Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 18:5 - ພຣະຄຳພີສັກສິ

5 ເຢທະໂຣ​ໄດ້​ພາ​ເມຍ​ຂອງ​ໂມເຊ​ພ້ອມ​ດ້ວຍ​ລູກຊາຍ​ທັງສອງ​ຂອງ​ນາງ ມາ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ທີ່​ໂມເຊ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ພູ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 18:5
10 Jak'a apnaqawi uñst'ayäwi  

ເອລີຢາ​ກໍ​ລຸກ​ຂຶ້ນ​ກິນ​ແລະ​ດື່ມ; ດ້ວຍ​ອາຫານ​ນັ້ນ​ໄດ້​ເຮັດ​ໃຫ້​ເພິ່ນ​ມີ​ເຫື່ອແຮງ​ຍ່າງ​ໄດ້​ສີ່ສິບ​ວັນ ໄປ​ສູ່​ພູເຂົາ​ຊີນາຍ ພູ​ຂອງ​ພຣະເຈົ້າ.


ເພິ່ນ​ໄດ້​ສົ່ງ​ຄົນ​ໄປ​ບອກ​ໂມເຊ​ວ່າ ພວກ​ຕົນ​ກຳລັງ​ເດີນທາງ​ມາ.


ແລະ​ມື້ຮື ໃຫ້​ພວກເຂົາ​ຕຽມພ້ອມ ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ຈະ​ລົງ​ມາ​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຈະ​ເຫັນ​ເຮົາ.


ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ເທິງ​ຈອມ​ພູເຂົາ​ຊີນາຍ, ພຣະເຈົ້າຢາເວ​ເອີ້ນ​ໂມເຊ​ໃຫ້​ຂຶ້ນ​ໄປ​ພົບ​ພຣະອົງ ແລະ​ໂມເຊ​ກໍ​ຂຶ້ນ​ໄປ.


ໂມເຊ​ແລະ​ໂຢຊວຍ ຜູ້​ຊ່ວຍ​ຂອງຕົນ ຈຶ່ງ​ໄດ້​ຕຽມຕົວ ແລະ​ໂມເຊ​ກໍ​ເລີ່ມ ຂຶ້ນ​ໄປ​ທີ່​ເທິງ​ພູເຂົາ​ຂອງ​ພຣະເຈົ້າ.


ມື້​ໜຶ່ງ ໃນ​ຂະນະທີ່​ໂມເຊ​ກຳລັງ​ລ້ຽງ​ຝູງແກະ ແລະ​ຝູງແບ້​ຂອງ​ເຢທະໂຣ ພໍ່​ເຖົ້າ​ຂອງຕົນ​ຜູ້​ທີ່​ເປັນ​ປະໂຣຫິດ​ຂອງ​ຊາວ​ມີດີອານ ລາວ​ໄດ້​ຕ້ອນ​ຝູງສັດ​ເລີຍ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ທີ່​ຊີນາຍ​ພູເຂົາ​ຂອງ​ພຣະເຈົ້າ.


ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ຈະ​ຢູ່​ກັບ​ເຈົ້າ. ໝາຍສຳຄັນ​ດັ່ງ​ຕໍ່ໄປນີ້​ຈະ​ສຳແດງ​ໃຫ້​ເຈົ້າ​ຮູ້​ວ່າ ເຮົາ​ເປັນ​ຜູ້​ໃຊ້​ເຈົ້າ​ໄປ​ຄື: ເມື່ອ​ເຈົ້າ​ນຳພາ​ປະຊາຊົນ​ຂອງເຮົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ​ແລ້ວ ພວກເຈົ້າ​ຈະ​ໄດ້​ນະມັດສະການ​ເຮົາ​ຢູ່​ທີ່​ເທິງ​ພູເຂົາ​ນີ້.”


ໃນຂະນະ​ດຽວກັນນີ້ ພຣະເຈົ້າຢາເວ​ໄດ້​ບອກ​ອາໂຣນ​ວ່າ, “ຈົ່ງ​ອອກ​ໄປ​ພົບ​ໂມເຊ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ.” ສະນັ້ນ ອາໂຣນ​ຈຶ່ງ​ອອກ​ໄປ​ພົບ​ໂມເຊ​ທີ່​ພູເຂົາ​ຂອງ​ພຣະເຈົ້າ ແລະ​ເມື່ອ​ພວກເພິ່ນ​ໄດ້​ພົບ​ກັນ ອາໂຣນ​ກໍ​ກອດ​ຈູບ​ໂມເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka