Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:10 - ພຣະຄຳພີສັກສິ

10 ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ໄປ​ບອກ​ປະຊາຊົນ​ຊຳລະ​ຕົວ ໃຫ້​ສະອາດ​ໃນ​ມື້ນີ້​ແລະ​ມື້ອື່ນ ເພື່ອ​ເຂົ້າ​ມາ​ນະມັດສະການ​ເຮົາ. ພວກເຂົາ​ຈະ​ຕ້ອງ​ພາກັນ​ຊັກ​ເສື້ອຜ້າ​ກ່ອນ

Uka jalj uñjjattʼäta Copia luraña




ອົບພະຍົບ 19:10
24 Jak'a apnaqawi uñst'ayäwi  

ດັ່ງນັ້ນ ຢາໂຄບ​ຈຶ່ງ​ບອກ​ຄົນ​ຢູ່​ໃນ​ຄອບຄົວ ແລະ​ທຸກຄົນ​ທີ່​ອາໄສ​ຢູ່​ນຳ​ຕົນ​ວ່າ, “ຈົ່ງ​ຖິ້ມ​ຮູບ​ພະ​ຂອງ​ຄົນຕ່າງຊາດ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ; ຈົ່ງ​ຊຳລະ​ຕົວ​ໃຫ້​ໝົດ​ມົນທິນ ແລະ​ນຸ່ງ​ຫົ່ມ​ເຄື່ອງ​ທີ່​ສະອາດ.


ຕໍ່ມາ ເມຟີໂບເຊັດ​ຫລານຊາຍ​ຂອງ​ກະສັດ​ໂຊນ ກໍ​ລົງ​ມາ​ຈາກ​ນະຄອນ​ເຢຣູຊາເລັມ​ເພື່ອ​ຕ້ອນຮັບ​ກະສັດ. ນັບ​ຕັ້ງແຕ່​ກະສັດ​ໜີ​ອອກ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເມຟີໂບເຊັດ​ບໍ່ໄດ້​ລ້າງ​ຕີນ, ບໍ່ໄດ້​ແຖ​ໜວດ, ບໍ່ໄດ້​ຊັກເຄື່ອງ, ຈົນເຖິງ​ມື້​ທີ່​ກະສັດ​ກັບຄືນ​ມາ​ຢ່າງ​ມີໄຊ.


ເມື່ອ​ບໍ່ມີ​ປະໂຣຫິດ​ພຽງພໍ​ທີ່​ຈະ​ຂ້າ​ສັດ​ເຫຼົ່ານີ້ ຊາວ​ເລວີ​ຈຶ່ງ​ໄດ້​ຂ້າ​ຊ່ວຍ ຈົນ​ວຽກງານ​ສຳເລັດ​ຮຽບຮ້ອຍ. ໃນ​ເວລາ​ນັ້ນ ມີ​ປະໂຣຫິດ​ຫລາຍ​ຄົນ​ໄດ້​ເຮັດ​ພິທີ​ຊຳລະ​ຕົນ​ໃຫ້​ໝົດ​ມົນທິນ​ຕື່ມ​ອີກ. (ຊາວ​ເລວີ​ຍິ່ງ​ມີ​ໃຈ​ສັດຊື່​ຫລາຍ​ຂຶ້ນ ໃນ​ການ​ປະພຶດ​ຕົນ​ບໍ່​ໃຫ້​ເປັນ​ມົນທິນ​ຕາມ​ກົດບັນຍັດ.)


ແລະ​ໂອ້ລົມ​ກັບ​ພວກເຂົາ​ຢູ່​ໃນ​ນັ້ນ​ວ່າ, “ພວກທ່ານ​ຊາວ​ເລວີ ຈົ່ງ​ອຸທິດ​ພວກທ່ານ​ເອງ ແລະ​ຈົ່ງ​ຊຳລະ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກທ່ານ. ຈົ່ງ​ຍົກຍ້າຍ​ທຸກໆ​ສິ່ງ​ທີ່​ເປັນ​ມົນທິນ​ອອກ​ໄປ​ຈາກ​ສະຖານທີ່​ສັກສິດ.


ຕອນເຊົ້າ​ຫລັງຈາກ​ງານກິນລ້ຽງ​ເລີກ​ແລ້ວ ທຸກ​ເທື່ອ​ໂຢບ​ຈະ​ຕື່ນ​ແຕ່​ເຊົ້າ​ມືດ ແລະ​ຖວາຍ​ເຄື່ອງເຜົາ​ບູຊາ​ສຳລັບ​ລູກ​ແຕ່ລະຄົນ ເພື່ອ​ຊຳລະ​ພວກເຂົາ​ຈາກ​ມົນທິນ. ເພິ່ນ​ເຮັດ​ເຊັ່ນນີ້​ເລື້ອຍໆ​ເພາະ​ເພິ່ນ​ຄິດ​ວ່າ ຜູ້ໜຶ່ງ​ໃນ​ພວກເຂົາ​ອາດ​ໄດ້​ເຮັດ​ບາບ ໂດຍ​ປະໝາດ​ພຣະເຈົ້າ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ກໍໄດ້.


ຜູ້ໃດ​ກໍຕາມ​ທີ່​ແຕະຕ້ອງ​ຕຽງນອນ​ຂອງ​ລາວ ຕ້ອງ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ແລະ​ໃຫ້​ອາບນໍ້າ​ຊຳລະ​ຮ່າງກາຍ ແລະ​ລາວ​ຍັງ​ເປັນມົນທິນ​ຈົນ​ຮອດ​ຄໍ່າ.


ບັດນີ້ ຈົ່ງ​ບອກ​ປະຊາຊົນ​ວ່າ, ‘ໃນ​ມື້ອື່ນ​ໃຫ້​ພວກເຈົ້າ​ເຮັດ​ພິທີ​ຊຳລະ​ຕົນເອງ. ພວກເຈົ້າ​ຈະ​ມີ​ຊີ້ນ​ກິນ ເພາະ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມທຸກ. ພຣະອົງ​ຮູ້​ວ່າ​ພວກເຈົ້າ​ຢາກ​ກິນ​ຊີ້ນ ແລະ​ເວົ້າ​ວ່າ​ຢູ່​ປະເທດ​ເອຢິບ​ພຸ້ນ​ສະບາຍ​ກວ່າ. ບັດນີ້ ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ ແລະ​ພວກເຈົ້າ​ຈະ​ຕ້ອງ​ກິນ​ຊີ້ນ​ນີ້.


ໃນ​ວັນ​ທີ​ສາມ ແລະ​ວັນ​ທີ​ເຈັດ​ໃຫ້​ບຸກຄົນ​ຜູ້​ທີ່​ບໍ່​ເປັນ​ມົນທິນ​ຊິດ​ນໍ້າ​ໃສ່​ຜູ້​ເປັນ​ມົນທິນ. ໃນ​ວັນ​ທີ​ເຈັດ​ໃຫ້​ລາວ​ຊຳລະ​ບຸກຄົນ​ນັ້ນ ຄື​ຜູ້​ທີ່​ຫລັງຈາກ​ຊັກ​ເຄື່ອງນຸ່ງ ແລະ​ອາບນໍ້າ​ແລ້ວ ບໍ່​ເປັນ​ມົນທິນ​ຕາມ​ກົດບັນຍັດ​ເມື່ອ​ຕາເວັນ​ຕົກ​ດິນ.


ໃນ​ມື້​ທີ​ເຈັດ​ໃຫ້​ຊັກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ແລະ​ກັບ​ເຂົ້າ​ໄປ​ໃນ​ຄ້າຍພັກ​ໄດ້.”


ພວກ​ເລວີ​ໄດ້​ຊຳລະ​ຕົນເອງ​ແລະ​ຊັກ​ເຄື່ອງນຸ່ງຫົ່ມ ແລ້ວ​ອາໂຣນ​ກໍ​ອຸທິດ​ຖວາຍ​ພວກເຂົາ​ເປັນ​ຂອງ​ຖວາຍ​ແກວ່ງໄປ​ແກວ່ງມາ​ໃຫ້​ແກ່​ພຣະເຈົ້າຢາເວ. ເພິ່ນ​ໄດ້​ປະກອບ​ພິທີ​ຊຳລະ​ໃຫ້​ພວກເຂົາ​ຄືກັນ.


ຕາມ​ພິທີ​ການ​ດັ່ງນີ້: ໃຫ້​ໃຊ້​ນໍ້າ​ຊຳລະ​ຊິດ​ໃສ່​ພວກເຂົາ, ໃຫ້​ພວກເຂົາ​ແຖ​ຂົນ​ຕາມ​ຕົນຕົວ ແລະ​ຊັກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ. ແລ້ວ​ກໍ​ຈະ​ຖືວ່າ​ພວກເຂົາ​ບໍ່​ເປັນ​ມົນທິນ.


ແຕ່​ກ່ອນ ມີ​ບາງຄົນ​ໃນ​ພວກເຈົ້າ​ໄດ້​ເປັນ​ຢ່າງ​ນັ້ນ, ແຕ່​ພວກເຈົ້າ​ໄດ້​ຖືກ​ຊຳລະ​ຈາກ​ບາບກຳ​ແລ້ວ, ພວກເຈົ້າ​ໄດ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ແລ້ວ, ພວກເຈົ້າ​ໄດ້​ເປັນ​ຄົນ​ຊອບທຳ​ແລ້ວ ໂດຍ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ໂດຍ​ພຣະວິນຍານ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ.


ດັ່ງນັ້ນ ຈົ່ງ​ໃຫ້​ພວກເຮົາ​ເຂົ້າ​ມາ​ໃກ້​ດ້ວຍ​ຄວາມ​ຈິງໃຈ ແລະ​ດ້ວຍ​ຄວາມ​ເຊື່ອໝັ້ນ​ອັນ​ເຕັມ​ບໍຣິບູນ ດ້ວຍ​ໃຈ​ທີ່​ໄດ້​ຮັບ​ການ​ຊຳລະ​ຈາກ​ຄວາມ​ຮູ້ສຶກ​ຕົວ​ວ່າ​ມີ​ບາບກຳ ແລະ​ມີ​ຮ່າງກາຍ​ທີ່​ໄດ້​ຊຳລະລ້າງ​ແລ້ວ​ດ້ວຍ​ນໍ້າ​ບໍຣິສຸດ.


ແລ້ວ​ໂຢຊວຍ​ກໍໄດ້​ສັ່ງ​ປະຊາຊົນ​ວ່າ, “ຈົ່ງ​ຊຳລະ​ຕົນ​ໃຫ້​ບໍຣິສຸດ ເພາະ​ມື້ອື່ນ​ພຣະເຈົ້າຢາເວ​ຈະ​ເຮັດ​ການ​ອັດສະຈັນ​ໃນ​ທ່າມກາງ​ພວກເຈົ້າ.”


ຈົ່ງ​ລຸກ​ຂຶ້ນ ໄປ​ເຮັດ​ພິທີ​ຊຳລະ​ປະຊາຊົນ​ໃຫ້​ບໍຣິສຸດ ແລະ​ຕຽມ​ພວກເຂົາ​ໃຫ້​ພ້ອມ​ທີ່​ຈະ​ເຂົ້າ​ມາ​ພົບ​ເຮົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ຕຽມພ້ອມ​ໃນ​ມື້ອື່ນ ເພາະ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ດັ່ງນີ້, ‘ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ໄດ້​ລັກ​ເອົາ​ບາງສິ່ງ​ບາງຢ່າງ​ທີ່​ເຮົາ​ໄດ້​ສັ່ງ​ໃຫ້​ທຳລາຍ​ນັ້ນ ມາ​ເປັນ​ຂອງຕົນ ພວກເຈົ້າ​ຈະ​ສູ້ຮົບ​ເຫຼົ່າ​ສັດຕູ​ບໍ່ໄດ້ ຈົນກວ່າ​ພວກເຈົ້າ​ຈະ​ທຳລາຍ​ສິ່ງ​ເຫຼົ່ານັ້ນ​ເສຍ.’


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ຊຳລະ​ລ້າງ​ເສື້ອຜ້າ​ຂອງຕົນ​ໃຫ້​ສະອາດ ເພື່ອ​ພວກເຂົາ​ຈະ​ມີ​ສິດ​ຢ່າງ​ຖືກຕ້ອງ​ເຂົ້າ​ໄປ​ເຖິງ​ຕົ້ນໄມ້​ແຫ່ງ​ຊີວິດ ແລະ​ເຂົ້າ​ໄປ​ໃນ​ນະຄອນ​ນັ້ນ​ຜ່ານ​ທາງ​ປະຕູ.


ຂ້າພະເຈົ້າ​ໄດ້​ຕອບ​ຜູ້ນັ້ນ​ວ່າ, “ທ່ານເອີຍ, ທ່ານ​ເອງ​ກໍ​ຮູ້​ຢູ່​ແລ້ວ.” ຜູ້ນັ້ນ​ຈຶ່ງ​ບອກ​ຂ້າພະເຈົ້າ​ວ່າ, “ຄົນ​ເຫຼົ່ານີ້ ແມ່ນ​ພວກ​ທີ່​ໄດ້​ຜ່ານ​ການ​ຖືກ​ຂົ່ມເຫັງ​ຢ່າງ​ໜັກ ພວກເຂົາ​ໄດ້​ຊຳລະ​ເສື້ອລ່າມ​ຂອງ​ພວກເຂົາ​ໃຫ້​ຂາວ​ສະອາດ ດ້ວຍ​ເລືອດ​ຂອງ​ພຣະ​ເມສານ້ອຍ.


ຊາມູເອນ​ຕອບ​ວ່າ, “ແມ່ນແລ້ວ ຂ້າພະເຈົ້າ​ມາ​ຖວາຍ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ ຈົ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ແລະ​ໄປ​ນຳ​ຂ້າພະເຈົ້າ.” ເພິ່ນ​ຍັງ​ບອກ​ເຢຊີ ແລະ​ພວກ​ລູກຊາຍ​ຂອງ​ເພິ່ນ​ຊຳລະ​ຕົວ​ໃຫ້​ບໍຣິສຸດ ແລະ​ເຊີນ​ພວກເຂົາ​ມາ​ຮ່ວມ​ໃນ​ການຖວາຍບູຊາ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka