Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:9 - ພຣະຄຳພີສັກສິ

9 ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ເມກ​ອັນ​ຕຶບໜາ ເພື່ອ​ວ່າ​ປະຊາຊົນ​ຈະ​ໄດ້ຍິນ​ເຮົາ​ກ່າວ​ແກ່​ເຈົ້າ ແລະ​ພວກເຂົາ​ຈະ​ໄດ້​ເຊື່ອຟັງ​ເຈົ້າ​ຕະຫລອດໄປ.” ໂມເຊ​ຈຶ່ງ​ບອກ​ພຣະເຈົ້າຢາເວ​ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ມາ​ນັ້ນ

Uka jalj uñjjattʼäta Copia luraña




ອົບພະຍົບ 19:9
25 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ໃນ​ທ້ອງຟ້າ​ພຣະອົງ​ໄດ້​ໃຫ້​ມີ​ດວງຕາເວັນ ແຕ່​ພຣະອົງ​ໄດ້​ເລືອກ​ສະຖິດ​ຢູ່ ໃນ​ເມກ​ແລະ​ໃນ​ຄວາມມືດ.


ວັນ​ຕໍ່ມາ​ແຕ່​ເຊົ້າໆ ປະຊາຊົນ​ໄດ້​ອອກ​ໄປ​ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ເຕກົວ. ກ່ອນ​ພວກເຂົາ​ຈະ​ອອກ​ໄປ ກະສັດ​ເຢໂຮຊາຟັດ​ໄດ້​ກ່າວ​ແກ່​ພວກເຂົາ ດ້ວຍ​ຖ້ອຍຄຳ​ເຫຼົ່ານີ້: “ນັກຮົບ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກທ່ານ ແລະ​ພວກທ່ານ​ຈະ​ຢືນ​ຢູ່​ໄດ້​ຢ່າງ​ໝັ້ນຄົງ. ຈົ່ງ​ເຊື່ອໝັ້ນ​ສິ່ງ​ທີ່​ຜູ້ທຳນວາຍ​ບອກ​ພວກທ່ານ ແລະ​ພວກທ່ານ​ຈະ​ເຮັດ​ສຳເລັດ​ໜ້າທີ່.”


ແລ້ວ​ກະສັດ​ໂຊໂລໂມນ​ກໍໄດ້​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ກ່າວ​ວ່າ ພຣະອົງ​ໄດ້​ເລືອກ​ທີ່​ຢູ່​ອາໄສ ຄື​ຢູ່​ໃນ​ເມກ​ໜາ​ແລະ​ຄວາມມືດ.


ເມກ​ໝອກ​ແລະ​ມືດ​ກໍ​ອ້ອມຮອບ​ພຣະອົງ ພຣະອົງ​ປົກຄອງ​ຢ່າງ​ຊອບທຳ​ແລະ​ຍຸດຕິທຳ.


ຈາກ​ເສົາເມກ​ພຣະອົງ​ໄດ້​ກ່າວ​ກັບ​ພວກເພິ່ນ ພວກເພິ່ນ​ໄດ້​ເຊື່ອຟັງ​ກົດບັນຍັດ​ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ເມື່ອ​ຊາວ​ອິດສະຣາເອນ​ໄດ້​ເຫັນ​ຣິດອຳນາດ​ອັນ​ຍິ່ງໃຫຍ່ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ໄຊ​ຊະນະ​ຊາວ​ເອຢິບ​ເຊັ່ນນີ້ ພວກເຂົາ​ຈຶ່ງ​ຢ້ານຢຳ​ພຣະເຈົ້າຢາເວ; ພວກເຂົາ​ຕ່າງ​ກໍ​ມີ​ຄວາມເຊື່ອ​ໃນ​ພຣະເຈົ້າຢາເວ ແລະ​ໃນ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ດ້ວຍ.


ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ.


ແຕ່​ປະຊາຊົນ​ຍັງ​ສືບຕໍ່​ຢືນ​ຢູ່​ຫ່າງໆ ແລະ​ມີ​ແຕ່​ໂມເຊ​ຜູ້​ດຽວ​ເທົ່ານັ້ນ ທີ່​ກ້າ​ຫຍັບ​ເຂົ້າ​ໄປ​ໃກ້​ເມກ​ອັນ​ຕຶບໜາ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນັ້ນ.


ດັ່ງນັ້ນ ພຣະເຈົ້າຢາເວ​ໄດ້​ລົງ​ມາ​ໃນ​ເມກ​ຢືນ​ຢູ່​ກັບ​ໂມເຊ​ໃນ​ທີ່ນັ້ນ. ພຣະອົງ​ປະກາດ​ນາມຊື່​ອັນ​ສັກສິດ​ຂອງ​ພຣະອົງ​ວ່າ ພຣະເຈົ້າຢາເວ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊື່ອ ແລະ​ເມື່ອ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ພວກເຂົາ ແລະ​ທັງ​ຮູ້​ວ່າ ພຣະອົງ​ໄດ້​ເຫັນ​ພວກເຂົາ​ຖືກ​ກົດຂີ່​ຢ່າງ​ໂຫດຮ້າຍ​ທາລຸນ​ຢ່າງ​ໃດ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ຂາບລົງ​ແລະ​ນ້ອມ​ນະມັດສະການ.


ພຣະເຈົ້າຢາເວ​ບອກ​ວ່າ, “ຈົ່ງ​ເຮັດ​ຢ່າງ​ນີ້​ເພື່ອ​ພິສູດ​ໃຫ້​ຊາວ​ອິດສະຣາເອນ​ເຫັນ​ວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ, ພຣະເຈົ້າ​ຂອງ​ອັບຣາຮາມ, ພຣະເຈົ້າ​ຂອງ​ອີຊາກ ແລະ​ພຣະເຈົ້າ​ຂອງ​ຢາໂຄບ ໄດ້​ປາກົດ​ແກ່​ເຈົ້າ.”


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ເອຢິບ. ພຣະເຈົ້າຢາເວ​ກຳລັງ​ມາ​ສູ່​ເອຢິບ​ເທິງ​ເມກ​ຢ່າງ​ວ່ອງໄວ. ຮູບເຄົາຣົບ​ທັງຫລາຍ​ຂອງ​ຊາວ​ເອຢິບ​ສັ່ນເຊັນ​ຕໍ່ໜ້າ​ພຣະອົງ ແລະ​ປະຊາຊົນ​ຊາວ​ເອຢິບ​ກໍ​ສູນເສຍ​ຄວາມ​ກ້າຫານ​ຂອງ​ພວກເຂົາ.


ອິດສະຣາເອນ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ນະຄອນ​ຊາມາເຣຍ ເມືອງເອກ​ຂອງ​ປະເທດ ແລະ​ຊາມາເຣຍ​ກໍ​ບໍ່ມີ​ກຳລັງ​ເຂັ້ມແຂງ​ກວ່າ​ກະສັດ​ເປກາ. ຖ້າ​ພວກເຈົ້າ​ບໍ່​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເຊື່ອ ພວກເຈົ້າ​ກໍ​ຈະ​ຕັ້ງ​ຢູ່​ບໍ່ໄດ້.”’


ແລະ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ໃນ​ເສົາເມກ ໂດຍ​ຢືນ​ຢູ່​ທາງ​ປະຕູເຂົ້າ​ຫໍເຕັນ​ແລະ​ພຣະອົງ​ໄດ້​ເອີ້ນ​ອາໂຣນ​ແລະ​ມີຣີອາມ​ອອກ​ມາ ເຂົາ​ທັງສອງ​ຈຶ່ງ​ກ້າວ​ອອກ​ໄປ​ຂ້າງໜ້າ


ຂະນະທີ່​ເປໂຕ​ເວົ້າ​ຍັງ​ບໍ່​ສຸດ​ຄຳ​ກໍ​ມີ​ກ້ອນ​ເມກ​ອັນ​ແຈ່ມໃສ​ລອຍ​ມາ​ປົກຄຸມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ຊຶ່ງ​ເຮົາ​ພໍໃຈ​ຫລາຍ. ຈົ່ງ​ຟັງ​ເພິ່ນ.”


ແລ້ວ​ກໍ​ມີ​ກ້ອນ​ເມກ​ລອຍ​ມາ​ເປັນ​ເງົາ​ປົກຫຸ້ມ​ພວກເພິ່ນ​ໄວ້ ແລະ​ມີ​ສຽງ​ໜຶ່ງ​ດັງ​ອອກ​ມາ​ຈາກ​ກ້ອນ​ເມກ​ນັ້ນ​ວ່າ, “ທ່ານ​ຜູ້​ນີ້​ແຫຼະ, ເປັນ​ບຸດ​ທີ່​ຮັກ​ຂອງເຮົາ ພວກເຈົ້າ​ຈົ່ງ​ເຊື່ອຟັງ​ເພິ່ນ.”


“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”


ມື້​ທີ່​ພວກເຈົ້າ​ໄດ້​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ວ່າ ‘ຈົ່ງ​ເຕົ້າໂຮມ​ປະຊາຊົນ ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເຮົາ​ຕ້ອງ​ກ່າວ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນ​ຮູ້​ເຊື່ອຟັງ​ເຮົາ​ຊົ່ວຊີວິດ​ຂອງ​ພວກເຂົາ ແລະ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ສັ່ງສອນ​ລູກຫລານ​ຂອງ​ພວກເຂົາ​ໃຫ້​ເຮັດ​ຢ່າງ​ດຽວກັນ.’


ພຣະອົງ​ໃຫ້​ພວກເຈົ້າ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຈາກ​ສະຫວັນ ເພື່ອ​ພຣະອົງ​ຈະ​ສອນ​ພວກເຈົ້າ ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍໄດ້​ໃຫ້​ພວກເຈົ້າ​ເຫັນ​ໄຟ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ຈາກ​ໄຟ​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຈົ້າ.


ເບິ່ງແມ! ພຣະອົງ​ຈະ​ສະເດັດ​ມາ​ມີ​ເມກ​ເປັນ​ຂະບວນ​ແຫ່ ແລະ​ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ ແລະ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ​ຈະ​ເຫັນ​ພຣະອົງ​ເໝືອນກັນ. ມະນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງໄຫ້​ຮໍ່າໄຮ​ເພາະ​ພຣະອົງ ຈະ​ເປັນ​ໄປ​ຢ່າງ​ນັ້ນ ອາແມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka