Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:16 - ພຣະຄຳພີສັກສິ

16 ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ.

Uka jalj uñjjattʼäta Copia luraña




ອົບພະຍົບ 19:16
31 Jak'a apnaqawi uñst'ayäwi  

ພຣະອົງ​ແຫກ​ຟ້າ​ສະຫວັນ​ແລະ​ສະເດັດ​ລົງ​ມາ ເທິງ​ກ້ອນ​ເມກ​ອັນ​ຕຶບໜາ ທີ່​ຮອງ​ຕີນ​ພຣະອົງ​ໄວ້.


ຜູ້ໃດ​ເປັນ​ຜູ້​ຂຸດ​ປ່ອງ​ໃຫ້​ນໍ້າ​ຝົນ​ຕົກລົງ​ມາ ແລະ​ແປງ​ທາງ​ທຽວ​ສຳລັບ​ໃຫ້​ຟ້າ​ຜ່າ?


ພຣະເຈົ້າ​ຂອງ​ພວກເຮົາ​ກຳລັງ​ມາ​ຢ່າງ​ໂດ່ງດັງ ພຣະອົງ​ມີ​ໄຟ​ລຸກ​ຢູ່ ແລະ​ມີ​ລົມພະຍຸ​ອັນ​ຮ້າຍແຮງ​ພັດ​ອ້ອມ​ພຣະອົງ​ໄວ້.


ຟ້າ​ຜ່າ​ໄດ້​ສົ່ງ​ສຽງ​ຮ້ອງ​ດັງ​ກຶກກ້ອງ​ອອກ​ໄປ ແລະ​ແສງ​ຟ້າ​ແມບເຫຼື້ອມ​ເຮັດ​ໃຫ້​ໂລກ​ຮຸ່ງ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ​ສະທ້ານ​ສະເທືອນ.


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ຄຳ​ເຕືອນ​ຂອງເຮົາ ຊາວ​ອິດສະຣາເອນ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຟັງ​ເຮົາ​ເວົ້າ


ຟ້າແມບ​ເຮັດ​ໃຫ້​ໂລກ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ແລເຫັນ​ຈຶ່ງ​ສັ່ນ​ສະທ້ານ​ຢ້ານກົວ.


ແລະ​ມື້ຮື ໃຫ້​ພວກເຂົາ​ຕຽມພ້ອມ ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ຈະ​ລົງ​ມາ​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຈະ​ເຫັນ​ເຮົາ.


ແລະ​ໂມເຊ​ບອກ​ພວກເຂົາ​ຕື່ມ​ວ່າ, “ໃນ​ມື້​ທີ​ສາມ ຈົ່ງ​ພາກັນ​ຕຽມພ້ອມ​ໃຫ້​ດີ ແລະ​ຢ່າ​ສົມສູ່​ກັນ​ທາງ​ເພດ​ເປັນ​ເດັດຂາດ.”


ໂມເຊ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ຄ້າຍພັກ​ໄປ​ເຝົ້າ​ພຣະເຈົ້າ ແລະ​ຢຸດ​ຢູ່​ທີ່​ຕີນ​ພູ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ເມກ​ອັນ​ຕຶບໜາ ເພື່ອ​ວ່າ​ປະຊາຊົນ​ຈະ​ໄດ້ຍິນ​ເຮົາ​ກ່າວ​ແກ່​ເຈົ້າ ແລະ​ພວກເຂົາ​ຈະ​ໄດ້​ເຊື່ອຟັງ​ເຈົ້າ​ຕະຫລອດໄປ.” ໂມເຊ​ຈຶ່ງ​ບອກ​ພຣະເຈົ້າຢາເວ​ຕາມ​ທີ່​ປະຊາຊົນ​ໄດ້​ຕອບ​ມາ​ນັ້ນ


ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.


ແຕ່​ປະຊາຊົນ​ຍັງ​ສືບຕໍ່​ຢືນ​ຢູ່​ຫ່າງໆ ແລະ​ມີ​ແຕ່​ໂມເຊ​ຜູ້​ດຽວ​ເທົ່ານັ້ນ ທີ່​ກ້າ​ຫຍັບ​ເຂົ້າ​ໄປ​ໃກ້​ເມກ​ອັນ​ຕຶບໜາ ບ່ອນ​ທີ່​ພຣະເຈົ້າ​ສະຖິດ​ຢູ່​ນັ້ນ.


ຕໍ່ມາ ເມກ​ໄດ້​ມາ​ປົກຄຸມ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປົກຄຸມ​ເຕັມ​ຢູ່​ທີ່​ຫໍເຕັນ​ສັກສິດ​ນັ້ນ.


ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງຕົນ​ຂຶ້ນ​ສູ່​ສະຫວັນ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ຟ້າຮ້ອງ, ໝາກເຫັບ​ແລະ​ໄຟ​ໄດ້​ຕົກລົງ​ມາ​ເທິງ​ໜ້າດິນ. ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ດັ່ງ​ຫ່າຝົນ​ຕົກລົງ​ເທິງ​ປະເທດ​ເອຢິບ.


ເຮົາ​ແມ່ນ​ພຣະເຈົ້າຢາເວ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢຳເກງ​ເຮົາ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ຢ້ານກົວ​ຕົວສັ່ນ​ຕໍ່ໜ້າ​ເຮົາ? ເຮົາ​ເປັນ​ຜູ້​ຈັດສັນ​ດິນ​ຊາຍ​ໄວ້​ເປັນ​ເຂດ​ອ້ອມ​ທະເລ ເພື່ອ​ໃຫ້​ເປັນ​ເຄື່ອງ​ກີດກັ້ນ​ອັນ​ຖາວອນ​ບໍ່​ໃຫ້​ນໍ້າ​ທະເລ​ຜ່ານ​ໄປ​ໄດ້. ນໍ້າ​ທະເລ​ອາດ​ໂຍກຂຶ້ນ​ໂຍກລົງ ແຕ່​ກໍ​ເລີຍ​ຂອບເຂດ​ນັ້ນ​ໄປ​ບໍ່ໄດ້; ຄື້ນ​ທະເລ​ອາດ​ດັງ​ກ້ອງສະໜັ່ນ ແຕ່​ກໍ​ຜ່ານ​ໄປ​ບໍ່ໄດ້.


ພຣະເຈົ້າຢາເວ​ບໍ່​ຮ້າຍ​ງ່າຍ ແຕ່​ຊົງຣິດ​ເຫລືອຫລາຍ ພຣະອົງ​ບໍ່ເຄີຍ​ປ່ອຍ​ຄົນຜິດ​ໜີໄປ​ຢ່າງ​ບໍ່ໄດ້​ຮັບ​ໂທດ. ບ່ອນ​ທີ່​ພຣະເຈົ້າຢາເວ​ຍ່າງຍ້າຍ​ລົມພະຍຸ​ກໍ​ໂຜ່​ຂຶ້ນ​ມາ ເມກໝອກ​ເປັນ​ຂີ້ຝຸ່ນ​ດິນ​ມີ​ຄວັນ​ທີ່​ຕີນ​ພຣະອົງ


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ດ້ວຍ​ສຽງ​ແກ​ດັງ​ກ້ອງສະໜັ່ນ, ເພື່ອ​ຮວບຮວມ​ເອົາ​ປະຊາຊົນ​ຂອງ​ພຣະເຈົ້າ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈາກ​ລົມ​ທິດ​ທັງ​ສີ່ ຕັ້ງແຕ່​ສຸດ​ຂອບຟ້າ​ເບື້ອງນີ້​ຈົນເຖິງ​ສຸດ​ຂອບຟ້າ​ເບື້ອງນັ້ນ.”


ຂ້າພະເຈົ້າ​ໄດ້​ຢືນ​ຢູ່​ທາງ​ກາງ​ລະຫວ່າງ​ພວກເຈົ້າ ແລະ​ພຣະເຈົ້າຢາເວ​ໃນ​ຄາວ​ນັ້ນ ເພື່ອ​ບອກ​ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໃຫ້​ພວກເຈົ້າ​ຮູ້ ເພາະ​ພວກເຈົ້າ​ຢ້ານ​ແປວໄຟ​ແລະ​ບໍ່​ກ້າ​ຂຶ້ນ​ມາ​ເທິງ​ພູ. ພຣະເຈົ້າຢາເວ​ກ່າວ​ວ່າ,


ສິ່ງ​ທີ່​ປາກົດ​ນັ້ນ ກໍ​ເປັນ​ໜ້າ​ຢ້ານ​ຫລາຍ​ປານ​ນັ້ນ ຈົນ​ໂມເຊ​ໄດ້​ກ່າວ​ວ່າ, “ຂ້າພະເຈົ້າ​ຢ້ານ​ເຕັມທີ​ຈົນ​ຕົວ​ສັ່ນ.”


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ໄຂ​ອອກ ແລະ​ຫີບ​ພັນທະສັນຍາ ກໍ​ປາກົດ​ໃຫ້​ເຫັນ​ຢູ່​ໃນ​ທີ່ນັ້ນ ແລ້ວ​ມີ​ຟ້າ​ແມບເຫຼື້ອມ, ສຽງ​ແຕກ​ສະໜັ່ນ, ຟ້າຮ້ອງ​ຢູ່​ບໍ່​ຂາດ​ໄລຍະ, ແຜ່ນດິນ​ໄຫວ ແລະ​ໝາກເຫັບ​ຕົກ​ຢ່າງ​ຫລວງຫລາຍ.


ພາຍຫລັງ​ເຫດການ​ເຫຼົ່ານີ້​ແລ້ວ ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຢ່າງ​ໜຶ່ງ ຄື​ມີ​ປະຕູ​ໜຶ່ງ​ເປີດ​ຢູ່​ໃນ​ສະຫວັນ. ແລະ​ສຽງ​ທຳອິດ​ເໝືອນ​ສຽງ​ແກ​ທີ່​ຂ້າພະເຈົ້າ​ໄດ້ຍິນ​ນັ້ນ ກ່າວ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້ ແລະ​ເຮົາ​ຈະ​ສຳແດງ​ໃຫ້​ເຈົ້າ​ເຫັນ​ເຫດການ​ທີ່​ຕ້ອງ​ເກີດຂຶ້ນ​ໃນ​ພາຍໜ້າ.”


ຈາກ​ບັນລັງ​ນັ້ນ ມີ​ຟ້າ​ແມບເຫຼື້ອມ​ທັງ​ສຽງ​ຟ້າຮ້ອງ​ດັງ​ສະໜັ່ນ​ຢູ່​ບໍ່​ຂາດ. ຕໍ່ໜ້າ​ບັນລັງ​ນັ້ນ ມີ​ຕະກຽງ​ໄຕ້​ໄວ້​ຢູ່​ເຈັດ​ໜ່ວຍ ຄື​ວິນຍານ​ທັງ​ເຈັດ​ຂອງ​ພຣະເຈົ້າ.


ແລ້ວ​ເທວະດາ​ຕົນ​ນັ້ນ ໄດ້​ຖື​ໝໍ້​ໄປ​ເອົາ​ໄຟ​ຈາກ​ແທ່ນບູຊາ​ໃສ່​ຈົນ​ເຕັມ ແລ້ວ​ໂຍນ​ໝໍ້​ນັ້ນ ລົງ​ເທິງ​ແຜ່ນດິນ​ໂລກ ແລ້ວ​ກໍ​ເກີດ​ມີ​ຟ້າຮ້ອງ ສຽງ​ແຕກ​ສະໜັ່ນ ຟ້າ​ແມບເຫຼື້ອມ ແລະ​ແຜ່ນດິນ​ຫວັ່ນໄຫວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka