Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 2:11 - ພຣະຄຳພີສັກສິ

11 ຢູ່ມາ​ວັນໜຶ່ງ ເມື່ອ​ໂມເຊ​ໃຫຍ່​ແລ້ວ ລາວ​ກໍໄດ້​ອອກ​ໄປ​ຢ້ຽມຢາມ​ຄົນ​ທີ່​ເປັນ​ຊົນຊາດ​ດຽວກັນ​ຄື ຊາວ​ເຮັບເຣີ ແລະ​ລາວ​ໄດ້​ເຫັນ​ພວກເຂົາ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ​ຫລາຍ. ລາວ​ຍັງ​ໄດ້​ເຫັນ​ຄົນ​ເອຢິບ​ຜູ້ໜຶ່ງ​ຕົບຕີ​ຄົນ​ເຮັບເຣີ​ຜູ້ໜຶ່ງ ທີ່​ເປັນ​ຊົນຊາດ​ດຽວກັນ​ກັບ​ຕົນ.

Uka jalj uñjjattʼäta Copia luraña




ອົບພະຍົບ 2:11
13 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຊາວ​ເອຢິບ​ຈຶ່ງ​ແຕ່ງຕັ້ງ​ຄົນ​ຄຸມ​ດູແລ​ຊາວ​ອິດສະຣາເອນ ໃຫ້​ເຮັດ​ວຽກ​ໜັກ​ຈົນ​ໝົດ​ເຮື່ອແຮງ ແລະ​ໝົດ​ກຳລັງໃຈ ພວກເຂົາ​ໄດ້​ສ້າງ​ເມືອງ​ປີທົມ​ແລະ​ເມືອງ​ຣາມາເຊັດ ເພື່ອ​ເປັນ​ສາງ​ໄວ້​ເຂົ້າ​ຂອງ​ກະສັດ​ຟາໂຣ.


ແລ້ວ​ພຣະເຈົ້າຢາເວ​ກໍ​ກ່າວ​ຕໍ່ໄປ​ອີກ​ວ່າ, “ເຮົາ​ໄດ້​ເຫັນ​ປະຊາຊົນ​ຂອງເຮົາ ຖືກ​ກົດຂີ່​ຢ່າງ​ໃດ​ແລ້ວ​ຢູ່​ໃນ​ປະເທດ​ເອຢິບ. ເຮົາ​ໄດ້ຍິນ​ພວກເຂົາ​ຮ້ອງ​ຫາ​ເຮົາ ໃຫ້​ຊ່ວຍກູ້​ພວກເຂົາ​ຈາກ​ບັນດາ​ນາຍຄຸມ​ຂອງ​ພວກເຂົາ. ເຮົາ​ຮູ້​ເຫັນ​ຄວາມ​ທົນທຸກ​ຂອງ​ພວກເຂົາ​ທຸກຢ່າງ.


ຜູ້​ຄຸມງານ​ທີ່​ເປັນ​ຄົນ​ເອຢິບ​ໄດ້​ຂ້ຽນຕີ​ຫົວໜ້າ​ຄົນງານ​ຊາວ​ອິດສະຣາເອນ ພ້ອມ​ກັບ​ໄດ້​ຖາມ​ວ່າ, “ເປັນຫຍັງ​ມື້ວານນີ້​ແລະ​ມື້ນີ້​ຈຶ່ງ​ບໍ່ໄດ້​ດິນຈີ່​ເຕັມ​ຈຳນວນ​ຄື​ແຕ່ກ່ອນ?”


ແຕ່​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ກ່າວ​ແກ່​ພວກເພິ່ນ​ວ່າ, “ໂມເຊ​ແລະ​ອາໂຣນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ ປະຖິ້ມ​ວຽກ​ຂອງ​ພວກເຂົາ​ໄປ? ຈົ່ງ​ໃຫ້​ພວກ​ທາດຮັບໃຊ້​ເຫຼົ່ານີ້​ກັບຄືນ​ໄປ​ເຮັດ​ວຽກ​ດຽວ​ນີ້!


ປະຊາຊົນ​ພວກ​ນີ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ. ບັດນີ້ ພວກເຈົ້າ​ຢາກ​ໃຫ້​ພວກເຂົາ​ເຊົາ​ເຮັດ​ວຽກ​ຊັ້ນບໍ?”


ໃຫ້​ພວກເຂົາ​ເຮັດ​ວຽກ​ໜັກ​ຂຶ້ນ​ອີກ ເພື່ອ​ພວກເຂົາ​ຈະ​ໄດ້​ຫຍຸ້ງ​ຢູ່​ກັບ​ວຽກ ແລະ​ບໍ່ມີ​ເວລາ​ຟັງ​ຄຳ​ຕົວະຍົວະ​ຕ່າງໆ​ນາໆ​ອີກ​ຕໍ່ໄປ.”


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.


“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ.


“ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ສະຖິດ​ຢູ່​ເທິງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້​ຫົດສົງ​ແຕ່ງຕັ້ງ​ຂ້ານ້ອຍ​ໄວ້ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນ​ຍາກຈົນ. ພຣະອົງ​ໃຊ້​ຂ້ານ້ອຍ​ໄປ​ປະກາດ​ ອິດສະຫລະ​ພາບ ແກ່​ຄົນ​ທັງຫລາຍ​ທີ່​ຖືກ​ຈຳຈອງ ແລະ ຄົນ​ຕາບອດ​ຈະ​ເຫັນ​ຮຸ່ງ​ອີກ ປົດປ່ອຍ​ຜູ້​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka