Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 2:6 - ພຣະຄຳພີສັກສິ

6 ເມື່ອ​ເປີດ​ເບິ່ງ​ໃນ​ອູ່ ນາງ​ກໍ​ເຫັນ​ເດັກນ້ອຍ​ຜູ້ຊາຍ​ນອນ​ຮ້ອງໄຫ້​ຢູ່. ນາງ​ເກີດ​ສົງສານ​ເລີຍ​ເວົ້າ​ວ່າ, “ເດັກ​ນີ້​ແມ່ນ​ລູກ​ຂອງ​ຊາວ​ເຮັບເຣີ.”

Uka jalj uñjjattʼäta Copia luraña




ອົບພະຍົບ 2:6
10 Jak'a apnaqawi uñst'ayäwi  

ຂໍໂຜດ​ຍົກ​ບາບ​ທັງໝົດ​ກັບ​ການ​ກະບົດ​ຕ່າງໆ​ຂອງ​ພວກເຂົາ​ທີ່​ຕໍ່ສູ້​ພຣະອົງ ຂໍ​ໃຫ້​ເຫຼົ່າ​ສັດຕູ​ປະຕິບັດ​ຕໍ່​ພວກເຂົາ​ດ້ວຍ​ຄວາມ​ເມດຕາ​ດ້ວຍ​ເທີ້ນ


ຂ້າແດ່ ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ບັດນີ້ ຂໍ​ພຣະອົງ​ຮັບ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ຂ້ານ້ອຍ ແລະ​ຄຳພາວັນນາ​ອະທິຖານ​ຂອງ​ບັນດາ​ຜູ້ຮັບໃຊ້​ຄົນອື່ນໆ​ຂອງ​ພຣະອົງ ຜູ້​ທີ່​ຢຳເກງ​ໃຫ້ກຽດ​ນາມຊື່​ຂອງ​ພຣະອົງ​ແດ່ທ້ອນ. ໃນວັນນີ້ ຂໍ​ພຣະອົງ​ໂຜດ​ປະທານ​ໄຊຊະນະ​ໃຫ້​ແກ່​ຂ້ານ້ອຍ ໂດຍ​ບັນດານ​ໃຫ້​ເພິ່ນ​ເມດຕາ​ຂ້ານ້ອຍ​ດ້ວຍ​ເຖີດ.” ໃນ​ສະໄໝ​ນັ້ນ ຂ້າພະເຈົ້າ​ໄດ້​ເປັນ​ຜູ້​ຢາຍ​ເຫຼົ້າ​ອະງຸ່ນ​ປະຈຳ​ໂຕະ​ຂອງ​ກະສັດ.


ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ທີ່​ກົດຂີ່​ພວກເຂົາ ເມດຕາ​ສົງສານ​ພວກເຂົາ​ດ້ວຍ.


ແຕ່​ກະສັດ​ຟາໂຣ​ກໍໄດ້​ສັ່ງ​ປະຊາຊົນ​ຂອງຕົນ​ວ່າ, “ລູກ​ຜູ້ຊາຍ​ທຸກໆ​ຄົນ​ຂອງ​ຊາວ​ເຮັບເຣີ​ທີ່​ເກີດ​ໃໝ່ ໃຫ້​ຖິ້ມ​ລົງ​ໃນ​ແມ່ນໍ້ານິນ, ແຕ່​ລູກ​ຜູ້ຍິງ​ຈົ່ງ​ປະ​ໄວ້​ໃຫ້​ມີ​ຊີວິດ​ຢູ່.”


ຕໍ່ມາ ລູກສາວ​ຂອງ​ກະສັດ​ຟາໂຣ​ໄດ້​ລົງ​ມາ​ອາບນໍ້າ ສ່ວນ​ພວກ​ສາວ​ຮັບໃຊ້​ກໍ​ພາກັນ​ຍ່າງ​ເລາະ​ຫລີ້ນ​ຢູ່​ຕາມ​ແຄມ​ຝັ່ງ ເມື່ອ​ກຳລັງ​ອາບນໍ້າ​ຢູ່​ນັ້ນ ນາງ​ເລີຍ​ຫລຽວເຫັນ​ອູ່​ຢູ່​ກາງ​ກໍຫຍ້າ ນາງ​ຈຶ່ງ​ບອກ​ສາວ​ຮັບໃຊ້​ໄປ​ເອົາ​ມາ​ເບິ່ງ.


ສ່ວນ​ເອື້ອຍ​ຂອງລາວ​ກໍ​ຟ້າວ​ມາ​ຖາມ​ລູກສາວ​ຂອງ​ກະສັດ​ຟາໂຣ​ວ່າ, “ຢາກ​ໃຫ້​ຂ້ານ້ອຍ​ໄປ​ຫາ​ຍິງ​ຊາວ​ເຮັບເຣີ ມາ​ລ້ຽງ​ເດັກນ້ອຍ​ໃຫ້​ຫລື​ບໍ່?”


ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.


ເພື່ອ​ວ່າ​ຈະ​ບໍ່ມີ​ຜູ້ໃດ​ເອົາ​ພີ່ນ້ອງ​ອິດສະຣາເອນ​ນຳ​ກັນ​ເປັນ​ທາດຮັບໃຊ້.


ແລະ​ເມື່ອ​ເຂົາ​ເອົາ​ໂມເຊ​ອອກ​ໄປ​ຈາກ​ເຮືອນ ລູກສາວ​ຂອງ​ກະສັດ​ຟາໂຣ ກໍ​ຮັບ​ເອົາ​ໄປ​ລ້ຽງ​ໄວ້​ເປັນ​ລູກຊາຍ​ຂອງຕົນ.


ໃນ​ທີ່ສຸດ​ນີ້ ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ, ຈົ່ງ​ເຫັນອົກ​ເຫັນໃຈ​ກັນ, ຈົ່ງ​ຮັກ​ກັນ​ເໝືອນ​ພີ່ນ້ອງ​ຮ່ວມ​ທ້ອງ, ຈົ່ງ​ມີ​ຈິດໃຈ​ເມດຕາ ແລະ​ອ່ອນນ້ອມ​ຖ່ອມຕົວ​ລົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka