ອົບພະຍົບ 19:5 - ພຣະຄຳພີສັກສິ5 ບັດນີ້ ຖ້າພວກເຈົ້າເຊື່ອຟັງເຮົາ ແລະຮັກສາພັນທະສັນຍາຂອງເຮົາ ພວກເຈົ້າກໍຈະເປັນປະຊາຊົນຂອງເຮົາ. ທົ່ວທັງແຜ່ນດິນໂລກນີ້ເປັນຂອງເຮົາ, ແຕ່ພວກເຈົ້າຈະເປັນປະຊາຊົນທີ່ເຮົາເລືອກໄວ້ Uka jalj uñjjattʼäta |
ພຣະອົງໄດ້ບອກວ່າ, “ຖ້າພວກເຈົ້າເຊື່ອຟັງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໂດຍເຮັດສິ່ງທີ່ຖືກຕ້ອງຕໍ່ສາຍຕາຂອງພຣະອົງ ແລະເຮັດຕາມຂໍ້ຄຳສັ່ງທຸກຂໍ້ຂອງພຣະອົງ ເຮົາກໍຈະບໍ່ລົງໂທດພວກເຈົ້າດ້ວຍໂຣກໄພໄຂ້ເຈັບ ດັ່ງທີ່ໄດ້ນຳມາທຳລາຍຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວຜູ້ທີ່ປິ່ນປົວຮັກສາເຈົ້າໃຫ້ດີ.”
ເພິ່ນກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຖ້າພຣະອົງພໍໃຈນຳຂ້ານ້ອຍແທ້ ຂໍອົງພຣະຜູ້ເປັນເຈົ້າຊົງໂຜດນຳໜ້າພວກຂ້ານ້ອຍໄປເຖີດ. ປະຊາຊົນພວກນີ້ໃຈແຂງກະດ້າງດື້ດຶງຫລາຍ, ແຕ່ຂໍຊົງໂຜດຍົກຜິດຍົກບາບຂອງພວກຂ້ານ້ອຍແດ່ທ້ອນ ແລະຂໍຊົງໂຜດຮັບເອົາພວກຂ້ານ້ອຍເປັນໄພ່ພົນຂອງພຣະອົງດ້ວຍເຖີດ.”
ພຣະເຈົ້າຢາເວກ່າວວ່າ, “ເສື້ອຊ້ອນຮັດກາຍດີສັນໃດ ເຮົາກໍຢາກໃຫ້ປະຊາຊົນອິດສະຣາເອນແລະຢູດາທັງໝົດເຂົ້າສະໜິດກັບເຮົາດີສັນນັ້ນ. ເຮົາໄດ້ເຮັດເຊັ່ນນີ້ເພື່ອພວກເຂົາຈະໄດ້ເປັນປະຊາຊົນຂອງເຮົາ ຄືຜູ້ທີ່ໃຫ້ຄຳຍ້ອງຍໍສັນລະເສີນ ແລະນຳກຽດສັກສີມາສູ່ນາມຂອງເຮົາ; ແຕ່ພວກເຂົາບໍ່ເຊື່ອຟັງເຮົາ.”
ແລ້ວເຮົາກໍໄດ້ຍ່າງກາຍໄປອີກ ເຮົາໄດ້ເຫັນວ່າເຖິງເວລາແລ້ວທີ່ເຈົ້າຈະມີຄວາມຮັກ. ເຮົາໄດ້ເອົາເສື້ອຄຸມຂອງເຮົາປົກຮ່າງທີ່ເປືອຍກາຍນັ້ນ ແລະສັນຍາວ່າຈະຮັກເຈົ້າ. ແມ່ນແທ້ ເຮົາໄດ້ເຮັດພັນທະສັນຍາແຕ່ງງານກັບເຈົ້າ ແລະເຈົ້າກໍເປັນຂອງເຮົາ. ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.