Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:18 - ພຣະຄຳພີສັກສິ

18 ພູເຂົາ​ຊີນາຍ​ທັງ​ໜ່ວຍ​ມີ​ຄວັນ​ປົກຄຸມ​ຢູ່ ເພາະ​ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ໃນ​ໄຟ​ທີ່​ເທິງ​ພູ​ນັ້ນ. ສະນັ້ນ ຄວັນ​ທີ່​ພຸ່ງ​ຂຶ້ນ​ມາ ຈຶ່ງ​ຄື​ຄວັນ​ທີ່​ອອກ​ມາ​ຈາກ​ເຕົາ​ໄຟ​ອັນ​ໃຫຍ່ ແລະ​ພູເຂົາ​ທັງ​ໜ່ວຍ​ກໍ​ສະທ້ານ​ຫວັ່ນໄຫວ​ຢ່າງ​ໜັກ.

Uka jalj uñjjattʼäta Copia luraña




ອົບພະຍົບ 19:18
41 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ ເພື່ອ​ເບິ່ງ​ຕົວເມືອງ​ກັບ​ຫໍຄອຍ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ


ເມື່ອ​ຕາເວັນ​ຕົກ​ດິນ​ແລ້ວ ໃນທັນໃດ ກໍ​ມີ​ເຕົາ​ໄຟ​ອັນ​ຮ້ອນ​ທີ່​ມີ​ຄວັນ​ພຸ່ງ​ຂຶ້ນ ແລະ​ມີ​ໂຄມໄຟ​ທີ່​ມີ​ແສງ​ຮຸ່ງ​ເຮືອງ​ປາກົດ​ຂຶ້ນ​ໃຫ້​ເຫັນ ຜ່ານ​ກາງ​ຊາກ​ຂອງ​ສັດ​ເຫຼົ່ານັ້ນ​ໄປ.


ເພິ່ນ​ຫລຽວ​ລົງ​ເບິ່ງ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ແລະ​ຮ່ອມພູ​ທັງໝົດ ຈຶ່ງ​ເຫັນ​ຄວັນໄຟ​ພຸ່ງ​ຂຶ້ນ​ມາ​ຈາກ​ພື້ນດິນ ດັ່ງ​ຄວັນໄຟ​ທີ່​ພຸ່ງ​ຂຶ້ນ​ມາ​ຈາກ​ເຕົາ​ຫລອມ​ໃຫຍ່.


ທີ່​ພູເຂົາ​ຊີນາຍ​ພຣະອົງ​ໄດ້​ລົງ​ມາ​ຈາກ​ສະຫວັນ; ພຣະອົງ​ໄດ້​ກ່າວ​ແກ່​ປະຊາຊົນ​ໃນ​ທີ່ນັ້ນ ແລະ​ໄດ້​ມອບ​ກົດບັນຍັດ​ທີ່​ດີ​ແກ່​ພວກເພິ່ນ ທັງ​ຄຳ​ສັ່ງສອນ​ທີ່​ມີ​ຫລັກ​ແກ່​ພວກເພິ່ນ​ດ້ວຍ.


ພໍ​ຫລຽວ​ເບິ່ງ​ແຜ່ນດິນ​ໂລກ ມັນ​ກໍ​ສັ່ນສະເທືອນ ພໍ​ພຣະອົງ​ແຕະຕ້ອງ​ພູ ຄວັນໄຟ​ກໍ​ຟົ້ງ​ອອກ​ໂລດ.


ໜ່ວຍ​ພູ​ກະໂດດ​ເຕັ້ນ​ດັ່ງ​ຝູງ​ແບ້ເຖິກ ແລະ​ພູນ້ອຍ​ກໍ​ເຕັ້ນ​ຂຶ້ນລົງ​ດັ່ງ​ແກະນ້ອຍ.


ແຜ່ນດິນ​ໂລກ​ເອີຍ ຈົ່ງ​ສັ່ນສະເທືອນ​ຕໍ່ໜ້າ​ພຣະເຈົ້າຢາເວ, ຢູ່​ຕໍ່ໜ້າ​ພຣະເຈົ້າ​ຂອງ​ຢາໂຄບ.


ຂ້າແດ່​ພຣະເຈົ້າຢາເວ ໂຜດ​ແຍກ​ຟ້າ​ສະຫວັນ​ອອກ ແລະ​ສະເດັດ​ລົງ​ມາ ໂຜດ​ແຕະຕ້ອງ​ພູຜາ ແລະ​ຄວັນໄຟ​ກໍ​ຈະ​ພຸ່ງ​ອອກ​ມາ.


ພຣະອົງ​ແຫວກ​ຟ້າ​ສະຫວັນ​ແລະ​ສະເດັດ​ລົງ​ມາ ໂດຍ​ມີ​ກ້ອນເມກ​ຕຶບໜາ​ຮອງ​ຕີນ​ພຣະອົງ​ໄວ້.


ພຣະອົງ​ໄດ້​ເທ​ຫ່າຝົນ​ລົງ​ໃສ່​ຢ່າງ​ອຸດົມສົມບູນ ໃຫ້​ດິນແດນ​ທີ່​ຊຸດໂຊມ​ອຸດົມສົມບູນ​ຂຶ້ນ​ໃໝ່


ຟ້າ​ຜ່າ​ໄດ້​ສົ່ງ​ສຽງ​ຮ້ອງ​ດັງ​ກຶກກ້ອງ​ອອກ​ໄປ ແລະ​ແສງ​ຟ້າ​ແມບເຫຼື້ອມ​ເຮັດ​ໃຫ້​ໂລກ​ຮຸ່ງ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ​ສະທ້ານ​ສະເທືອນ.


ພຣະອົງ​ຍ່າງ​ເທິງ​ຄື້ນ​ນໍ້າ​ຂ້າມ​ທ້ອງ​ທະເລ​ໄປ ແຕ່​ບໍ່ມີ​ຮອຍ​ບາດ​ຍ່າງ​ຂອງ​ພຣະອົງ​ໃຫ້​ປາກົດ​ເປັນ​ທີ່​ເຫັນ​ໄດ້.


ລາວ​ຈະ​ຖືກ​ແກວ່ງ​ດ້ວຍ​ກ້ອນຫີນ ຫລື​ຖືກ​ຍິງ​ດ້ວຍ​ລູກ​ໜ້າທະນູ ແລະ​ຢ່າ​ຂ້າ​ໂດຍ​ໃຊ້​ມື​ແຕະຕ້ອງ​ລາວ. ຢ່າ​ໄວ້​ຊີວິດ​ຜູ້ໃດ​ຜູ້ໜຶ່ງ ບໍ່​ວ່າ​ຄົນ​ຫລື​ສັດ​ກໍຕາມ, ແຕ່​ພໍ​ເມື່ອ​ສຽງ​ແກ​ດັງ​ໃຫ້​ບາງຄົນ ຂຶ້ນ​ມາ​ເທິງ​ພູ​ໄດ້.”


ໂມເຊ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ຄ້າຍພັກ​ໄປ​ເຝົ້າ​ພຣະເຈົ້າ ແລະ​ຢຸດ​ຢູ່​ທີ່​ຕີນ​ພູ.


ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.


ໃນ​ທີ່ນັ້ນ ເທວະດາ​ຂອງ​ພຣະເຈົ້າຢາເວ​ໄດ້​ປາກົດ​ເປັນ​ແປວ​ໄຟ ໃຫ້​ໂມເຊ​ເຫັນ​ຢູ່​ໃນ​ກາງ​ພຸ່ມໄມ້​ຂຽວ​ແຫ່ງ​ໜຶ່ງ. ໂມເຊ​ຈ້ອງຕາ​ເບິ່ງ​ໄຟ​ແຕ່​ບໍ່​ເຫັນ​ພຸ່ມໄມ້​ໄໝ້.


ຈົ່ງ​ເຮັດ​ໃຫ້​ແລ້ວ​ໃນ​ມື້ອື່ນ​ຕອນເຊົ້າ ແລະ​ຂຶ້ນ​ມາ​ພົບ​ເຮົາ​ຢູ່​ເທິງ​ພູເຂົາ​ຊີນາຍ​ພີ້.


ສັດ​ເຫຼົ່ານັ້ນ​ຮ້ອງ ຈົນ​ຮາກຖານ​ຂອງ​ພຣະວິຫານ​ສັ່ນສະເທືອນ ແລະ​ມີ​ຄວັນ​ຄຸມ​ຢູ່​ເຕັມ​ພຣະວິຫານ.


ເປັນຫຍັງ​ພຣະອົງ​ຈຶ່ງ​ບໍ່​ແຫວກ​ຟ້າ​ສະຫວັນ​ແລະ​ສະເດັດ​ລົງ​ມາ? ພູເຂົາ​ທັງຫລາຍ​ຈະ​ເຫັນ​ພຣະອົງ ແລະ​ຢ້ານກົວ​ຈົນ​ສັ່ນເຊັນ.


ຂ້ານ້ອຍ​ແນມເບິ່ງ​ພູເຂົາ​ຕ່າງໆ​ພຸ້ນ ມັນ​ກໍ​ສັ່ນສະເທືອນ ແລະ​ເນີນພູ​ທັງຫລາຍ​ກໍ​ໂຊເຊ​ໄປມາ​ດ້ວຍ.


ເມື່ອ​ພຣະອົງ​ຢຸດ​ນິ້ງ ໂລກ​ກໍ​ເກີດ​ສະທ້ານ​ຫວັ່ນໄຫວ ພຽງ​ພຣະອົງ​ສົ່ງ​ສາຍຕາ ນາໆຊາດ​ກໍ​ສັ່ນເຊັນ​ຢ້ານ; ພູ​ທັງຫລາຍ​ທີ່​ຕັ້ງໝັ້ນຄົງ​ຢູ່​ກໍ​ແຕກ​ສະຫລາຍ​ໄປ ເນີນພູ​ຕ່າງໆ​ທີ່​ຕັ້ງ​ຢູ່​ຕະຫລອດໄປ​ຕ່າງ​ກໍ​ຍຸບ​ລົງ​ທັງນັ້ນ ຄື​ເນີນພູ​ຕ່າງໆ​ບ່ອນ​ທີ່​ພຣະອົງ​ໄດ້​ຍ່າງ​ໄປມາ ແຕ່​ຄາວ​ສະໄໝ​ດຶກດຳບັນ.


ພວກເຈົ້າ​ຈະ​ປົບໜີໄປ​ທາງ​ຮ່ອມພູ​ນີ້ ຊຶ່ງ​ແຍກ​ພູເຂົາ​ເປັນ​ສອງ​ໜ່ວຍ. ພວກເຈົ້າ​ຈະ​ໜີໄປ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ໜີ ຄາວ​ແຜ່ນດິນ​ໄຫວ​ໃນ​ສະໄໝ​ຂອງ​ກະສັດ​ອຸດຊີຢາ​ແຫ່ງ​ຢູດາຍ​ນັ້ນ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້າພະເຈົ້າ ຈະ​ມາ​ພ້ອມ​ດ້ວຍ​ຝູງ​ເທວະດາ​ທັງໝົດ​ຂອງ​ພຣະອົງ.


ປະເທດ​ທັງຫລາຍ​ຈະ​ລົບລາ​ຂ້າຟັນ​ກັນ, ອານາຈັກ​ຕ່າງໆ​ຈະ​ໂຈມຕີ​ກັນ, ການ​ອຶດຢາກ ແລະ​ແຜ່ນດິນ​ໄຫວ​ຈະ​ເກີດຂຶ້ນ​ໃນ​ທຸກ​ແຫ່ງຫົນ.


ພຣະເຈົ້າຢາເວ​ໄດ້​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ຊົງ​ໄດ້​ລຸກ​ຂຶ້ນ​ມາ​ເໝືອນ​ດັ່ງ​ຕາເວັນ​ເທິງ​ເອໂດມ​ນັ້ນ ແລະ​ຈາກ​ພູເຂົາ​ປາຣານ​ພຸ້ນ​ແສງໃສ​ແຈ້ງ​ສ່ອງ ຖືກ​ປະຊາຊົນ​ທົ່ວ​ໜ້າ​ສູ່​ຄົນ​ແທ້​ຂອງ​ພຣະອົງ. ມີ​ເທວະດາ​ເປັນ​ໝື່ນໆ​ອ້ອມລ້ອມ​ຢູ່​ກັບ​ພຣະອົງ ມີ​ໄຟ​ລຸກ​ຮຸ່ງເຮືອງ​ທີ່​ມື​ຂວາ ຂອງ​ພຣະອົງ​ດ້ວຍ.


ພຣະອົງ​ໃຫ້​ພວກເຈົ້າ​ໄດ້ຍິນ​ສຽງ​ຂອງ​ພຣະອົງ​ຈາກ​ສະຫວັນ ເພື່ອ​ພຣະອົງ​ຈະ​ສອນ​ພວກເຈົ້າ ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ນີ້ ພຣະອົງ​ກໍໄດ້​ໃຫ້​ພວກເຈົ້າ​ເຫັນ​ໄຟ​ອັນ​ສັກສິດ​ຂອງ​ພຣະອົງ ແລະ​ຈາກ​ໄຟ​ນັ້ນ​ພຣະອົງ​ໄດ້​ກ່າວ​ແກ່​ພວກເຈົ້າ.


ແມ່ນ​ຂໍ້ຄຳສັ່ງ​ເຫຼົ່ານີ້​ແຫຼະ ທີ່​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ​ທຸກຄົນ ເມື່ອ​ພວກເຈົ້າ​ໄດ້​ເຕົ້າໂຮມ​ກັນ​ທີ່​ເທິງ​ພູ​ນັ້ນ. ເມື່ອ​ພຣະອົງ​ໄດ້​ກ່າວ​ດ້ວຍ​ສຽງ​ທີ່​ເຕັມ​ດ້ວຍ​ຣິດອຳນາດ ຈາກ​ແປວໄຟ​ແລະ​ຈາກ​ເມກ​ອັນ​ໜາຕຶບ ພຣະອົງ​ໄດ້​ມອບ​ຂໍ້ຄຳສັ່ງ​ເຫຼົ່ານີ້​ໃຫ້ ແລະ​ບໍ່ມີ​ຂໍ້ຄຳສັ່ງ​ອື່ນ​ອີກ ແລ້ວ​ພຣະອົງ​ກໍໄດ້​ຈາລຶກ​ຂໍ້ຄຳສັ່ງ​ເຫຼົ່ານັ້ນ ໃສ່​ແຜ່ນ​ຫີນ​ສອງ​ແຜ່ນ ແລະ​ມອບ​ໃຫ້​ຂ້າພະເຈົ້າ.”


ພຣະເຈົ້າຢາເວ​ໄດ້​ກ່າວ​ຈາກ​ແປວໄຟ​ໜ້າ​ຕໍ່ໜ້າ​ກັບ​ພວກເຈົ້າ​ທີ່​ເທິງ​ພູ​ນັ້ນ.


ແລະ​ພຣະອົງ​ຈະ​ໃຫ້​ພວກເຈົ້າ ຜູ້​ທີ່​ຖືກ​ຄວາມ​ຍາກ​ລຳບາກ ໄດ້​ຮັບ​ຄວາມ​ບັນເທົາ​ທຸກ​ຮ່ວມ​ກັບ​ພວກເຮົາ​ດ້ວຍ. ເມື່ອ​ອົງ​ພຣະເຢຊູເຈົ້າ​ຈະ​ຊົງ​ສະເດັດ​ມາ​ປາກົດ​ຈາກ​ສະຫວັນ ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ມີ​ຣິດ​ຂອງ​ພຣະອົງ,


ເພື່ອ​ລົງໂທດ​ຜູ້​ທີ່​ປະຕິເສດ​ພຣະເຈົ້າ ແລະ​ຜູ້​ທີ່​ບໍ່​ຍອມ​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ເຈົ້າ​ທັງຫລາຍ​ບໍ່ໄດ້​ມາ​ເຖິງ​ສິ່ງ​ທີ່​ຈັບ​ໄດ້ ເຖິງ​ໄຟ​ທີ່​ໄໝ້​ຢູ່ ເຖິງ​ທີ່​ມືດດຳ​ແລະ​ມືດມົວ ແລະ​ເຖິງ​ທີ່​ລົມພະຍຸ,


ແມ່ນ​ພຣະ​ສຸຣະສຽງ​ຂອງ​ພຣະອົງ​ນີ້ ທີ່​ໄດ້​ບັນດານ​ໃຫ້​ແຜ່ນດິນ​ຫວັ່ນໄຫວ​ໃນ​ຄາວ​ນັ້ນ. ແຕ່​ບັດນີ້ ພຣະອົງ​ຊົງ​ກ່າວ​ສັນຍາ​ໄວ້​ວ່າ, “ຍັງ​ອີກເທື່ອໜຶ່ງ ເຮົາ​ຈະ​ເຮັດ​ໃຫ້​ສະທ້ານ​ຫວັ່ນໄຫວ ບໍ່ແມ່ນແຕ່​ແຜ່ນດິນ​ໂລກ​ເທົ່ານັ້ນ, ແຕ່​ທັງ​ຟ້າ​ສະຫວັນ​ເໝືອນກັນ.”


ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.


ພຣະວິຫານ​ເຕັມ​ໄປ​ດ້ວຍ​ຄວັນ​ແຫ່ງ​ສະຫງ່າຣາສີ​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ. ບໍ່ມີ​ຜູ້ໃດ​ເຂົ້າ​ໄປ​ໃນ​ພຣະວິຫານ​ນັ້ນ​ໄດ້ ຈົນກວ່າ​ໄພພິບັດ​ທັງ​ເຈັດ ຂອງ​ເທວະດາ​ທັງ​ເຈັດ​ຕົນ​ນັ້ນ ຈະ​ໄດ້​ສິ້ນສຸດ​ລົງ.


ດາວ​ນັ້ນ​ໄດ້​ເປີດ​ປ່ອງ​ເຫວເລິກ​ອອກ ແລະ​ຄວັນໄຟ​ກໍ​ພຸ່ງ​ອອກ​ມາ​ຈາກ​ເຫວ​ນັ້ນ ເໝືອນ​ດັ່ງ​ຄວັນໄຟ​ຈາກ​ເຕົາ​ຫລອມ​ໃຫຍ່ ດວງ​ຕາເວັນ ແລະ​ອາກາດ​ກໍ​ມືດ​ໄປ ເພາະ​ຄວັນ​ທີ່​ຂຶ້ນ​ມາ​ຈາກ​ເຫວເລິກ​ນັ້ນ.


ພູຜາ​ກໍໄດ້​ໄຫວຫວັ່ນ​ຢູ່​ຕໍ່ໜ້າ ພຣະເຈົ້າຢາເວ​ແຫ່ງ​ພູເຂົາ​ຊີນາຍ ຄື​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka