Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:22 - ພຣະຄຳພີສັກສິ

22 ແມ່ນແຕ່​ພວກ​ປະໂຣຫິດ​ທີ່​ເຂົ້າ​ມາ​ໃກ້​ພຣະເຈົ້າຢາເວ​ກໍດີ ຕ້ອງ​ຊຳລະ​ຕົນ ຫລື​ຈະ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ພວກເຂົາ.”

Uka jalj uñjjattʼäta Copia luraña




ອົບພະຍົບ 19:22
17 Jak'a apnaqawi uñst'ayäwi  

ຍ້ອນ​ພວກເຈົ້າ​ບໍ່ໄດ້​ໄປ​ທີ່​ນັ້ນ​ເທື່ອ​ທຳອິດ ເພື່ອ​ຫາມ​ຫີບ​ພັນທະສັນຍາ; ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຈຶ່ງ​ໄດ້​ລົງໂທດ​ພວກເຮົາ ເພາະ​ບໍ່ໄດ້​ນະມັດສະການ​ພຣະອົງ​ຕາມ​ທີ່​ສົມຄວນ.”


ແລະ​ໃນ​ມື້​ທີ​ສິບສີ່​ຂອງ​ເດືອນ​ນັ້ນ ພວກເຂົາ​ໄດ້​ຂ້າ​ລູກແກະ​ສຳລັບ​ຖວາຍບູຊາ​ໃນ​ປັດສະຄາ. ປະໂຣຫິດ​ແລະ​ຊາວ​ເລວີ​ທີ່​ບໍ່ໄດ້​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ກໍ​ຮູ້ສຶກ​ລະອາຍ​ໃຈ; ສະນັ້ນ ພວກເຂົາ​ຈຶ່ງ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ແລະ​ບັດນີ້ ພວກເຂົາ​ຖວາຍ​ເຄື່ອງ​ເຜົາບູຊາ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄດ້.


ພຣະເຈົ້າຢາເວ​ໄດ້​ຕອບ​ວ່າ, “ຈົ່ງ​ລົງ​ໄປ​ນຳ​ເອົາ​ອາໂຣນ​ຂຶ້ນ​ມາ​ທີ່​ນີ້​ກັບ​ເຈົ້າ, ແຕ່​ສຳລັບ​ພວກ​ປະໂຣຫິດ ແລະ​ປະຊາຊົນ​ອິດສະຣາເອນ​ນັ້ນ ຢ່າ​ໃຫ້​ພວກເຂົາ​ຂ້າມ​ເຂດ​ຂຶ້ນ​ມາ​ຫາ​ເຮົາ​ຢ່າງ​ເດັດຂາດ ຫລື​ຈະ​ໃຫ້​ເຮົາ​ລົງໂທດ​ພວກເຂົາ.”


ບັດນີ້ ຖ້າ​ພວກເຈົ້າ​ເຊື່ອຟັງ​ເຮົາ ແລະ​ຮັກສາ​ພັນທະສັນຍາ​ຂອງເຮົາ ພວກເຈົ້າ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ. ທົ່ວ​ທັງ​ແຜ່ນດິນ​ໂລກ​ນີ້​ເປັນ​ຂອງເຮົາ, ແຕ່​ພວກເຈົ້າ​ຈະ​ເປັນ​ປະຊາຊົນ​ທີ່​ເຮົາ​ເລືອກ​ໄວ້​


ຕໍ່ມາ ເພິ່ນ​ໄດ້​ໃຊ້​ພວກ​ຄົນ​ໜຸ່ມ​ອິດສະຣາເອນ ເຜົາ​ເຄື່ອງ​ບູຊາ​ຖວາຍ​ແລະ​ເຜົາ​ງົວ​ທັງ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ.


ທຸກຄົນ​ທີ່​ແບກຫາບ​ເຄື່ອງໃຊ້​ຂອງ​ພຣະເຈົ້າຢາເວ ຈົ່ງ​ອອກ​ໄປ​ໄວໆ ຈາກ​ນະຄອນ​ບາບີໂລນ​ເຖີດ ຢ່າ​ແຕະຕ້ອງ​ສິ່ງ​ຫວງຫ້າມ​ໃດໆ ຈົ່ງ​ຮັກສາ​ຕົວ​ໃຫ້​ບໍຣິສຸດ ແລະ​ອອກ​ໜີໄປ​ເຖີດ


ພວກເຂົາ​ຕ້ອງ​ໃຫ້​ບໍຣິສຸດ​ຕໍ່​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຢ່າ​ເຮັດ​ໃຫ້​ນາມຊື່​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ​ເສື່ອມ​ເສຍ. ເພາະວ່າ​ພວກເຂົາ​ເປັນ​ຜູ້​ຖວາຍ​ບູຊາ​ດ້ວຍໄຟ​ແກ່​ພຣະເຈົ້າຢາເວ, ເປັນ​ອາຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຂົາ; ສະນັ້ນ ພວກເຂົາ​ຕ້ອງ​ບໍຣິສຸດ.


ບັດນີ້ ຈົ່ງ​ບອກ​ປະຊາຊົນ​ວ່າ, ‘ໃນ​ມື້ອື່ນ​ໃຫ້​ພວກເຈົ້າ​ເຮັດ​ພິທີ​ຊຳລະ​ຕົນເອງ. ພວກເຈົ້າ​ຈະ​ມີ​ຊີ້ນ​ກິນ ເພາະ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມທຸກ. ພຣະອົງ​ຮູ້​ວ່າ​ພວກເຈົ້າ​ຢາກ​ກິນ​ຊີ້ນ ແລະ​ເວົ້າ​ວ່າ​ຢູ່​ປະເທດ​ເອຢິບ​ພຸ້ນ​ສະບາຍ​ກວ່າ. ບັດນີ້ ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ ແລະ​ພວກເຈົ້າ​ຈະ​ຕ້ອງ​ກິນ​ຊີ້ນ​ນີ້.


ໃນ​ທັນໃດນັ້ນ ນາງ​ກໍ​ລົ້ມ​ລົງ​ທີ່​ຕີນ​ຂອງ​ເປໂຕ ແລະ​ສິ້ນໃຈ​ຕາຍ ເມື່ອ​ພວກ​ຊາຍ​ໜຸ່ມ​ເຂົ້າ​ມາ​ກໍ​ເຫັນ​ວ່າ​ນາງ​ຕາຍ​ແລ້ວ. ດັ່ງນັ້ນ ພວກເຂົາ​ຈຶ່ງ​ຫາມ​ຊາກສົບ​ຂອງ​ນາງ​ອອກ​ໄປ ແລະ​ຝັງ​ໄວ້​ທີ່​ຂ້າງ​ຊາກສົບ​ຜົວ​ຂອງ​ນາງ.


ເມື່ອ​ອານາເນຍ​ໄດ້ຍິນ​ຖ້ອຍຄຳ​ເຫຼົ່ານີ້ ລາວ​ກໍ​ລົ້ມ​ລົງ​ສິ້ນໃຈ​ຕາຍ ຝ່າຍ​ຄົນ​ທັງປວງ​ທີ່​ໄດ້ຍິນ​ເຖິງ​ເຫດການ​ນັ້ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງໃຫຍ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka