7 ສ່ວນເອື້ອຍຂອງລາວກໍຟ້າວມາຖາມລູກສາວຂອງກະສັດຟາໂຣວ່າ, “ຢາກໃຫ້ຂ້ານ້ອຍໄປຫາຍິງຊາວເຮັບເຣີ ມາລ້ຽງເດັກນ້ອຍໃຫ້ຫລືບໍ່?”
ແລ້ວນາງມີຣີອາມ ເອື້ອຍອາໂຣນທີ່ເປັນຜູ້ທຳນວາຍກໍຕີກອງອອກໜ້າ ຕິດຕາມດ້ວຍຜູ້ຍິງທຸກຄົນທັງຕີກອງແລະຟ້ອນລຳ.
ຜູ້ເປັນເອື້ອຍຂອງເດັກນ້ອຍນັ້ນກໍຢືນຢູ່ຫ່າງໆ ເພື່ອຢາກຮູ້ວ່າຈະມີຫຍັງເກີດຂຶ້ນແກ່ນ້ອງຂອງຕົນ.
ເມື່ອເປີດເບິ່ງໃນອູ່ ນາງກໍເຫັນເດັກນ້ອຍຜູ້ຊາຍນອນຮ້ອງໄຫ້ຢູ່. ນາງເກີດສົງສານເລີຍເວົ້າວ່າ, “ເດັກນີ້ແມ່ນລູກຂອງຊາວເຮັບເຣີ.”
ນາງຕອບວ່າ, “ຈົ່ງໄປຫາໃຫ້ແດ່.” ດັ່ງນັ້ນ ເດັກຍິງຈຶ່ງໄປເອີ້ນເອົາແມ່ຂອງເດັກນ້ອຍມາ.
ໂມເຊໄດ້ແຕ່ງງານກັບຍິງສາວຜູ້ໜຶ່ງທີ່ເປັນຊາວກູເຊ ແລະມີຣີອາມກັບອາໂຣນໄດ້ຕໍ່ສູ້ໂມເຊກ່ຽວກັບເລື່ອງນີ້.
ເມຍຂອງລາວແມ່ນໂຢເກເບັດ ລູກສາວຂອງເລວີທີ່ເກີດໃນປະເທດເອຢິບ. ນາງໄດ້ເກີດລູກຊາຍໃຫ້ອຳຣາມສອງຄົນ ດັ່ງນີ້: ອາໂຣນ ແລະ ໂມເຊກັບລູກສາວຜູ້ໜຶ່ງຊື່ມີຣີອາມ.