25 ໂມເຊຈຶ່ງໄດ້ລົງຈາກພູມາຫາປະຊາຊົນ ແລະໄດ້ກ່າວຖ້ອຍຄຳທັງຫລາຍນີ້ໃຫ້ພວກເຂົາຟັງ.
ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງລົງໄປນຳເອົາອາໂຣນຂຶ້ນມາທີ່ນີ້ກັບເຈົ້າ, ແຕ່ສຳລັບພວກປະໂຣຫິດ ແລະປະຊາຊົນອິດສະຣາເອນນັ້ນ ຢ່າໃຫ້ພວກເຂົາຂ້າມເຂດຂຶ້ນມາຫາເຮົາຢ່າງເດັດຂາດ ຫລືຈະໃຫ້ເຮົາລົງໂທດພວກເຂົາ.”
ຕໍ່ໄປແມ່ນຖ້ອຍຄຳຂອງພຣະເຈົ້າ ທີ່ໄດ້ສັ່ງປະຊາຊົນອິດສະຣາເອນ ດັ່ງນີ້:
ຂ້າພະເຈົ້າໄດ້ຢືນຢູ່ທາງກາງລະຫວ່າງພວກເຈົ້າ ແລະພຣະເຈົ້າຢາເວໃນຄາວນັ້ນ ເພື່ອບອກສິ່ງທີ່ພຣະອົງໄດ້ກ່າວໃຫ້ພວກເຈົ້າຮູ້ ເພາະພວກເຈົ້າຢ້ານແປວໄຟແລະບໍ່ກ້າຂຶ້ນມາເທິງພູ. ພຣະເຈົ້າຢາເວກ່າວວ່າ,