Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:8 - ພຣະຄຳພີສັກສິ

8 ປະຊາຊົນ​ທັງໝົດ​ຈຶ່ງ​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.” ແລ້ວ​ໂມເຊ​ກໍ​ຂຶ້ນ​ໄປ​ແຈ້ງ​ຕໍ່​ພຣະເຈົ້າຢາເວ ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ນັ້ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 19:8
9 Jak'a apnaqawi uñst'ayäwi  

ຂໍ​ຮ່ວມ​ກັບ​ບັນດາ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ​ໃນ​ທີ່​ນີ້ ພາຍໃຕ້​ຄຳສາບແຊ່ງ​ອັນ​ມີ​ໂທດ​ຮ້າຍແຮງ ຖ້າ​ພວກ​ຂ້ານ້ອຍ​ຝ່າຝືນ​ຂໍ້​ຕົກລົງ​ນີ້ ຂໍ​ສາບານ​ວ່າ​ພວກ​ຂ້ານ້ອຍ​ຈະ​ດຳເນີນ​ຊີວິດ​ຕາມ​ກົດບັນຍັດ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ວ່າ​ພວກ​ຂ້ານ້ອຍ​ຈະ​ກະທຳ​ຕາມ​ສິ່ງ​ທັງໝົດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ໄດ້​ສັ່ງ; ແລະ​ວ່າ​ພວກ​ຂ້ານ້ອຍ​ຈະ​ຢຶດຖື​ກົດບັນຍັດ ແລະ​ຂໍ້​ກຳນົດ​ຕ່າງໆ​ຂອງ​ພຣະອົງ.


ພວກເຂົາ​ຕ່າງ​ກໍ​ເວົ້າ​ກັບ​ໂມເຊ​ວ່າ, “ຖ້າ​ທ່ານ​ກ່າວ​ກັບ​ພວກເຮົາ ພວກເຮົາ​ຈະ​ຍອມ​ຟັງ​ທ່ານ, ແຕ່​ຖ້າ​ພຣະເຈົ້າ​ກ່າວ​ແກ່​ພວກເຮົາ ພວກເຮົາ​ຈະ​ຕ້ອງ​ຕາຍ​ເປັນ​ແນ່.”


ໂມເຊ​ຈຶ່ງ​ໄດ້​ນຳ​ຂໍ້ຄຳສັ່ງ ແລະ​ກົດ​ຕ່າງໆ​ຂອງ​ພຣະເຈົ້າຢາເວ​ໄປ​ບອກ​ປະຊາຊົນ ແລະ​ປະຊາຊົນ​ທຸກຄົນ​ໄດ້​ຕອບ​ພ້ອມ​ກັນ​ວ່າ, “ພວກເຮົາ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ.”


ແລ້ວ​ເພິ່ນ​ກໍ​ອ່ານ​ໜັງສື​ພັນທະສັນຍາ​ດ້ວຍ​ສຽງດັງ​ສູ່​ປະຊາຊົນ​ຟັງ. ພວກເຂົາ​ຕ່າງ​ກໍ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ທັງໝົດ​ຈະ​ເຊື່ອຟັງ​ພຣະເຈົ້າຢາເວ ແລະ​ຈະ​ເຮັດ​ທຸກໆ​ສິ່ງ​ຕາມ​ທີ່​ພຣະອົງ​ໄດ້​ສັ່ງ​ໄວ້.”


ດັ່ງນັ້ນ ພວກເຂົາ​ຈຶ່ງ​ເຊື່ອ ແລະ​ເມື່ອ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ມາ​ຫາ​ພວກເຂົາ ແລະ​ທັງ​ຮູ້​ວ່າ ພຣະອົງ​ໄດ້​ເຫັນ​ພວກເຂົາ​ຖືກ​ກົດຂີ່​ຢ່າງ​ໂຫດຮ້າຍ​ທາລຸນ​ຢ່າງ​ໃດ ພວກເຂົາ​ຈຶ່ງ​ໄດ້​ພາກັນ​ຂາບລົງ​ແລະ​ນ້ອມ​ນະມັດສະການ.


ປະຊາຊົນ​ເວົ້າ​ກັບ​ໂຢຊວຍ​ວ່າ, “ບໍ່ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


ແລ້ວ​ປະຊາຊົນ​ກໍ​ເວົ້າ​ກັບ​ໂຢຊວຍ​ວ່າ, “ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ແລະ​ຈະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka