ອົບພະຍົບ 19:21 - ພຣະຄຳພີສັກສິ21 ແລ້ວພຣະເຈົ້າຢາເວກໍບອກໂມເຊວ່າ, “ຈົ່ງລົງໄປເຕືອນປະຊາຊົນ ບໍ່ໃຫ້ຂ້າມເຂດເຂົ້າມາເບິ່ງພຣະເຈົ້າຢາເວ, ຖ້າພວກເຂົາຂືນຂຶ້ນມາທີ່ນີ້ຈະມີຫລາຍຄົນຕາຍ. Uka jalj uñjjattʼäta |
ເມື່ອເຖິງເວລາຍົກຍ້າຍຄ້າຍພັກ ໃຫ້ຄົນໃນຕະກຸນໂກຮາດຫາມເຄື່ອງອັນບໍຣິສຸດເຫຼົ່ານີ້ໄປ ຫລັງຈາກອາໂຣນແລະພວກລູກຊາຍຂອງລາວໄດ້ປົກຄຸມຫຸ້ມຫໍ່ແລ້ວ. ຄົນໃນຕະກຸນໂກຮາດບໍ່ຕ້ອງແຕະຕ້ອງເຄື່ອງໃຊ້ອັນບໍຣິສຸດນີ້ເດັດຂາດ ຖ້າແຕະຕ້ອງ ພວກເຂົາຈະຕ້ອງຕາຍ. ເມື່ອຍົກຍ້າຍຫໍເຕັນບ່ອນຊຸມນຸມເທື່ອໃດ ຄົນໃນຕະກຸນໂກຮາດຈະຕ້ອງຮັບໜ້າທີ່ດັ່ງກ່າວນີ້ທຸກຄັ້ງ.