Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:13 - ພຣະຄຳພີສັກສິ

13 ລາວ​ຈະ​ຖືກ​ແກວ່ງ​ດ້ວຍ​ກ້ອນຫີນ ຫລື​ຖືກ​ຍິງ​ດ້ວຍ​ລູກ​ໜ້າທະນູ ແລະ​ຢ່າ​ຂ້າ​ໂດຍ​ໃຊ້​ມື​ແຕະຕ້ອງ​ລາວ. ຢ່າ​ໄວ້​ຊີວິດ​ຜູ້ໃດ​ຜູ້ໜຶ່ງ ບໍ່​ວ່າ​ຄົນ​ຫລື​ສັດ​ກໍຕາມ, ແຕ່​ພໍ​ເມື່ອ​ສຽງ​ແກ​ດັງ​ໃຫ້​ບາງຄົນ ຂຶ້ນ​ມາ​ເທິງ​ພູ​ໄດ້.”

Uka jalj uñjjattʼäta Copia luraña




ອົບພະຍົບ 19:13
11 Jak'a apnaqawi uñst'ayäwi  

ແລ້ວ​ໂມເຊ​ກໍໄດ້​ລົງ​ມາ​ແຕ່​ພູ ແລະ​ບອກ​ປະຊາຊົນ​ໃຫ້​ຕຽມຕົວ ເພື່ອ​ນະມັດສະການ. ພວກເຂົາ​ໄດ້​ຊັກ​ເສື້ອຜ້າ


ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ.


ໂມເຊ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ຄ້າຍພັກ​ໄປ​ເຝົ້າ​ພຣະເຈົ້າ ແລະ​ຢຸດ​ຢູ່​ທີ່​ຕີນ​ພູ.


ສຽງ​ແກ​ໄດ້​ດັງ​ແຮງ​ແລະ​ແຮງ​ຂຶ້ນ. ເມື່ອ​ໂມເຊ​ກ່າວ​ອອກ​ໄປ ພຣະເຈົ້າ​ກໍ​ຕອບ​ເພິ່ນ​ມາ​ດ້ວຍ​ສຽງ​ຟ້າຮ້ອງ.


ເຈົ້າ​ຢ່າ​ໃຫ້​ໃຜ​ຂຶ້ນ​ມາ​ນຳ ຢ່າ​ໃຫ້​ເຮົາ​ເຫັນ​ຜູ້ໃດ ໃນ​ບ່ອນໃດ​ບ່ອນໜຶ່ງ​ທີ່​ເທິງ​ພູ​ເປັນ​ເດັດຂາດ ແມ່ນແຕ່​ຝູງແກະ, ຝູງແບ້ ແລະ​ຝູງງົວ ກໍ​ຢ່າ​ໃຫ້​ຂຶ້ນ​ມາ​ກິນ​ຫຍ້າ​ທີ່​ເນີນພູ​ນີ້.”


ໃນ​ຊົ່ວ​ຂະນະ​ດຽວ ໃນ​ຊົ່ວ​ພັບຕາ​ດຽວ ເມື່ອ​ເປົ່າແກ​ຄັ້ງ​ສຸດທ້າຍ​ນັ້ນ. ດ້ວຍວ່າ, ຈະ​ມີ​ສຽງ​ແກ ແລະ​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ຂຶ້ນ​ມາ​ໂດຍ​ບໍ່​ເປື່ອຍເນົ່າ ແລະ​ຝ່າຍ​ພວກເຮົາ​ກໍ​ຈະ​ຖືກ​ປ່ຽນແປງ​ໃໝ່.


ດ້ວຍວ່າ, ຈະ​ມີ​ສຽງ​ຮ້ອງ​ບັນຊາ​ອັນ​ດັງ, ສຽງ​ຂອງ​ອັກຄະ​ເທວະດາ ສຽງ​ແກ​ຂອງ​ພຣະເຈົ້າ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ຈະ​ສະເດັດ​ລົງ​ມາ​ຈາກ​ສະຫວັນ ພວກ​ທີ່​ເຊື່ອ​ໃນ​ພຣະຄຣິດ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ​ກ່ອນ.


ເພາະວ່າ ຂໍ້ຄວາມ​ທີ່​ຊົງ​ບັນຍັດ​ໄວ້​ນັ້ນ ພວກເຂົາ​ທົນ​ບໍ່ໄດ້ ຄື​ວ່າ, “ແມ່ນແຕ່​ສັດເດຍລະສານ​ໂຕ​ໃດ​ໂຕໜຶ່ງ ຖ້າ​ຫາກ​ໄປ​ຕ້ອງ​ພູ​ນັ້ນ ກໍ​ຈະ​ຕ້ອງ​ຖືກ​ຄວ່າງ​ກ້ອນຫີນ​ໃສ່​ໃຫ້​ຕາຍ.”


ພວກ​ທະຫານ​ເຫຼົ່ານີ້​ແລ່ນ​ເຂົ້າ​ໄປ​ສູ່​ເມືອງ​ກີເບອາ​ຢ່າງ​ວ່ອງໄວ. ພວກເຂົາ​ຢາຍກັນ​ອອກ​ໄປ​ທົ່ວ​ເມືອງ ແລະ​ຂ້າ​ປະຊາຊົນ​ທຸກຄົນ​ຖິ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka