22 ນາງໄດ້ເກີດລູກຊາຍຜູ້ໜຶ່ງໃຫ້ໂມເຊ ແລະໂມເຊຄິດໃນໃຈວ່າ, “ຂ້ອຍເປັນຄົນຕ່າງດ້າວທີ່ໄດ້ມາອາໄສຢູ່ໃນປະເທດນີ້. ສະນັ້ນ ຂ້ອຍຈຶ່ງຈະໃສ່ຊື່ໃຫ້ລູກຊາຍຜູ້ນີ້ວ່າ ເກໂຊມ.”
“ຂ້ານ້ອຍເປັນຄົນຕ່າງດ້າວທີ່ອາໄສຢູ່ທ່າມກາງພວກທ່ານ; ສະນັ້ນ ຂໍຂາຍທີ່ດິນບາງຕອນໃຫ້ຂ້ານ້ອຍ ເພື່ອຈະໄດ້ຝັງສົບເມຍຂອງຂ້ານ້ອຍແດ່ທ້ອນ.”
ພວກເຂົາທ່ອງທ່ຽວຈາກປະເທດນີ້ສູ່ທີ່ອື່ນໄກ ຈາກອານາຈັກນີ້ໄປສູ່ອານາຈັກອື່ນອີກ.
ພວກຂ້ານ້ອຍມີຊີວິດທີ່ຜ່ານມາ ດັ່ງຄົນທີ່ຖືກເນລະເທດແລະຄົນຕ່າງດ້າວ ເໝືອນບັນພະບຸລຸດຂອງພວກຂ້ານ້ອຍທີ່ເຄີຍເປັນມາ. ຊີວິດຂອງພວກຂ້ານ້ອຍປຽບດັ່ງເງົາທີ່ຜ່ານພົ້ນໄປ ແລະພວກຂ້ານ້ອຍກໍບໍ່ອາດຫລີກລ້ຽງຈາກຄວາມຕາຍໄດ້.
ຂ້ານ້ອຍຢູ່ໃນແຜ່ນດິນໂລກພຽງແຕ່ຊົ່ວຄາວ ຂໍຢ່າປິດບັງກົດບັນຍັດຂອງພຣະອົງຈາກຂ້ານ້ອຍເລີຍ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຟັງຂ້ານ້ອຍພາວັນນາອະທິຖານ ໂຜດຟັງຄຳທູນຂໍໃຫ້ຊ່ວຍເຫລືອຂອງຂ້ານ້ອຍແດ່ທ້ອນ ຂ້ານ້ອຍກໍເປັນດັ່ງບັນພະບຸລຸດໝົດທຸກຄົນ ຂ້ານ້ອຍເປັນພຽງແຕ່ແຂກຂອງພຣະອົງຊົ່ວຄາວເທົ່ານັ້ນ.
ຕໍ່ມາ ເມື່ອເດັກໃຫຍ່ຂຶ້ນແດ່ແລ້ວ ແມ່ລ້ຽງກໍໄດ້ນຳເດັກນ້ອຍນັ້ນມາ ແລະມອບໃຫ້ລູກສາວຂອງກະສັດຟາໂຣ. ນາງໄດ້ຮັບລ້ຽງເດັກຊາຍຜູ້ນີ້ໄວ້ເປັນລູກຊາຍຂອງຕົນເອງ ໂດຍເວົ້າວ່າ, “ຍ້ອນຂ້ອຍໄດ້ເດັກນ້ອຍຄົນນີ້ມາຈາກນໍ້າ. ສະນັ້ນ ຂ້ອຍຈຶ່ງຈະຕັ້ງຊື່ໃຫ້ລາວວ່າ ໂມເຊ.”
ຢ່າຂົ່ມເຫັງຫລືບີບບັງຄັບຄົນຕ່າງດ້າວ; ຈົ່ງຈົດຈຳໄວ້ວ່າ ພວກເຈົ້າເອງກໍເຄີຍເປັນຄົນຕ່າງດ້າວໃນປະເທດເອຢິບ.
ສະນັ້ນ ໂມເຊຈຶ່ງຈັດແຈ່ງໃຫ້ລູກເມຍຂຶ້ນຂີ່ລໍ ແລະກັບຄືນສູ່ປະເທດເອຢິບ. ສ່ວນເພິ່ນເອງໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄປນຳ.
“ທີ່ດິນຂອງພວກເຈົ້າຂາຍໃນລັກສະນະຖາວອນບໍ່ໄດ້ ເພາະວ່າພວກເຈົ້າບໍ່ແມ່ນເຈົ້າຂອງທີ່ດິນນັ້ນ; ທີ່ດິນເປັນຂອງເຮົາ ແລະພວກເຈົ້າກໍເປັນດັ່ງຄົນຕ່າງດ້າວທັງຫລາຍ ທີ່ໄດ້ຮັບອະນຸຍາດໃຫ້ປູກຝັງກິນໃນທີ່ດິນເທົ່ານັ້ນ.
ເມື່ອໂມເຊໄດ້ຍິນດັ່ງນີ້ແລ້ວ ເພິ່ນຈຶ່ງປົບໜີໄປອາໄສຢູ່ໃນດິນແດນມີດີອານ ໃນທີ່ນັ້ນເພິ່ນມີລູກຊາຍສອງຄົນ.
ຊາວດານໄດ້ຕັ້ງຮູບເຄົາຣົບຂຶ້ນຂາບໄຫວ້ ແລະໂຢນາທານລູກຊາຍຂອງເກໂຊມ ແລະຫລານຊາຍຂອງໂມເຊ ໄດ້ເປັນຜູ້ບົວລະບັດຮັບໃຊ້ຢູ່ໃນທີ່ນັ້ນໃນຖານະປະໂຣຫິດຂອງຊາວດານ ແລະເຊື້ອສາຍຂອງໂຢນາທານກໍໄດ້ບົວລະບັດຮັບໃຊ້ເປັນປະໂຣຫິດເລື້ອຍມາ ຈົນກວ່າປະຊາຊົນໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.
ດັ່ງນັ້ນ ນາງຈຶ່ງຖືພາແລະເກີດລູກຊາຍຜູ້ໜຶ່ງ. ນາງຕັ້ງຊື່ໃຫ້ເດັກນັ້ນວ່າ ຊາມູເອນ ແລະອະທິບາຍວ່າ, “ເພາະຂ້ອຍຂໍເດັກຄົນນີ້ຈາກພຣະເຈົ້າຢາເວ.”