Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 20:1 - ພຣະຄຳພີສັກສິ

1 ຕໍ່ໄປ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ທີ່​ໄດ້​ສັ່ງ​ປະຊາຊົນ​ອິດສະຣາເອນ ດັ່ງນີ້:

Uka jalj uñjjattʼäta Copia luraña




ອົບພະຍົບ 20:1
11 Jak'a apnaqawi uñst'ayäwi  

ທີ່​ພູເຂົາ​ຊີນາຍ​ພຣະອົງ​ໄດ້​ລົງ​ມາ​ຈາກ​ສະຫວັນ; ພຣະອົງ​ໄດ້​ກ່າວ​ແກ່​ປະຊາຊົນ​ໃນ​ທີ່ນັ້ນ ແລະ​ໄດ້​ມອບ​ກົດບັນຍັດ​ທີ່​ດີ​ແກ່​ພວກເພິ່ນ ທັງ​ຄຳ​ສັ່ງສອນ​ທີ່​ມີ​ຫລັກ​ແກ່​ພວກເພິ່ນ​ດ້ວຍ.


ໂມເຊ​ຈຶ່ງ​ໄດ້ລົງ​ຈາກ​ພູ​ມາ​ຫາ​ປະຊາຊົນ ແລະ​ໄດ້ກ່າວ​ຖ້ອຍຄຳ​ທັງຫລາຍ​ນີ້​ໃຫ້​ພວກເຂົາ​ຟັງ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຜູ້​ທີ່​ໄດ້​ນຳພາ​ເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ເຈົ້າ​ຕົກ​ເປັນ​ທາດຮັບໃຊ້.


ໂມເຊ​ຜູ້​ນີ້​ແຫຼະ ທີ່​ຮ່ວມ​ຊຸມນຸມ​ກັບ​ປະຊາຊົນ​ອິດສະຣາເອນ ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ເພິ່ນ​ໄດ້​ຢູ່​ໃນ​ທີ່ນັ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ກັບ​ເທວະດາ​ຕົນ​ທີ່​ໄດ້​ກ່າວ​ແກ່​ເພິ່ນ​ທີ່​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ເພິ່ນ​ໄດ້​ຮັບ​ພຣະທຳ​ອັນ​ມີ​ຊີວິດ​ຖາວອນ​ມາ​ໃຫ້​ພວກເຮົາ.


ເຈົ້າ​ທັງຫລາຍ​ເປັນ​ຜູ້​ທີ່​ໄດ້​ຮັບ​ກົດບັນຍັດ​ຂອງ​ພຣະເຈົ້າ ຈາກ​ເທວະດາ, ແຕ່​ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ຕາມ​ກົດບັນຍັດ​ນັ້ນ​ເລີຍ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ຂຽນ​ຂໍ້​ຄວາມ​ຢ່າງ​ດຽວກັນ​ກັບ​ແຜ່ນ​ທຳອິດ​ນັ້ນ​ໃສ່ ຄື​ຄຳສັ່ງ​ສິບ​ຂໍ້​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຈົ້າ ເມື່ອ​ພຣະອົງ​ໄດ້​ກ່າວ​ຈາກ​ແປວ​ໄຟ ໃນ​ມື້​ທີ່​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ທີ່​ພູ. ພຣະເຈົ້າຢາເວ​ໄດ້​ມອບ​ແຜ່ນ​ຫີນ​ໃຫ້​ຂ້າພະເຈົ້າ


ມີ​ປະຊາຊົນ​ຊາດ​ໃດໆ​ຍັງ​ມີ​ຊີວິດ​ຢູ່​ເໝືອນ​ດັ່ງ​ພວກເຈົ້າ​ແດ່ ຫລັງຈາກ​ທີ່​ໄດ້ຍິນ​ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ອອກ​ມາ​ຈາກ​ແປວໄຟ.


ພຣະອົງ​ໃຫ້​ພວກເຈົ້າ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຈາກ​ສະຫວັນ ເພື່ອ​ພຣະອົງ​ຈະ​ສອນ​ພວກເຈົ້າ ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍໄດ້​ໃຫ້​ພວກເຈົ້າ​ເຫັນ​ໄຟ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ຈາກ​ໄຟ​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຈົ້າ.


ແມ່ນ​ຂໍ້ຄຳສັ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ທຸກຄົນ ເມື່ອ​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ທີ່​ເທິງ​ພູ​ນັ້ນ. ເມື່ອ​ພຣະອົງ​ໄດ້​ກ່າວ​ດ້ວຍ​ສຽງ​ທີ່​ເຕັມ​ດ້ວຍ​ຣິດອຳນາດ ຈາກ​ແປວໄຟ​ແລະ​ຈາກ​ເມກ​ອັນ​ໜາຕຶບ ພຣະອົງ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້ ແລະ​ບໍ່ມີ​ຂໍ້ຄຳສັ່ງ​ອື່ນ​ອີກ ແລ້ວ​ພຣະອົງ​ກໍໄດ້​ຈາລຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ ໃສ່​ແຜ່ນ​ຫີນ​ສອງ​ແຜ່ນ ແລະ​ມອບ​ໃຫ້​ຂ້າພະເຈົ້າ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ຈາກ​ແປວໄຟ​ໜ້າ​ຕໍ່ໜ້າ​ກັບ​ພວກເຈົ້າ​ທີ່​ເທິງ​ພູ​ນັ້ນ.


‘ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ນຳພາ​ເອົາ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ເຄີຍ​ຕົກ​ເປັນ​ທາດຮັບໃຊ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka