Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 19:1 - ພຣະຄຳພີສັກສິ

1-2 ຊາວ​ອິດສະຣາເອນ​ໄດ້​ຍົກຍ້າຍ​ໄປ​ຈາກ ເຣຟີດີມ ແລະ​ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ສາມ ຫລັງຈາກ​ທີ່​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ກໍໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ໃນ​ທີ່ນັ້ນ​ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ຕີນ​ພູເຂົາ​ຊີນາຍ

Uka jalj uñjjattʼäta Copia luraña




ອົບພະຍົບ 19:1
16 Jak'a apnaqawi uñst'ayäwi  

“ຈົ່ງ​ຕັ້ງ​ເດືອນ​ນີ້​ໃຫ້​ເປັນ​ເດືອນ​ທີ​ໜຶ່ງ​ຂອງ​ປີ​ສຳລັບ​ພວກເຈົ້າ.


ໃນ​ວັນ​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ນຳ​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ອອກ​ໄປ​ຈາກ​ດິນແດນ​ປະເທດ​ເອຢິບ.


ແລ້ວ​ໃນ​ຕອນແລງ​ຂອງ​ມື້​ທີ​ສິບສີ່​ຂອງ​ເດືອນ ໃຫ້​ຊຸມຊົນ​ອິດສະຣາເອນ​ທັງໝົດ​ພາກັນ​ຂ້າ​ສັດ​ຂອງ​ພວກ​ຕົນ.


ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ເດີນທາງ​ອອກ​ຈາກ​ເອລິມ ແລະ​ໃນ​ມື້​ທີ​ສິບຫ້າ​ເດືອນ​ທີ​ສອງ​ຫລັງຈາກ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ຊຶ່ງ​ຢູ່​ລະຫວ່າງ​ເອລິມ​ແລະ​ພູເຂົາ​ຊີນາຍ.


ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”


“ໃນ​ມື້ທຳອິດ​ຂອງ​ເດືອນ​ທີ​ໜຶ່ງ ຈົ່ງ​ຕັ້ງ​ຫໍເຕັນ​ສັກສິດ, ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ.


ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ນຳ​ພວກເຂົາ​ອອກ​ຈາກ​ປະເທດ​ເອຢິບ ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ.


ໃນ​ມື້​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສອງ​ໃນ​ປີ​ທີ​ສອງ ຫລັງຈາກ​ທີ່​ປະຊາຊົນ​ອິດສະຣາເອນ​ອອກ​ຈາກ​ປະເທດ​ເອຢິບ​ແລ້ວ ພຣະເຈົ້າຢາເວ​ໄດ້​ບອກ​ໂມເຊ ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ວ່າ,


ແລະ​ຊາວ​ອິດສະຣາເອນ​ໄດ້​ເລີ່ມ​ອອກ​ເດີນທາງ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ. ເມກ​ນັ້ນ​ໄດ້​ມາ​ຢຸດ​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ປາຣານ.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ ພຣະເຈົ້າຢາເວ​ໄດ້ສັ່ງ​ໂມເຊ​ໃຫ້​ຈົດ​ຈຳນວນພົນ​ຊາວ​ເລວີ ຕາມ​ຕະກຸນ​ແລະ​ຕາມ​ຄອບຄົວ ໂດຍ​ໃຫ້​ນັບ​ເອົາ​ແຕ່​ຜູ້ຊາຍ​ທີ່​ມີ​ອາຍຸ​ໜຶ່ງ​ເດືອນ​ຂຶ້ນ​ໄປ ແລະ​ໂມເຊ​ກໍໄດ້​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້ສັ່ງ.


ຈາກ​ເຣຟີດີມ ພວກເຂົາ​ໄດ້​ມາ​ຮອດ​ພູ​ໂຮເຣ ແລະ​ຕັ້ງ​ຄ້າຍພັກ​ຢູ່​ຕາມ​ບ່ອນ​ຕ່າງໆ ດັ່ງນີ້: ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ, ກິບໂຣດ ຮັດຕາອາວາ (ຫລື​ວ່າ ຂຸມຝັງສົບ​ຂອງ​ຜູ້​ອຶດຢາກ), ຮາເຊໂຣດ, ຣີທະມາ, ຣີມໂມນເປເຣັດ, ລິບນາ, ຣິດສາ, ເກເຮລາທາ, ພູ​ເຊເຟ, ຮາຣາດາ, ມາເຄໂລດ, ຕາຮາດ, ເຕຣາ, ມີທະກາ, ຮາຊະໂມນາ, ໂມເສໂຣດ, ເບເນ​ຢາອາການ, ໂຮເຣ​ຮັກກິດກາດ, ໂຢດບາທາ, ອັບໂຣນາ, ເອຊີໂອນ​ເກເບ, ຖິ່ນ​ແຫ້ງແລ້ງ​ກັນດານ​ຊິນ (ກາເດັດ) ແລະ​ພູ​ໂຮເຣ​ທີ່​ແຄມ​ດິນແດນ​ຂອງ​ເອໂດມ.


“ເມື່ອ​ພວກເຮົາ​ຍັງ​ຢູ່​ທີ່​ພູເຂົາ​ໂຮເຣັບ(ຊີນາຍ)​ນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ບອກ​ວ່າ, ‘ພວກເຈົ້າ​ໄດ້​ພັກ​ຢູ່​ທີ່​ນີ້​ເຫິງນານ​ສົມຄວນ​ແລ້ວ.


ມື້​ທີ່​ພວກເຈົ້າ​ໄດ້​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ພູເຂົາ​ຊີນາຍ ເມື່ອ​ພຣະເຈົ້າຢາເວ​ໄດ້​ສັ່ງ​ຂ້າພະເຈົ້າ​ວ່າ ‘ຈົ່ງ​ເຕົ້າໂຮມ​ປະຊາຊົນ ເຮົາ​ຕ້ອງການ​ໃຫ້​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເຮົາ​ຕ້ອງ​ກ່າວ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮຽນ​ຮູ້​ເຊື່ອຟັງ​ເຮົາ​ຊົ່ວຊີວິດ​ຂອງ​ພວກເຂົາ ແລະ​ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ສັ່ງສອນ​ລູກຫລານ​ຂອງ​ພວກເຂົາ​ໃຫ້​ເຮັດ​ຢ່າງ​ດຽວກັນ.’


“ເມື່ອ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ພວກເຈົ້າ​ຈາກ​ແປວໄຟ ທີ່​ເທິງ​ພູເຂົາ​ຊີນາຍ​ນັ້ນ ພວກເຈົ້າ​ບໍ່ໄດ້​ເຫັນ​ພຣະອົງ. ສະນັ້ນ ເພື່ອ​ຜົນປະໂຫຍດ​ຂອງ​ພວກເຈົ້າ​ເອງ


ທີ່​ພູເຂົາ​ຊີນາຍ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ຕັ້ງ​ພັນທະສັນຍາ​ນີ້


Jiwasaru arktasipxañani:

Anuncios ukanaka


Anuncios ukanaka