ອົບພະຍົບ 19:11 - ພຣະຄຳພີສັກສິ11 ແລະມື້ຮື ໃຫ້ພວກເຂົາຕຽມພ້ອມ ໃນມື້ນັ້ນ ພຣະເຈົ້າຢາເວຈະລົງມາເທິງພູເຂົາຊີນາຍ ບ່ອນທີ່ປະຊາຊົນອິດສະຣາເອນທັງໝົດຈະເຫັນເຮົາ. Uka jalj uñjjattʼäta |
ມື້ທີ່ພວກເຈົ້າໄດ້ຢືນຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ທີ່ພູເຂົາຊີນາຍ ເມື່ອພຣະເຈົ້າຢາເວໄດ້ສັ່ງຂ້າພະເຈົ້າວ່າ ‘ຈົ່ງເຕົ້າໂຮມປະຊາຊົນ ເຮົາຕ້ອງການໃຫ້ພວກເຂົາໄດ້ຍິນສິ່ງທີ່ເຮົາຕ້ອງກ່າວ ເພື່ອວ່າພວກເຂົາຈະໄດ້ຮຽນຮູ້ເຊື່ອຟັງເຮົາຊົ່ວຊີວິດຂອງພວກເຂົາ ແລະເພື່ອວ່າພວກເຂົາຈະໄດ້ສັ່ງສອນລູກຫລານຂອງພວກເຂົາໃຫ້ເຮັດຢ່າງດຽວກັນ.’