Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 2:2 - ພຣະຄຳພີສັກສິ

2 ແລະ​ນາງ​ໄດ້​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ລາວ. ເມື່ອ​ນາງ​ເຫັນ​ລູກ​ທີ່​ເກີດ​ມາ​ນັ້ນ​ມີ​ຮູບຮ່າງ​ງາມ ນາງ​ຈຶ່ງ​ໄດ້​ເຊື່ອງ​ລູກ​ໄວ້​ເຖິງ​ສາມ​ເດືອນ.

Uka jalj uñjjattʼäta Copia luraña




ອົບພະຍົບ 2:2
8 Jak'a apnaqawi uñst'ayäwi  

ເຢໂຮເຊບາ​ໄດ້​ເປັນ​ຜູ້ດູແລ​ເບິ່ງແຍງ​ໂຢອາດ ແລະ​ເຊື່ອງ​ລາວ​ໄວ້​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ເປັນ​ເວລາ​ຫົກ​ປີ ໃນ​ໄລຍະ​ທີ່​ຍານາງ​ອາທາລີຢາ​ເປັນ​ຣາຊີນີ​ປົກຄອງ​ຢູ່​ນັ້ນ.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ມີ​ໃຈ​ເຜື່ອແຜ່​ແລະ​ໃຫ້​ຢືມ ຄື​ຜູ້​ທີ່​ດຳເນີນ​ທຸລະກິດ​ດ້ວຍ​ຄວາມສັດຊື່.


ອຳຣາມ​ໄດ້​ໂຢເກເບັດ​ນ້ອງສາວ​ຂອງ​ພໍ່​ຕົນ​ມາ​ເປັນ​ເມຍ ແລະ​ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ລາວ ດັ່ງນີ້: ອາໂຣນ ແລະ​ໂມເຊ. ອຳຣາມ​ມີ​ອາຍຸ​ຢູ່​ຮອດ ໜຶ່ງຮ້ອຍ​ສາມສິບ​ເຈັດ​ປີ.


ເມຍ​ຂອງ​ລາວ​ແມ່ນ​ໂຢເກເບັດ ລູກສາວ​ຂອງ​ເລວີ​ທີ່​ເກີດ​ໃນ​ປະເທດ​ເອຢິບ. ນາງ​ໄດ້​ເກີດ​ລູກຊາຍ​ໃຫ້​ອຳຣາມ​ສອງ​ຄົນ ດັ່ງນີ້: ອາໂຣນ ແລະ ໂມເຊ​ກັບ​ລູກສາວ​ຜູ້ໜຶ່ງ​ຊື່​ມີຣີອາມ.


ໃນ​ຄາວ​ນັ້ນ ໂມເຊ​ໄດ້​ເກີດ​ມາ​ເປັນ​ລູກນ້ອຍ​ທີ່​ມີ​ຮູບຮ່າງ​ງົດງາມ​ຕໍ່ໜ້າ​ພຣະເຈົ້າ ໂມເຊ​ໄດ້​ຮັບ​ການ​ລ້ຽງດູ​ທີ່​ເຮືອນ​ເປັນ​ເວລາ​ສາມ​ເດືອນ


ຂໍ​ໃຫ້​ດິນແດນ​ຂອງ​ພວກເຂົາ​ນັ້ນ​ເຕັມ​ແຕ່​ສິ່ງ​ທີ່​ດີ ໂດຍ​ເດດ​ແຫ່ງ​ພຣະຄຸນ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າ. ຄື​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ທີ່​ໄດ້​ກ່າວ​ຕັກເຕືອນ ອອກ​ມາ​ຈາກ​ແປວໄຟ​ໄໝ້​ລຸກ​ລາມ​ໃນ​ພຸ່ມໄມ້. ຂໍ​ພອນ​ເຫຼົ່ານີ້​ຫລັ່ງ​ໄຫລ​ເຂົ້າ​ສູ່​ເຜົ່າ​ໂຢເຊັບ ເພາະ​ລາວ​ເປັນ​ຫົວໜ້າ​ອ້າຍ​ນ້ອງ​ຂອງຕົນ.


ເພາະ​ພໍ່​ແມ່​ຂອງ​ໂມເຊ​ມີ​ຄວາມເຊື່ອ​ແບບ​ນີ້ ຈຶ່ງ​ໄດ້​ເຊື່ອງ​ໂມເຊ​ໄວ້​ເປັນ​ເວລາ​ສາມ​ເດືອນ ເພາະ​ເຫັນ​ວ່າ​ໂມເຊ​ມີ​ຮູບຮ່າງ​ງາມ ແລະ​ພວກເພິ່ນ​ກໍ​ບໍ່​ຢ້ານກົວ​ທີ່​ຈະ​ຝ່າຝືນ​ຄຳສັ່ງ​ຂອງ​ກະສັດ.


ດັ່ງນັ້ນ ເຢຊີ​ຈຶ່ງ​ໄດ້ສົ່ງ​ຄົນ​ໄປ​ນຳ​ເອົາ​ດາວິດ. ລາວ​ເປັນ​ຄົນ​ຜິວ​ສົດໃສ, ເປັນ​ຊາຍໜຸ່ມ​ທີ່​ມີ​ສຸຂະພາບ​ດີ ແລະ​ຕາ​ກໍ​ເປັນ​ແວວ​ແຈ່ມໃສ​ງາມດີ. ພຣະເຈົ້າຢາເວ​ກ່າວ​ວ່າ, “ແມ່ນ​ຄົນ​ນີ້​ແຫຼະ ຈົ່ງ​ເອົາ​ນໍ້າມັນ​ສັກສິດ​ຫົດສົງ​ລາວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka