Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:4 - ພຣະຄຳພີສັກສິ

4 “ພວກເຈົ້າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ຊາວ​ເອຢິບ ແລະ​ທັງ​ໄດ້​ເຫັນ​ເຮົາ​ນຳ​ເອົາ​ພວກເຈົ້າ​ຂຶ້ນ​ມາ​ທີ່​ນີ້​ໃກ້ຊິດ​ເຮົາ​ຢ່າງ​ໃດ ກໍ​ດັ່ງ​ນົກອິນຊີ​ໃຊ້​ປີກ​ຍົກ​ລູກ​ຂອງຕົນ​ຂຶ້ນ​ຂີ່​ຫລັງ.

Uka jalj uñjjattʼäta Copia luraña




ອົບພະຍົບ 19:4
15 Jak'a apnaqawi uñst'ayäwi  

ແຕ່​ພວກ​ທີ່​ລໍຄອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ຈະ​ໄດ້​ຮັບ​ການ​ເສີມກຳລັງ​ເຮື່ອແຮງ​ຂຶ້ນ​ໃໝ່ ພວກເຂົາ​ຈະ​ບິນ​ຂຶ້ນ​ດ້ວຍ​ປິກ​ດັ່ງ​ນົກອິນຊີ​ບິນ​ໄປ; ພວກເຂົາ​ຈະ​ແລ່ນ​ໄດ້​ແລະ​ບໍ່​ອິດເມື່ອຍ​ອ່ອນແຮງ, ພວກເຂົາ​ຈະ​ຍ່າງ​ໄປ ແລະ​ບໍ່​ອ່ອນເພຍ​ລົງ​ອີກ.


ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ຊ່ວຍເຫລືອ​ພວກເຂົາ ໃຫ້​ພົ້ນ​ຈາກ​ຄວາມ​ທົນທຸກ​ທັງໝົດ. ບໍ່ແມ່ນ​ເທວະດາ​ຕົນໜຶ່ງ​ຕົນໃດ​ທີ່​ໄດ້​ຊ່ວຍເຫລືອ​ພວກເຂົາ ແຕ່​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ເອງ. ເພາະ​ຄວາມຮັກ​ແລະ​ຄວາມ​ເມດຕາ​ຂອງ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ຊ່ວຍກູ້​ເອົາ​ພວກເຂົາ. ໃນ​ອະດີດ​ພຣະອົງ​ໄດ້​ເບິ່ງແຍງ​ພວກເຂົາ​ຕະຫລອດ​ມາ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ເປັນ ເດັກນ້ອຍ​ຢູ່​ນັ້ນ ເຮົາ​ຮັກ​ລາວ​ແລະ​ເອີ້ນ​ລາວ​ໃຫ້​ອອກ ມາ​ຈາກ​ປະເທດ​ເອຢິບ​ໃນ​ຖານະ​ເປັນ​ລູກຊາຍ.


ເມື່ອ​ພວກເຈົ້າ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ເຮົາ​ກໍໄດ້​ສັນຍາ​ວ່າ​ເຮົາ​ຈະ​ຢູ່​ກັບ​ພວກເຈົ້າ​ສະເໝີ. ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ. ດັ່ງນັ້ນ ຢ່າສູ່​ຢ້ານກົວ​ເລີຍ.


ພວກເຮົາ​ທຸກຄົນ​ມີ​ພຣະບິດາ​ອົງ​ດຽວກັນ​ບໍ່ແມ່ນ​ບໍ? ບໍ່ແມ່ນ​ພຣະເຈົ້າ​ອົງ​ດຽວກັນ​ບໍ ທີ່​ສ້າງ​ພວກເຮົາ​ທຸກຄົນ? ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ລະເມີດ​ຄຳສັນຍາ ທີ່​ພວກເຮົາ​ມີ​ຕໍ່​ກັນແລະກັນ; ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ໝິ່ນປະໝາດ​ພັນທະສັນຍາ ທີ່​ພຣະເຈົ້າ​ໄດ້​ເຮັດ​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຮົາ?


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເປັນ​ຜູ້​ນຳພາ​ພວກເຈົ້າ ແລະ​ພຣະອົງ​ຈະ​ຕໍ່ສູ້​ພວກເຂົາ​ແທນ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ເຮັດ​ໃນ​ປະເທດ​ເອຢິບ


ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຈົ້າ​ໄດ້​ເຫັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ນຳພາ​ພວກເຈົ້າ ໃຫ້​ມາ​ເຖິງ​ທີ່​ນີ້​ຢ່າງ​ປອດໄພ​ຢ່າງ​ໃດ ກໍ​ເໝືອນ​ດັ່ງ​ພໍ່​ຫອບອູ້ມ​ເອົາ​ລູກຊາຍ​ຂອງຕົນ.’


ຕໍ່ໄປນີ້ ແມ່ນ​ເນື້ອໃນ​ຂອງ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ໃຫ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ​ໃນ​ດິນແດນ​ໂມອາບ; ທັງໝົດ​ນີ້​ແມ່ນ​ໃຫ້​ຕື່ມ​ໃສ່​ພັນທະສັນຍາ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຮັດ​ກັບ​ພວກເຂົາ​ແລ້ວ​ທີ່​ພູເຂົາ​ຊີນາຍ.


ໂມເຊ​ໄດ້​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທຸກຄົນ​ມາ​ເຕົ້າໂຮມ​ກັນ ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ໄດ້​ເຫັນ​ຕໍ່ໜ້າ​ຕົນເອງ​ແລ້ວ​ວ່າ ພຣະເຈົ້າຢາເວ​ໄດ້​ເຮັດ​ຕໍ່​ຟາໂຣ​ກະສັດ​ຂອງ​ປະເທດ​ເອຢິບ​ຕໍ່​ບັນດາ​ຂ້າຣາຊການ ແລະ​ຕໍ່​ດິນແດນ​ທັງໝົດ​ຂອງ​ເພິ່ນ​ຢ່າງໃດ.


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ! ຕາບໃດ​ທີ່​ພວກເຈົ້າ​ມີ​ຊີວິດ​ຢູ່ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນກັບຕາ​ມາ​ແລ້ວ. ຈົ່ງ​ບອກ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ເຫຼົ່ານີ້


ພວກເຈົ້າ​ໄດ້​ເຫັນ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ກະທຳ​ຕໍ່​ຊົນຊາດ​ທັງປວງ​ຍ້ອນ​ເລື່ອງ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສູ້ຮົບ​ເພື່ອ​ພວກເຈົ້າ.


ແຕ່​ຍິງ​ຜູ້​ນີ້​ໄດ້​ຮັບ​ປີກ​ສອງ​ອັນ​ຂອງ​ນົກອິນຊີ​ໃຫຍ່ ເພື່ອ​ຈະ​ໄດ້​ບິນ​ໜີໄປ​ຫາ​ບ່ອນ​ຂອງ​ນາງ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ນາງ​ຈະ​ໄດ້​ຮັບ​ການ​ລ້ຽງດູ​ຢູ່​ສາມ​ປີ​ເຄິ່ງ ປອດໄພ​ຈາກ​ການ​ໂຈມຕີ​ຂອງ​ພະຍານາກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka