Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 2:15 - ພຣະຄຳພີສັກສິ

15 ເມື່ອ​ກະສັດ​ຟາໂຣ​ໄດ້​ຮູ້​ເລື່ອງ​ນີ້ ເພິ່ນ​ຈຶ່ງ​ພະຍາຍາມ​ຫາ​ຊ່ອງທາງ​ຂ້າ​ໂມເຊ, ແຕ່​ໂມເຊ​ໄດ້​ເອົາ​ຕົວ​ຫລົບ​ໜີໄປ​ຢູ່​ດິນແດນ​ມີດີອານ​ເສຍ​ກ່ອນ. ພໍ​ໂມເຊ​ໄປ​ຮອດ​ທີ່​ນັ້ນ ລາວ​ກໍ​ນັ່ງ​ລົງ​ພັກຜ່ອນ​ເອົາ​ແຮງ​ຢູ່​ໃກ້​ບໍ່ນໍ້າສ້າງ​ແຫ່ງ​ໜຶ່ງ.

Uka jalj uñjjattʼäta Copia luraña




ອົບພະຍົບ 2:15
17 Jak'a apnaqawi uñst'ayäwi  

ລາວ​ມາ​ຮອດ​ເມືອງ​ນີ້​ພໍດີ​ເປັນ​ເວລາ​ແລງ. ລາວ​ຈຶ່ງ​ໃຫ້​ໂຕ​ອູດ​ຄຸເຂົ່າ​ລົງ​ທີ່​ບໍລິເວນ​ນໍ້າສ້າງ​ນອກ​ເມືອງ ຊຶ່ງ​ພວກຜູ້ຍິງ​ເຄີຍ​ອອກ​ມາ​ຕັກ​ນໍ້າ.


ນາງ​ເກີດ​ລູກຊາຍ​ຫລາຍ​ຄົນ​ໃຫ້​ເພິ່ນ​ດັ່ງນີ້: ຊິມຣານ, ໂຢກຊານ, ເມດານ, ມີດີອານ, ອີຊະບາກ ແລະ​ຊູອາ.


ລູກຊາຍ​ຂອງ​ມີດີອານ ມີ​ດັ່ງນີ້: ເອຟາ, ເອເຟ, ຮານົກ, ອາບີດາ ແລະ​ເອນດາອາ. ພວກເຂົາ​ທັງໝົດ​ເປັນ​ລູກຫລານ​ຂອງ​ນາງ​ເກຕູຣາ.


ໃນ​ທັນໃດນັ້ນ ລາວ​ກໍ​ມາ​ຮອດ​ນໍ້າສ້າງ​ທີ່​ທົ່ງນາ ຊຶ່ງ​ມີ​ແກະ​ສາມ​ຝູງ​ກຳລັງ​ນອນ​ພັກຜ່ອນ​ຢູ່​ໃກ້ໆ​ນັ້ນ. ແກະ​ເຫຼົ່ານັ້ນ​ກິນ​ນໍ້າ​ຈາກ​ສ້າງ​ແຫ່ງ​ນີ້ ຊຶ່ງ​ມີ​ຫີນ​ກ້ອນ​ໃຫຍ່​ອັດ​ປາກ​ສ້າງ​ຢູ່.


ພວກເຂົາ​ໄດ້​ອອກ​ຈາກ​ເມືອງ​ມີດີອານ​ໄປ​ທີ່​ເມືອງ​ປາຣານ ຊຶ່ງ​ມີ​ຊາວ​ປາຣານ​ບາງຄົນ​ໄດ້​ຮ່ວມ​ໄປ​ນຳ​ດ້ວຍ. ແລ້ວ​ພວກເຂົາ​ກໍໄດ້​ເດີນທາງ​ໄປ​ປະເທດ​ເອຢິບ ແລະ​ໄປ​ເຝົ້າ​ກະສັດ​ຟາໂຣ; ກະສັດ​ຜູ້​ນີ້​ໄດ້​ເອົາ​ດິນແດນ​ບາງ​ຕອນ ແລະ​ເຮືອນ​ຫລັງ​ໜຶ່ງ​ໃຫ້​ຮາດາດ ແລະ​ຈັດຫາ​ສະບຽງ​ອາຫານ​ໃຫ້​ລາວ.


ເພິ່ນ​ກ່າວ​ອີກ​ວ່າ, “ພຣະເຈົ້າ​ຂອງ​ພໍ່​ຂ້ອຍ​ເປັນ​ຜູ້​ຊ່ວຍເຫຼືອ​ຂ້ອຍ ໃຫ້​ພົ້ນ​ຈາກ​ການ​ນຳລ່າ​ສັງຫານ​ຂອງ​ກະສັດ​ຟາໂຣ​ແຫ່ງ​ເອຢິບ.” ສະນັ້ນ ເພິ່ນ​ຈຶ່ງ​ໄດ້​ໃສ່​ຊື່​ໃຫ້​ລູກຊາຍ​ອີກ​ຜູ້ໜຶ່ງ​ວ່າ ເອລີເອເຊ. )


ໃນ​ຕອນ​ທີ່​ໂມເຊ​ຍັງ​ຢູ່​ທີ່​ມີດີອານ​ນັ້ນ ພຣະເຈົ້າຢາເວ​ໄດ້​ບອກ​ລາວ​ວ່າ, “ຈົ່ງ​ກັບ​ເມືອ​ເອຢິບ​ສາ ເພາະ​ພວກ​ທີ່​ຢາກ​ຂ້າ​ເຈົ້າ​ນັ້ນ​ໄດ້​ຕາຍໄປ​ໝົດ​ແລ້ວ.”


ຄົນ​ທີ່​ຢັ່ງຮູ້​ຍ່ອມ​ເຫັນ​ຄວາມ​ເດືອດຮ້ອນ​ຈະ​ມາ​ເຖິງ ຈຶ່ງ​ຮູ້ຈັກ​ຊ່ອນຊົ້ນ​ຕົນ​ຫລົບຫລີກ​ມັນ​ໄດ້, ແຕ່​ຄົນ​ບໍ່​ຄິດ​ຈະ​ຍ່າງ​ກົງ​ເຂົ້າໄປ​ແລະ​ກໍ​ເສຍໃຈ​ຕໍ່ມາ​ພາຍຫລັງ.


ຂ້ານ້ອຍ​ເຫັນ​ຊາວ​ກູຊານ​ພາກັນ​ຢ້ານກົວ ແລະ​ຊາວ​ມີດີອານ​ກໍ​ພາກັນ​ສັ່ນເຊັນ​ດ້ວຍ.


ເມື່ອ​ພວກເຂົາ​ຂົ່ມເຫັງ​ພວກເຈົ້າ​ໃນ​ເມືອງ​ໜຶ່ງ ຈົ່ງ​ໜີໄປ​ທີ່​ເມືອງ​ອື່ນ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຈົ້າ​ຈະ​ບໍ່​ທັນ​ໄປ​ໃນ​ທົ່ວ​ທຸກ​ເມືອງ​ຂອງ​ຊາດ​ອິດສະຣາເອນ ກ່ອນ​ທີ່​ບຸດ​ມະນຸດ​ມາ.”


ນໍ້າສ້າງ​ຂອງ​ຢາໂຄບ​ກໍ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ປະມານ​ທ່ຽງວັນ ພຣະເຢຊູເຈົ້າ​ມີ​ຄວາມ​ອິດເມື່ອຍ​ຍ້ອນ​ການ​ເດີນທາງ ພຣະອົງ​ຈຶ່ງ​ນັ່ງ​ລົງ​ທີ່​ແຄມ​ນໍ້າສ້າງ​ນັ້ນ.


ເມື່ອ​ໂມເຊ​ໄດ້ຍິນ​ດັ່ງນີ້​ແລ້ວ ເພິ່ນ​ຈຶ່ງ​ປົບໜີໄປ​ອາໄສ​ຢູ່​ໃນ​ດິນແດນ​ມີດີອານ ໃນ​ທີ່ນັ້ນ​ເພິ່ນ​ມີ​ລູກຊາຍ​ສອງ​ຄົນ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka