Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 2:14 - ພຣະຄຳພີສັກສິ

14 ຄົນ​ນັ້ນ​ຕອບ​ວ່າ, “ໃຜ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ນາຍ​ຕັດສິນ​ຄວາມ​ພວກຂ້ອຍ? ເຈົ້າ​ຈະ​ຂ້າ​ຂ້ອຍ​ເໝືອນ​ໄດ້​ຂ້າ​ຄົນ​ເອຢິບ​ຜູ້ນັ້ນ​ບໍ?” ໂມເຊ​ຕົກໃຈ​ແຮງຫລາຍ​ພ້ອມ​ທັງ​ຄິດ​ໃນ​ໃຈ​ວ່າ, “ມີ​ຜູ້​ຮູ້ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ນັ້ນ​ແລ້ວ.”

Uka jalj uñjjattʼäta Copia luraña




ອົບພະຍົບ 2:14
17 Jak'a apnaqawi uñst'ayäwi  

ແລ້ວ​ອັບຣາມ​ກໍ​ເວົ້າ​ກັບ​ໂລດ​ວ່າ, “ເຮົາ​ທັງສອງ​ເປັນ​ພີ່ນ້ອງ​ກັນ ຂໍ​ຢ່າ​ໃຫ້​ຄົນ​ຂອງ​ເຈົ້າ ແລະ​ຄົນ​ຂອງຂ້ອຍ​ຕ້ອງ​ຜິດຖຽງ​ກັນ​ເລີຍ.


ແຕ່​ພວກເຂົາ​ຕອບ​ໂລດ​ວ່າ, “ຖອຍ​ອອກ​ໄປ​ບັກ​ຕ່າງຊາດ ໂຕ​ແມ່ນ​ໃຜ​ທີ່​ບັງອາດ​ມາ​ສອນ​ພວກເຮົາ? ຫລີກ​ອອກ​ໄປ ຫລື​ຈະ​ໃຫ້​ພວກເຮົາ​ເຮັດ​ກັບ​ໂຕ ໜັກ​ກວ່າ​ເຮັດ​ກັບ​ພວກເຂົາ.” ຊາວ​ເມືອງ​ຊຸກ​ໂລດ​ໃຫ້​ຖອຍໄປ ແລະ​ພາກັນ​ກ້າວ​ເຂົ້າ​ມາ ເພື່ອ​ຈະ​ທຸບ​ປະຕູ​ບຸກ​ເຂົ້າ​ໄປ.


ຫລັງຈາກ​ສັງຫານ​ພວກ​ຜູ້ຊາຍ​ຢູ່​ໃນ​ເມືອງ​ແລ້ວ ລູກຊາຍ​ຄົນອື່ນໆ​ຂອງ​ຢາໂຄບ​ກໍ​ປຸ້ນສະດົມ​ເມືອງ ເພື່ອ​ແກ້ແຄ້ນ​ໃຫ້​ນາງ​ດີນາ​ນ້ອງສາວ​ຂອງ​ພວກ​ຕົນ ເພາະ​ຖືກ​ໝິ່ນປະໝາດ.


ຄວາມ​ໂກດຮ້າຍ​ຂອງ​ກະສັດ​ເປັນ​ດັ່ງ​ສຽງ​ໂຕສິງ​ແຜດສຽງ, ແຕ່​ຄວາມ​ເມດຕາ​ຂອງເພິ່ນ​ກໍ​ເປັນ​ດັ່ງ​ນໍ້າ​ຄ້າງ​ເທິງ​ຫຍ້າອ່ອນ.


ຜູ້​ທີ່​ກັງວົນ​ນຳ​ຄົນ​ເວົ້າ​ໃຫ້ ກໍ​ເປັນ​ອັນຕະລາຍ, ແຕ່​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ກໍ​ມີ​ຄວາມ​ປອດໄພ.


ທ່ານ​ໄດ້​ນຳ​ພວກເຮົາ​ອອກ​ມາ​ຈາກ​ດິນແດນ​ທີ່​ອຸດົມສົມບູນ​ໃນ​ປະເທດ​ເອຢິບ ເພື່ອ​ຈະ​ຂ້າ​ພວກເຮົາ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້​ຍັງ​ບໍ່​ພໍ​ບໍ? ທ່ານ​ຍັງ​ຈະ​ມາ​ຕັ້ງ​ຕົວ​ເປັນ​ນາຍ​ເໜືອ​ຫົວ​ເຮົາ​ອີກ​ບໍ?


ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ​ຕໍ່ສູ້​ໂມເຊ​ແລະ​ຕໍ່ສູ້​ອາໂຣນ ແລະ​ກ່າວ​ວ່າ, “ທ່ານ​ເຮັດ​ໂພດ​ເກີນ​ໄປ​ແລ້ວໃດ! ສະມາຊິກ​ທັງໝົດ​ຢູ່​ໃນ​ຊຸມຊົນ​ເປັນ​ຄົນ​ບໍຣິສຸດ ແລະ​ພຣະເຈົ້າຢາເວ​ກໍ​ສະຖິດ​ຢູ່​ນຳ​ພວກເຮົາ​ທຸກຄົນ. ແລ້ວ​ເປັນຫຍັງ​ທ່ານ​ຈຶ່ງ​ຖືຕົວ​ເໜືອ​ກວ່າ​ຊຸມຊົນ​ຂອງ​ພຣະເຈົ້າຢາເວ?”


ເມື່ອ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ພຣະວິຫານ, ໃນ​ຂະນະທີ່​ກຳລັງ​ສັ່ງສອນ​ຢູ່​ນັ້ນ ພວກ​ຫົວໜ້າ​ປະໂຣຫິດ​ກັບ​ພວກ​ເຖົ້າແກ່ ກໍ​ມາ​ຫາ​ພຣະອົງ ແລະ​ຖາມ​ວ່າ, “ເຈົ້າ​ມີ​ສິດ​ຫຍັງ​ທີ່​ເຮັດ​ການ​ເຫຼົ່ານີ້? ຜູ້ໃດ​ໃຫ້​ສິດ​ນີ້​ແກ່​ເຈົ້າ?”


ພຣະເຢຊູເຈົ້າ​ຕອບ​ລາວ​ວ່າ, “ຊາຍ​ເອີຍ ຜູ້ໃດ​ໄດ້​ຕັ້ງ​ເຮົາ​ໃຫ້​ເປັນ​ຜູ້​ຕັດສິນ​ຄວາມ ຫລື​ເປັນ​ຜູ້​ແບ່ງປັນ​ມໍຣະດົກ​ລະຫວ່າງ​ພວກເຈົ້າ?”


ແຕ່​ປະຊາຊົນ​ໃນ​ບ້ານ​ເມືອງ​ຂອງ​ເພິ່ນ​ຊັງ​ເພິ່ນ ຈຶ່ງ​ໃຊ້​ຄະນະ​ຜູ້​ຕາງໜ້າ​ໄປ​ຫາ​ເພິ່ນ ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ຊາຍ​ຄົນ​ນີ້ ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ.’


ຝ່າຍ​ພວກ​ສັດຕູ​ຂອງເຮົາ ທີ່​ບໍ່​ຢາກ​ໃຫ້​ເຮົາ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ​ຂ້າ​ພວກເຂົາ​ເສຍ​ຕໍ່ໜ້າ​ເຮົາ.”’


ໂມເຊ​ຜູ້​ນີ້​ແຫຼະ ທີ່​ປະຊາຊົນ​ອິດສະຣາເອນ​ປະຕິເສດ​ໂດຍ​ຖາມ​ວ່າ, ‘ຜູ້ໃດ​ຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ປົກຄອງ ແລະ​ຕັດສິນ​ພວກເຮົາ?’ ເພິ່ນ​ແມ່ນ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ໄປ​ເປັນ​ຜູ້ປົກຄອງ​ແລະ​ຊ່ວຍ​ກອບກູ້​ເອົາ​ພວກເຂົາ ໂດຍ​ມີ​ເທວະດາ​ຕົນ​ທີ່​ໄດ້​ປາກົດ​ແກ່​ເພິ່ນ ທີ່​ພຸ່ມໄມ້​ມີ​ແປວໄຟ​ລຸກ​ນັ້ນ​ເປັນ​ຜູ້​ຊ່ວຍເຫລືອ.


ເພາະ​ເພິ່ນ​ມີ​ຄວາມເຊື່ອ​ແບບ​ນີ້ ເພິ່ນ​ຈຶ່ງ​ໄດ້​ອອກ​ຈາກ​ປະເທດ​ເອຢິບ​ໄປ ໂດຍ​ບໍ່​ຢ້ານກົວ​ຕໍ່​ຄວາມ​ໂກດຮ້າຍ​ຂອງ​ກະສັດ. ດ້ວຍວ່າ, ເພິ່ນ​ໄດ້​ໝັ້ນໃຈ​ເໝືອນ​ກັບ​ວ່າ ຕົນ​ໄດ້​ເຫັນ​ພຣະເຈົ້າ​ທີ່​ຕາ​ເຫັນ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka