Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:12 - ພຣະຄຳພີສັກສິ

12 ເຈົ້າ​ຈົ່ງ​ກຳນົດ​ເຂດ​ອ້ອມຮອບ​ພູ​ໄວ້​ໃຫ້​ປະຊາຊົນ ແລະ​ບອກ​ພວກເຂົາ​ບໍ່​ໃຫ້​ລ່ວງ​ເຂດ​ຂຶ້ນ​ໄປ​ເທິງ​ພູ ຫລື​ເຂົ້າ​ໄປ​ໃກ້​ຕີນ​ພູ​ເດັດຂາດ. ຖ້າ​ຜູ້ໃດ​ຜູ້ໜຶ່ງ​ຍ່າງ​ຂຶ້ນ​ໄປ​ທີ່​ນັ້ນ​ຈະ​ມີ​ໂທດ​ເຖິງ​ຕາຍ;

Uka jalj uñjjattʼäta Copia luraña




ອົບພະຍົບ 19:12
11 Jak'a apnaqawi uñst'ayäwi  

ເພິ່ນ​ກ່າວ​ຕໍ່​ໂມເຊ​ວ່າ, “ອອກ​ໜີໄປ​ຈາກ​ນີ້ ຢ່າ​ສູ່​ມາ​ໃຫ້​ເຮົາ​ເຫັນ​ໜ້າ​ເຈົ້າ​ອີກ​ຈັກເທື່ອ ຖ້າ​ເຈົ້າ​ມາ​ໃຫ້​ເຮົາ​ເຫັນ ເຈົ້າ​ຈະ​ຕ້ອງ​ຕາຍ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ລົງ​ໄປ​ເຕືອນ​ປະຊາຊົນ ບໍ່​ໃຫ້​ຂ້າມ​ເຂດ​ເຂົ້າ​ມາ​ເບິ່ງ​ພຣະເຈົ້າຢາເວ, ຖ້າ​ພວກເຂົາ​ຂືນ​ຂຶ້ນ​ມາ​ທີ່​ນີ້​ຈະ​ມີ​ຫລາຍ​ຄົນ​ຕາຍ.


ໂມເຊ​ຈຶ່ງ​ຕອບ​ພຣະເຈົ້າຢາເວ​ວ່າ, “ຊາວ​ອິດສະຣາເອນ​ຂຶ້ນ​ມາ​ເທິງ​ພູ​ນີ້​ບໍ່ໄດ້​ດອກ ເພາະ​ພຣະອົງ​ໄດ້​ສັ່ງ​ພວກ​ຂ້ານ້ອຍ​ໃຫ້​ເຄົາຣົບ​ພູເຂົາ​ສັກສິດ ແລະ​ທັງ​ໃຫ້​ກຳນົດ​ເຂດ​ອ້ອມຮອບ​ໄວ້​ດ້ວຍ.”


ໃຫ້​ເຈົ້າ​ຄົນ​ດຽວ​ເທົ່ານັ້ນ​ເຂົ້າ​ມາ​ໃກ້​ພຣະເຈົ້າຢາເວ. ຄົນອື່ນ​ຢ່າ​ໃຫ້​ຫຍັບ​ເຂົ້າ​ມາ​ໃກ້. ສ່ວນ​ປະຊາຊົນ​ນັ້ນ ຢ່າ​ໃຫ້​ຂຶ້ນ​ມາ​ເທິງ​ພູ​ເປັນ​ເດັດຂາດ.”


ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ ທີ່​ເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢູ່​ນີ້​ເດັດຂາດ ເພາະ​ສິ່ງ​ນັ້ນ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ​ດັກຈັບ​ພວກເຈົ້າ.


ເຈົ້າ​ຢ່າ​ໃຫ້​ໃຜ​ຂຶ້ນ​ມາ​ນຳ ຢ່າ​ໃຫ້​ເຮົາ​ເຫັນ​ຜູ້ໃດ ໃນ​ບ່ອນໃດ​ບ່ອນໜຶ່ງ​ທີ່​ເທິງ​ພູ​ເປັນ​ເດັດຂາດ ແມ່ນແຕ່​ຝູງແກະ, ຝູງແບ້ ແລະ​ຝູງງົວ ກໍ​ຢ່າ​ໃຫ້​ຂຶ້ນ​ມາ​ກິນ​ຫຍ້າ​ທີ່​ເນີນພູ​ນີ້.”


ພຣະອົງ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ແນະນຳ​ພວກເຈົ້າ​ດັ່ງ​ຕໍ່ໄປນີ້: ‘ພວກເຈົ້າ​ເກືອບ​ຈະ​ເດີນທາງ​ຜ່ານ​ເຂດ​ພູດອຍ​ເອໂດມ ເຂດແດນ​ຂອງ​ຍາດພີ່ນ້ອງ​ຫ່າງໆ​ຂອງ​ພວກເຈົ້າ ຄື​ບັນດາ​ເຊື້ອສາຍ​ຂອງ​ເອຊາວ. ພວກເຂົາ​ຈະ​ຢ້ານກົວ​ພວກເຈົ້າ,


ຈົ່ງ​ເຝົ້າ​ລະວັງ​ໃຫ້​ດີ! ຕາບໃດ​ທີ່​ພວກເຈົ້າ​ມີ​ຊີວິດ​ຢູ່ ຈົ່ງ​ແນ່ໃຈ​ວ່າ​ພວກເຈົ້າ​ບໍ່ໄດ້​ລືມໄລ ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນກັບຕາ​ມາ​ແລ້ວ. ຈົ່ງ​ບອກ​ພວກ​ລູກຫລານ​ຂອງ​ພວກເຈົ້າ​ໃຫ້​ຮູ້​ເຖິງ​ສິ່ງ​ເຫຼົ່ານີ້


ເຈົ້າ​ທັງຫລາຍ​ບໍ່ໄດ້​ມາ​ເຖິງ​ສິ່ງ​ທີ່​ຈັບ​ໄດ້ ເຖິງ​ໄຟ​ທີ່​ໄໝ້​ຢູ່ ເຖິງ​ທີ່​ມືດດຳ​ແລະ​ມືດມົວ ແລະ​ເຖິງ​ທີ່​ລົມພະຍຸ,


ພວກ​ປະໂຣຫິດ​ຈະ​ນຳທາງ​ພວກເຈົ້າ​ໄປ ເພາະ​ພວກເຈົ້າ​ບໍ່ເຄີຍ​ຜ່ານ​ທາງ​ເສັ້ນ​ນີ້​ຈັກເທື່ອ, ແຕ່​ຢ່າ​ເຂົ້າ​ໄປ​ໃກ້​ຫີບ​ພັນທະສັນຍາ ໃຫ້​ຢູ່​ຫ່າງ​ປະມານ​ໜຶ່ງ​ກິໂລແມັດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka