7 ດັ່ງນັ້ນ ໂມເຊຈຶ່ງອອກໄປພົບ ແລະຂາບລົງຕໍ່ໜ້າເຢທະໂຣ ແລະທັງຈູບເພິ່ນ. ພວກເພິ່ນໄດ້ຖາມເຖິງຄວາມສຸກທຸກຂອງກັນແລະກັນ ແລ້ວກໍພາກັນໄປສູ່ເຕັນບ່ອນພັກຂອງໂມເຊ.
ເມື່ອອັບຣາມກັບຄືນມາແຕ່ສູ້ຮົບ ແລະຊະນະເຈົ້າເຄໂດລາໂອເມ ແລະພັນທະມິດ; ກະສັດແຫ່ງນະຄອນໂຊໂດມກໍອອກມາຕ້ອນຮັບເພິ່ນຢູ່ທີ່ຮ່ອມພູຊາເວ (ມີຊື່ອີກວ່າຮ່ອມພູຂອງກະສັດ).
ເມື່ອອັບຣາຮາມເງີຍໜ້າຂຶ້ນ ກໍເຫັນຊາຍສາມຄົນຢືນຢູ່ຕໍ່ໜ້າເພິ່ນ. ໃນທັນໃດ ທີ່ເຫັນພວກເພິ່ນ ເພິ່ນຈຶ່ງຟ້າວລຸກຂຶ້ນແລ່ນອອກໄປຕ້ອນຮັບ.
ເມື່ອເທວະດາສອງຕົນ ໄດ້ເຂົ້າໄປຮອດເມືອງໂຊໂດມໃນຕອນຄໍ່າຂອງມື້ນັ້ນ ແລະໂລດກໍກຳລັງນັ່ງຢູ່ທີ່ປະຕູເມືອງ. ໃນທັນໃດທີ່ເຫັນເທວະດານັ້ນ ເພິ່ນກໍຟ້າວລຸກຂຶ້ນອອກໄປຕ້ອນຮັບທັນທີ
ເມື່ອລາບານໄດ້ຍິນຂ່າວວ່າ ຢາໂຄບຫລານຊາຍຂອງຕົນມາ ເພິ່ນກໍຟ້າວອອກມາພົບທັງກອດຈູບ ແລະພາລາວເມືອເຮືອນ. ເມື່ອຢາໂຄບເລົ່າເລື່ອງທັງໝົດທີ່ເກີດຂຶ້ນສູ່ຟັງແລ້ວ
ເຈົ້າບໍ່ໃຫ້ຂ້ອຍຈູບສັ່ງລາແມ່ນແຕ່ລູກສາວ ແລະຫລານໆຂອງຂ້ອຍເລີຍ. ເຈົ້າຄືມາເຮັດແບບໂງ່ໆເຊັ່ນນີ້
ເມື່ອໂຢເຊັບກັບມາເຮືອນ ພວກເຂົາກໍເອົາຂອງຕ້ອນເຂົ້າໄປມອບໃຫ້ໂຢເຊັບ ແລະຂາບລົງຕໍ່ໜ້າເພິ່ນ.
ແລ້ວທັງໆທີ່ຍັງຮ້ອງໄຫ້ຢູ່ນັ້ນ ເພິ່ນກອດແລະຈູບພວກອ້າຍທຸກໆຄົນ. ຫລັງຈາກນັ້ນ ອ້າຍແລະນ້ອງກໍໂອ້ລົມກັນກັບໂຢເຊັບ.
ໂຢເຊັບຈຶ່ງຂີ່ລົດມ້າອອກໄປພົບພໍ່ຂອງຕົນທີ່ເຂດໂກເຊັນທັນທີ. ເມື່ອທັງສອງພົບກັນ ໂຢເຊັບຈຶ່ງຟ້າວກອດຄໍພໍ່ຂອງຕົນໄຫ້ສະອື້ນເປັນເວລານານ.
ເມື່ອອູຣິຢາມາຮອດ ກະສັດດາວິດກໍຖາມເຖິງຄວາມສຸກທຸກຂອງໂຢອາບ ແລະກອງທັບພ້ອມທັງສະພາບການໃນການສູ້ຮົບ.
ດັ່ງນັ້ນ ຣາຊິນີບັດເຊບາຈຶ່ງໄດ້ໄປຖາມກະສັດໃຫ້ອາໂດນີຢາ. ກະສັດລຸກຢືນຂຶ້ນແລະກົ້ມຂາບແມ່. ແລ້ວເພິ່ນກໍນັ່ງລົງເທິງບັນລັງ ແລະສັ່ງຄົນໃຫ້ເອົາຕັ່ງມາໃຫ້ແມ່ນັ່ງເບື້ອງຂວາຂອງຕົນ.
ເພິ່ນໄດ້ສົ່ງຄົນໄປບອກໂມເຊວ່າ ພວກຕົນກຳລັງເດີນທາງມາ.
ເມື່ອໃດທີ່ປະຊາຊົນອິດສະຣາເອນຕັ້ງຄ້າຍພັກອາໄສຢູ່ ໂມເຊກໍກາງຫໍເຕັນບ່ອນຊຸມນຸມຂຶ້ນຫ່າງຈາກຄ້າຍພັກເມື່ອນັ້ນ. ຫໍເຕັນນີ້ເອີ້ນວ່າຫໍເຕັນບ່ອນຊຸມນຸມ ແລະຖ້າຜູ້ໃດຕ້ອງການເຂົ້າພົບພຣະເຈົ້າຢາເວ ກໍໃຫ້ຜູ້ນັ້ນອອກໄປທີ່ຫໍເຕັນນັ້ນ ຊຶ່ງຕັ້ງຢູ່ນອກບໍລິເວນຄ້າຍ.
ໃນຂະນະດຽວກັນນີ້ ພຣະເຈົ້າຢາເວໄດ້ບອກອາໂຣນວ່າ, “ຈົ່ງອອກໄປພົບໂມເຊທີ່ຖິ່ນແຫ້ງແລ້ງກັນດານ.” ສະນັ້ນ ອາໂຣນຈຶ່ງອອກໄປພົບໂມເຊທີ່ພູເຂົາຂອງພຣະເຈົ້າ ແລະເມື່ອພວກເພິ່ນໄດ້ພົບກັນ ອາໂຣນກໍກອດຈູບໂມເຊ.
ເມື່ອເຈົ້າບາຫລາກໄດ້ຍິນວ່າບາລາອາມກຳລັງເດີນທາງມາ ເພິ່ນກໍຮີບເດີນທາງອອກໄປພົບລາວທີ່ເມືອງອາຣະ ຊຶ່ງຕັ້ງຢູ່ແຄມແມ່ນໍ້າອາກໂນນໃກ້ຊາຍແດນຂອງໂມອາບ.
ເຈົ້າບໍ່ໄດ້ຈູບເຮົາ ເພື່ອເປັນການຕ້ອນຮັບ, ແຕ່ຍິງຜູ້ນີ້ ຕັ້ງແຕ່ເຮົາເຂົ້າມາ ນາງບໍ່ໄດ້ເຊົາຈູບຕີນຂອງເຮົາເລີຍ.
ທຸກຄົນຈຶ່ງຮ້ອງໄຫ້ ແລະກອດສັ່ງລາເພິ່ນດ້ວຍຄວາມຮັກແພງ.
ພວກຄົນທີ່ເຊື່ອໃນນະຄອນໂຣມ ໄດ້ຍິນຂ່າວກ່ຽວກັບພວກເຮົາ ພວກເຂົາຈຶ່ງອອກມາຫາພວກເຮົາທີ່ຕະຫລາດອາປີໂອ ແລະທີ່ສາລາສາມຫລັງເພື່ອພົບພໍ້ກັບພວກເຮົາ, ພໍໂປໂລເຫັນພວກເຂົາ ເພິ່ນກໍໂມທະນາຂອບພຣະຄຸນພຣະເຈົ້າ ແລະໄດ້ຮັບຄວາມໜູນໃຈຂຶ້ນຢ່າງຫລວງຫລາຍ.
ເມື່ອເຢັບທາກັບຄືນມາສູ່ເຮືອນຂອງຕົນທີ່ມີຊະປາ ລູກສາວຂອງລາວກໍອອກມາພົບ ພ້ອມທັງຟ້ອນໄປມາຕາມຈັງຫວະສຽງກອງ. ນາງເປັນລູກສາວຄົນດຽວຂອງລາວ.
ແລະເອົາເນີຍສິບກ້ອນນີ້ໃຫ້ທ່ານນາຍພັນ. ຈົ່ງໄປເບິ່ງວ່າ ພວກອ້າຍຂອງເຈົ້າເປັນຢູ່ຢ່າງໃດ ແລະໃຫ້ເຈົ້າເອົາບາງສິ່ງຈາກພວກເຂົາມານຳ ເພື່ອສະແດງວ່າເຈົ້າໄດ້ເຫັນພວກເຂົາ ແລະຮູ້ວ່າພວກເຂົາສະບາຍດີ.
ດາວິດໄດ້ປະອາຫານໄວ້ນຳເຈົ້າໜ້າທີ່ຝ່າຍສະບຽງອາຫານ ແລະແລ່ນໄປຫາພວກອ້າຍຂອງຕົນທີ່ສະໜາມຮົບເພື່ອຖາມຂ່າວຄາວວ່າ ພວກເຂົາເປັນຢູ່ຢ່າງໃດ.