພໍ່​ແມ່​ຂອງຕົນ ຈະ​ຕ້ອງ​ໄດ້​ຮັບ​ໂທດ​ເຖິງ​ຕາຍ.


ຄົນໂງ່ຈ້າ​ປະໝາດ​ຄຳ​ພໍ່​ບອກສອນ, ແຕ່​ຄົນມີ​ປັນຍາ​ຮັບ​ເອົາ​ໄປ​ປະຕິບັດ​ພ້ອມ.


ພໍ່ເຖົ້າ​ແມ່ເຖົ້າ​ພູມໃຈ​ໃນ​ລູກຫລານ​ຂອງຕົນ ດັ່ງ​ພວກ​ລູກ​ທີ່​ພູມໃຈ​ໃນ​ຕົວ​ຜູ້​ເປັນ​ພໍ່​ແມ່.


ຄົນ​ທີ່​ດ່າ​ພໍ່​ຕີ​ແມ່​ກໍ​ຈະ​ຈົບ​ຊີວິດ​ລົງ ດັ່ງ​ຕະກຽງ​ທີ່​ມອດ​ໃນ​ຄວາມມືດ.


ຜູ້​ທີ່​ຄິດ​ວ່າ, “ການ​ລັກ​ເອົາ​ເຄື່ອງຂອງ​ພໍ່​ແມ່​ນັ້ນ​ບໍ່​ຜິດ​ຫຍັງ” ລາວ​ບໍ່ມີ​ຫຍັງ​ດີ​ລື່ນ​ກວ່າ​ຄົນ​ຂີ້ລັກ.


ປັນຍາ​ເຮັດ​ໃຫ້​ເຈົ້າ​ມີ​ຊີວິດ​ຍືນຍາວ​ທັງ​ມີ​ຊັບສິນ ແລະ​ກຽດສັກສີ​ດ້ວຍ.


ຜູ້​ທີ່​ດ່າ​ພໍ່​ແລະ​ບໍ່​ຊົມເຊີຍ​ແມ່​ຂອງຕົນ ຄົນ​ຢ່າງນີ້​ກໍມີ.


ຜູ້​ທີ່​ເຍາະເຍີ້ຍ​ພໍ່ ຫລື​ຊັງ​ແມ່​ຂອງຕົນ​ທີ່​ເຖົ້າແກ່​ແລ້ວ ຈະ​ຖືກ​ຝູງ​ແຮ້ງ ຫລື​ຝູງ​ກາ​ເຈາະ​ແກ່ນຕາ​ແລະ​ກັດກິນ.


ແລ້ວ​ຂ້າພະເຈົ້າ​ກໍ​ບອກ​ຄົນ​ໃນ​ຕະກຸນ​ເຣກາບ​ນັ້ນ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ, ‘ຍ້ອນ​ພວກເຈົ້າ​ໄດ້​ເຊື່ອຟັງ​ຄຳສັ່ງ​ທີ່​ໂຢນາດາບ​ບັນພະບຸລຸດ​ຂອງ​ພວກເຈົ້າ ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ນັ້ນ; ພວກເຈົ້າ​ຈຶ່ງ​ເຮັດ​ຕາມ​ຄຳແນະນຳ​ທຸກຢ່າງ​ຂອງ​ລາວ ແລະ​ພວກເຈົ້າ​ໄດ້​ເຮັດ​ທຸກໆ​ສິ່ງ​ທີ່​ລາວ​ໄດ້​ສັ່ງ​ພວກເຈົ້າ.’


ພວກເຈົ້າ​ຢ່າ​ສ້າງ​ເຮືອນ ຫລື​ເຮັດ​ໄຮ່​ເຮັດ​ນາ ຫລື​ເຮັດ​ສວນອະງຸ່ນ ຫລື​ຊື້​ສິ່ງ​ເຫຼົ່ານີ້, ແຕ່​ພວກເຈົ້າ​ຈະ​ອາໄສ​ຢູ່​ໃນ​ຜ້າເຕັນ​ເລື້ອຍໄປ ເພື່ອ​ພວກເຈົ້າ​ຈະ​ໄດ້​ຢູ່​ຢ່າງ​ຍາວນານ​ໃນ​ດິນແດນ​ນີ້​ດັ່ງ​ຊາວ​ຕ່າງດ້າວ.’


ໃນ​ເມືອງ​ບໍ່ມີ​ຜູ້ໃດ​ທີ່​ນັບຖື​ພໍ່​ແມ່​ຂອງຕົນ. ເຈົ້າ​ສໍ້ໂກງ​ຄົນຕ່າງດ້າວ ແລະ​ເອົາລັດ​ເອົາປຽບ​ພວກ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ເຈົ້າ​ແຕ່ລະຄົນ​ຕ້ອງ​ນັບຖື​ພໍ່​ແມ່​ຂອງ​ຕົນ ແລະ​ຢຶດຖື​ວັນ​ຊະບາໂຕ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ໄວ້. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ຈົ່ງ​ສະແດງ​ຄວາມ​ເຄົາຣົບ​ນັບຖື​ແກ່​ຄົນ​ເຖົ້າແກ່​ຊະຣາ ແລະ​ໃຫ້ກຽດ​ແກ່​ເພິ່ນ. ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ ແລະ​ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.”


ເຈົ້າ​ກໍ​ຮູ້ຈັກ​ກົດບັນຍັດ​ທີ່​ວ່າ, ‘ຢ່າ​ຂ້າ​ຄົນ, ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ​ຜູ້ອື່ນ, ຢ່າ​ລັກ​ຊັບ, ຢ່າ​ເປັນ​ພະຍານ​ບໍ່​ຈິງ, ຢ່າ​ສໍ້ໂກງ, ຈົ່ງ​ນັບຖື​ພໍ່​ແມ່​ຂອງຕົນ.”’


ໂມເຊ​ໄດ້​ສັ່ງ​ໄວ້​ວ່າ, ‘ຈົ່ງ​ເຄົາຣົບ​ນັບຖື​ພໍ່​ແມ່​ຂອງຕົນ’ ແລະ ‘ຜູ້ໃດ​ກໍຕາມ​ທີ່​ປ້ອຍດ່າ ສາບແຊ່ງ​ພໍ່​ແມ່​ຂອງຕົນ​ຕ້ອງ​ຖືກ​ລົງໂທດ​ເຖິງ​ຕາຍ.’


ທ່ານ​ກໍ​ຮູ້ຈັກ​ກົດບັນຍັດ​ແລ້ວ​ວ່າ, ‘ຢ່າ​ຫລິ້ນຊູ້​ສູ່​ຜົວເມຍ, ຢ່າ​ຂ້າຄົນ, ຢ່າ​ລັກຊັບ, ຢ່າ​ກ່າວຫາ​ຜູ້​ອື່ນ​ໂດຍ​ບໍ່ມີ​ຄວາມຈິງ ຈົ່ງ​ນັບຖື​ພໍ່ແມ່​ຂອງຕົນ.”’


ເນື່ອງ​ດ້ວຍ​ພວກເຈົ້າ​ມີ​ຄວາມ​ຢຳເກງ​ພຣະຄຣິດ ຈົ່ງ​ຍອມ​ຟັງ​ຊຶ່ງກັນແລະກັນ.


“ຈົ່ງ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້ ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້ ແລ້ວ​ພວກເຈົ້າ​ກໍ​ຈະ​ສາມາດ​ຂ້າມ​ແມ່ນໍ້າ ແລະ​ຢຶດຄອງ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ນັ້ນ.


ພວກເຈົ້າ​ຈະ​ມີ​ຊີວິດ​ໝັ້ນຍືນ​ຢູ່​ໃນ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ມອບ​ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຂົາ.


“ຖ້າ​ວ່າ​ຜູ້ໜຶ່ງ​ມີ​ລູກຊາຍ​ທີ່​ດື້ດ້ານ​ແລະ​ບໍ່​ຢູ່​ໃນ​ຄຳ​ໂອວາດ ຄື​ລູກຊາຍ​ທີ່​ບໍ່​ຟັງ​ຄວາມ​ພໍ່​ແມ່​ຂອງ​ຕົນ ເຖິງ​ແມ່ນ​ວ່າ​ພໍ່​ແມ່​ໄດ້​ລົງໂທດ​ລາວ​ແລ້ວ​ກໍຕາມ.


ຈົ່ງ​ໃຊ້​ເຄື່ອງ​ຊັ່ງຕວງ​ກັບ​ເຄື່ອງ​ວັດແທກ​ທີ່​ຖືກຕ້ອງ​ແລະ​ທ່ຽງທຳ. ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ນັ້ນ​ໄດ້​ດົນນານ.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຄົາຣົບ​ນັບຖື​ພໍ່​ແມ່​ຂອງຕົນ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


ຄຳສັ່ງສອນ​ເຫຼົ່ານີ້ ບໍ່ແມ່ນ​ຖ້ອຍຄຳ​ທີ່​ບໍ່ມີ​ປະໂຫຍດ ມັນ​ເປັນ​ຖ້ອຍຄຳ​ທີ່​ໃຫ້​ພວກເຈົ້າ​ມີ​ຊີວິດ. ສະນັ້ນ ຈົ່ງ​ເຮັດ​ຕາມ​ນັ້ນ ແລະ​ພວກເຈົ້າ​ຈະ​ມີ​ອາຍຸ​ຍືນຍາວ ໃນ​ດິນແດນ​ທາງ​ຟາກ​ເບື້ອງ​ນັ້ນ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ.”


ຖ້າ​ເປັນ​ເຊັ່ນນັ້ນ ຂ້າພະເຈົ້າ​ຂໍ​ໃຫ້​ສະຫວັນ​ກັບ​ແຜ່ນດິນ​ໂລກ ຈົ່ງ​ເປັນ​ພະຍານ​ຕໍ່ສູ້​ພວກເຈົ້າ​ໃນ​ວັນນີ້ ແລະ​ພວກເຈົ້າ​ຈະ​ດັບສູນ​ຈາກ​ດິນແດນ​ນີ້​ໃນບໍ່ຊ້າ. ພວກເຈົ້າ​ຈະ​ບໍ່ໄດ້​ຢູ່​ຍາວນານ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ​ຢຶດຄອງ​ນັ້ນ ແລະ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ຈົນ​ໝົດ​ສິ້ນ.


ຈົ່ງ​ປະຕິບັດ​ຕາມ​ກົດບັນຍັດ​ແລະ​ຂໍ້​ຄຳສັ່ງ​ທຸກ​ຂໍ້​ຂອງ​ພຣະອົງ ທີ່​ຂ້າພະເຈົ້າ​ໄດ້​ໃຫ້​ພວກເຈົ້າ​ໃນວັນນີ້ ແລະ​ພວກເຈົ້າ​ພ້ອມ​ລູກຫລານ​ກໍ​ຈະ​ຢູ່ເຢັນ​ເປັນ​ສຸກ. ພວກເຈົ້າ​ຈະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ​ນີ້​ຕະຫລອດໄປ.”


ຈົ່ງ​ນັບຖື​ພໍ່​ແມ່​ຂອງ​ພວກເຈົ້າ ຕາມ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ໄວ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນ​ສຸກ ແລະ​ພວກເຈົ້າ​ຈະ​ມີ​ອາຍຸ​ໝັ້ນຍືນ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຈົ້າ​ນັ້ນ.


ຈົ່ງ​ດຳເນີນ​ຕາມ​ວິຖີ​ທາງ​ທັງໝົດ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ຢູ່ເຢັນ​ເປັນສຸກ​ຈະເລີນ​ຮຸ່ງເຮືອງ ແລະ​ມີ​ຊີວິດ​ຍືນຍາວ​ໃນ​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ​ນັ້ນ.”


ເພື່ອ​ພວກເຈົ້າ​ແລະ​ເຊື້ອສາຍ​ຂອງ​ພວກເຈົ້າ ຈະ​ໄດ້​ຢຳເກງ​ໃຫ້ກຽດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ກົດບັນຍັດ​ທຸກ​ຂໍ້​ທີ່​ຂ້າພະເຈົ້າ​ກຳລັງ​ມອບ​ໃຫ້​ພວກເຈົ້າ ເພື່ອ​ພວກເຈົ້າ​ຈະ​ມີ​ຊີວິດ​ຢູ່​ຍືນຍາວ​ໃນ​ດິນແດນ​ນັ້ນ.


ຝ່າຍ​ລູກ​ທັງຫລາຍ ແມ່ນ​ໜ້າທີ່​ຂອງ​ພວກເຈົ້າ ໃນ​ຖານະ​ທີ່​ເປັນ​ຄຣິສຕຽນ ຕ້ອງ​ນົບນ້ອມ​ເຊື່ອຟັງ​ພໍ່​ແມ່​ຂອງຕົນ​ຢູ່​ສະເໝີ ເພາະ​ການ​ປະພຶດ​ຢ່າງ​ນັ້ນ ເປັນ​ທີ່​ພໍພຣະໄທ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ດັ່ງນັ້ນ ນາງຣຸດ​ຈຶ່ງ​ເຂົ້າ​ໄປ​ທີ່​ລານ​ຟາດເຂົ້າ ແລະ​ເຮັດ​ຕາມ​ທີ່​ຍ່າ​ໄດ້​ບອກ​ນັ້ນ​ທຸກຢ່າງ.


ຕໍ່ມາ ດາວິດ​ໄດ້​ອອກ​ຈາກ​ບ່ອນ​ນີ້​ໄປ​ທີ່​ເມືອງ​ມີຊະປາ​ໃນ​ດິນແດນ​ໂມອາບ. ເພິ່ນ​ໄດ້​ກ່າວ​ແກ່​ກະສັດ​ແຫ່ງ​ໂມອາບ​ວ່າ, “ຂໍໂຜດ​ໃຫ້​ພໍ່​ແມ່​ຂອງ​ຂ້ານ້ອຍ​ມາ​ຢູ່​ກັບ​ທ່ານ​ຊົ່ວຄາວ ຈົນກວ່າ​ຂ້ານ້ອຍ​ຈະ​ຮູ້ຈັກ​ວ່າ ພຣະເຈົ້າ​ຈະ​ກະທຳການ​ຢ່າງໃດ​ສຳລັບ​ຂ້ານ້ອຍ​ແທ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka