9 ລູກສາວກະສັດຟາໂຣສັ່ງຍິງນັ້ນວ່າ, “ຈົ່ງເອົາເດັກນ້ອຍຄົນນີ້ໄປລ້ຽງໄວ້ໃຫ້ຂ້ອຍ ແລະຂ້ອຍຈະໃຫ້ຄ່າລ້ຽງແກ່ເຈົ້າ.” ສະນັ້ນ ນາງຈຶ່ງຮັບເອົາເດັກນ້ອຍຜູ້ນີ້ໄປລ້ຽງໄວ້.
ຕໍ່ມາ ເມື່ອເດັກໃຫຍ່ຂຶ້ນແດ່ແລ້ວ ແມ່ລ້ຽງກໍໄດ້ນຳເດັກນ້ອຍນັ້ນມາ ແລະມອບໃຫ້ລູກສາວຂອງກະສັດຟາໂຣ. ນາງໄດ້ຮັບລ້ຽງເດັກຊາຍຜູ້ນີ້ໄວ້ເປັນລູກຊາຍຂອງຕົນເອງ ໂດຍເວົ້າວ່າ, “ຍ້ອນຂ້ອຍໄດ້ເດັກນ້ອຍຄົນນີ້ມາຈາກນໍ້າ. ສະນັ້ນ ຂ້ອຍຈຶ່ງຈະຕັ້ງຊື່ໃຫ້ລາວວ່າ ໂມເຊ.”
ນາງຕອບວ່າ, “ຈົ່ງໄປຫາໃຫ້ແດ່.” ດັ່ງນັ້ນ ເດັກຍິງຈຶ່ງໄປເອີ້ນເອົາແມ່ຂອງເດັກນ້ອຍມາ.