17 ແຕ່ມີຄົນລ້ຽງແກະບາງພວກໄດ້ມາໄລ່ໃຫ້ພວກນາງໜີໄປ. ໂມເຊໄດ້ເຂົ້າໄປຊ່ວຍເຫລືອ ແລະທັງໄດ້ຕັກນໍ້າໃຫ້ຝູງສັດຂອງພວກນາງກິນດ້ວຍ.
ອັບຣາຮາມຮ້ອງຂໍຕໍ່ເຈົ້າອາບີເມເຫຼັກເຖິງເລື່ອງນໍ້າສ້າງ ທີ່ຂ້າຣາຊການຂອງເພິ່ນໄດ້ຢຶດເອົາໄປນັ້ນ.
ພໍຢາໂຄບເຫັນຣາເຊັນພ້ອມກັບຝູງແກະຂອງລູງຕົນມາເຖິງ ລາວຈຶ່ງໄປທີ່ນໍ້າສ້າງເພື່ອຊ່ວຍກິ້ງກ້ອນຫີນອອກ ແລະຕັກນໍ້າໃຫ້ສັດກິນ.
ຕາມປົກກະຕິ ເມື່ອແກະທຸກຝູງມາໂຮມກັນທີ່ນັ້ນໝົດແລ້ວ ພວກລ້ຽງແກະຈຶ່ງພາກັນກິ້ງກ້ອນຫີນອອກ ແລະຕັກນໍ້າໃຫ້ແກະກິນ. ແລ້ວພວກເຂົາກໍກິ້ງກ້ອນຫີນນັ້ນ ອັດປາກນໍ້າສ້າງໄວ້ຄືເກົ່າ.
ໂມເຊຫລຽວໜ້າຫລຽວຫລັງ ເມື່ອບໍ່ເຫັນຜູ້ໃດໃນທີ່ນັ້ນ ລາວຈຶ່ງຂ້າຄົນເອຢິບຜູ້ນັ້ນເສຍ ແລະຝັງສົບເຊື່ອງໄວ້ໃນດິນຊາຍ.