4 ເພິ່ນກ່າວອີກວ່າ, “ພຣະເຈົ້າຂອງພໍ່ຂ້ອຍເປັນຜູ້ຊ່ວຍເຫຼືອຂ້ອຍ ໃຫ້ພົ້ນຈາກການນຳລ່າສັງຫານຂອງກະສັດຟາໂຣແຫ່ງເອຢິບ.” ສະນັ້ນ ເພິ່ນຈຶ່ງໄດ້ໃສ່ຊື່ໃຫ້ລູກຊາຍອີກຜູ້ໜຶ່ງວ່າ ເອລີເອເຊ. )
ຍ້ອນຄວາມຊ່ວຍຊູຂອງພຣະເຈົ້າແຫ່ງພຣະບິດາ ອົງຊົງຣິດອຳນາດຍິ່ງໃຫຍ່ຖອກເທພອນລົງມາ ເໝືອນດັ່ງຫ່າຝົນເທລົງມາສູ່ພິພົບ ປັດຖະພີບໍ່ຫລົບຫລີກໄດ້ເລີຍໄປສູ່ພື້ນທ້ອງທາລາ. ໂດຍອວຍພອນໃຫ້ມີລົ້ນ ທັງຝູງງົວແລະລູກຫລານຕື່ມ ໃຫ້ເປັນກໍເປັນເຫງົ້າຢ່າງຫລວງຫລາຍ.
ໂມເຊມີລູກຊາຍສອງຄົນ ດັ່ງນີ້: ເກໂຊມ ແລະເອລີເອເຊ.
ເອລີເອເຊມີລູກຊາຍພຽງຄົນດຽວເທົ່ານັ້ນຊື່ວ່າ ເຣຮາບີຢາເປັນຫົວໜ້າ ແຕ່ເຣຮາບີຢາມີເຊື້ອສາຍຫລາຍຄົນ.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຮັກພຣະອົງ ພຣະອົງເປັນຜູ້ປ້ອງກັນຂອງຂ້ານ້ອຍ.
ພຣະອົງຊ່ວຍເອົາຂ້ານ້ອຍໃຫ້ພົ້ນ ຈາກເຫຼົ່າສັດຕູຂອງຂ້ານ້ອຍແລ້ວ. ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ໃຫ້ຂ້ານ້ອຍມີໄຊເໜືອສັດຕູ ທັງຮັກສາຂ້ານ້ອຍຈາກຄົນທີ່ໂຫດຮ້າຍ.
ຂ້ານ້ອຍພາວັນນາອະທິຖານຫາພຣະເຈົ້າຢາເວ ແລະຄຳຕອບກໍມີມາ ຊົງປົດປ່ອຍຂ້ານ້ອຍຈາກຄວາມຢ້ານທັງສິ້ນ.
ພຣະເຈົ້າເປັນທີ່ກຳບັງແລະກຳລັງຂອງພວກຂ້ານ້ອຍ ພຣະອົງພ້ອມຊ່ວຍເຫຼືອໃນຄາວພວກຂ້ານ້ອຍຍາກລຳບາກ.
ເພິ່ນກ່າວຕໍ່ໂມເຊວ່າ, “ອອກໜີໄປຈາກນີ້ ຢ່າສູ່ມາໃຫ້ເຮົາເຫັນໜ້າເຈົ້າອີກຈັກເທື່ອ ຖ້າເຈົ້າມາໃຫ້ເຮົາເຫັນ ເຈົ້າຈະຕ້ອງຕາຍ.”
ເມື່ອກະສັດຟາໂຣໄດ້ຮູ້ເລື່ອງນີ້ ເພິ່ນຈຶ່ງພະຍາຍາມຫາຊ່ອງທາງຂ້າໂມເຊ, ແຕ່ໂມເຊໄດ້ເອົາຕົວຫລົບໜີໄປຢູ່ດິນແດນມີດີອານເສຍກ່ອນ. ພໍໂມເຊໄປຮອດທີ່ນັ້ນ ລາວກໍນັ່ງລົງພັກຜ່ອນເອົາແຮງຢູ່ໃກ້ບໍ່ນໍ້າສ້າງແຫ່ງໜຶ່ງ.
ນາງໄດ້ເກີດລູກຊາຍຜູ້ໜຶ່ງໃຫ້ໂມເຊ ແລະໂມເຊຄິດໃນໃຈວ່າ, “ຂ້ອຍເປັນຄົນຕ່າງດ້າວທີ່ໄດ້ມາອາໄສຢູ່ໃນປະເທດນີ້. ສະນັ້ນ ຂ້ອຍຈຶ່ງຈະໃສ່ຊື່ໃຫ້ລູກຊາຍຜູ້ນີ້ວ່າ ເກໂຊມ.”
ສະນັ້ນ ໂມເຊຈຶ່ງຈັດແຈ່ງໃຫ້ລູກເມຍຂຶ້ນຂີ່ລໍ ແລະກັບຄືນສູ່ປະເທດເອຢິບ. ສ່ວນເພິ່ນເອງໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄປນຳ.
ພຣະເຈົ້າໄດ້ໃຊ້ເທວະດາຂອງພຣະອົງມາອັດປາກສິງໄວ້ ເພື່ອບໍ່ໃຫ້ມັນທຳຮ້າຍຂ້ານ້ອຍ. ຂ້າແດ່ພະຣາຊາ ພຣະເຈົ້າໄດ້ເຮັດດັ່ງນີ້ຍ້ອນພຣະອົງຮູ້ວ່າ ຂ້ານ້ອຍບໍ່ມີຄວາມຜິດຫຍັງແລະຂ້ານ້ອຍກໍບໍ່ໄດ້ເຮັດຜິດຫຍັງຕໍ່ທ່ານ.”
ແລ້ວເປໂຕກໍຮູ້ສຶກຕົວໂດຍຮູ້ວ່າແມ່ນຫຍັງໄດ້ເກີດຂຶ້ນກັບຕົນ, ເພິ່ນກ່າວວ່າ, “ບັດນີ້ເຮົາຮູ້ແນ່ແລ້ວວ່າ ອົງພຣະຜູ້ເປັນເຈົ້າໄດ້ໃຊ້ເທວະດາຂອງພຣະອົງ ມາຊ່ວຍກອບກູ້ເອົາເຮົາໃຫ້ພົ້ນຈາກມືຂອງເຮໂຣດ ແລະຈາກການປອງຮ້າຍຂອງພວກຢິວ.”
ເມື່ອໂມເຊໄດ້ຍິນດັ່ງນີ້ແລ້ວ ເພິ່ນຈຶ່ງປົບໜີໄປອາໄສຢູ່ໃນດິນແດນມີດີອານ ໃນທີ່ນັ້ນເພິ່ນມີລູກຊາຍສອງຄົນ.
ແຕ່ອົງພຣະຜູ້ເປັນເຈົ້າສະຖິດຢູ່ກັບເຮົາ ແລະຊູກຳລັງເຮົາຂຶ້ນ ເພື່ອໃຫ້ເຮົາສາມາດປະກາດຂ່າວປະເສີດອັນຄົບຖ້ວນ ແກ່ຄົນຕ່າງຊາດທຸກຄົນ ແລະເຮົາກໍໄດ້ຖືກຊ່ວຍກູ້ເອົາໃຫ້ພົ້ນຈາກປາກຂອງສິງໂຕ.
ໄດ້ມອດໄຟອັນຮ້ອນກ້າ, ໄດ້ພົ້ນຈາກຄົມດາບຂອງຄູ່ຕໍ່ສູ້. ເຖິງແມ່ນວ່າພວກເພິ່ນອ່ອນແອ, ແຕ່ພວກເພິ່ນກໍກັບກາຍເປັນຄົນເຂັ້ມແຂງ, ມີກຳລັງຄວາມສາມາດອົງອາດກ້າຫານ ແລະໄດ້ຕີບັນດາກອງທັບຂອງຊາວຕ່າງປະເທດໃຫ້ແຕກໜີໄປ.
ດ້ວຍເຫດນັ້ນ ຈົ່ງໃຫ້ພວກເຮົາມີໃຈກ້າ ແລະກ່າວວ່າ, “ອົງພຣະຜູ້ເປັນເຈົ້າ ເປັນພຣະຜູ້ຊ່ວຍຂອງຂ້າພະເຈົ້າ ແລະ ຂ້າພະເຈົ້າຈະບໍ່ຢ້ານກົວ. ມີຜູ້ໃດແດ່ຈະເຮັດຫຍັງ ໃຫ້ຂ້າພະເຈົ້າໄດ້.”