3 ພ້ອມທັງເກໂຊມ ແລະເອລີເອເຊ ລູກຊາຍສອງຄົນຂອງນາງມາດ້ວຍ. (ໂມເຊໄດ້ກ່າວວ່າ, “ຂ້າພະເຈົ້າເປັນຄົນຕ່າງດ້າວໄດ້ມາອາໄສຢູ່ຕ່າງປະເທດ.” ສະນັ້ນ ເພິ່ນຈຶ່ງໃສ່ຊື່ໃຫ້ລູກຊາຍຜູ້ໜຶ່ງວ່າ ເກໂຊມ.
ໂມເຊມີລູກຊາຍສອງຄົນ ດັ່ງນີ້: ເກໂຊມ ແລະເອລີເອເຊ.
ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຟັງຂ້ານ້ອຍພາວັນນາອະທິຖານ ໂຜດຟັງຄຳທູນຂໍໃຫ້ຊ່ວຍເຫລືອຂອງຂ້ານ້ອຍແດ່ທ້ອນ ຂ້ານ້ອຍກໍເປັນດັ່ງບັນພະບຸລຸດໝົດທຸກຄົນ ຂ້ານ້ອຍເປັນພຽງແຕ່ແຂກຂອງພຣະອົງຊົ່ວຄາວເທົ່ານັ້ນ.
ນາງໄດ້ເກີດລູກຊາຍຜູ້ໜຶ່ງໃຫ້ໂມເຊ ແລະໂມເຊຄິດໃນໃຈວ່າ, “ຂ້ອຍເປັນຄົນຕ່າງດ້າວທີ່ໄດ້ມາອາໄສຢູ່ໃນປະເທດນີ້. ສະນັ້ນ ຂ້ອຍຈຶ່ງຈະໃສ່ຊື່ໃຫ້ລູກຊາຍຜູ້ນີ້ວ່າ ເກໂຊມ.”
ສະນັ້ນ ໂມເຊຈຶ່ງຈັດແຈ່ງໃຫ້ລູກເມຍຂຶ້ນຂີ່ລໍ ແລະກັບຄືນສູ່ປະເທດເອຢິບ. ສ່ວນເພິ່ນເອງໄດ້ຖືໄມ້ຄ້ອນເທົ້າຂອງພຣະເຈົ້າໄປນຳ.
ເມື່ອໂມເຊໄດ້ຍິນດັ່ງນີ້ແລ້ວ ເພິ່ນຈຶ່ງປົບໜີໄປອາໄສຢູ່ໃນດິນແດນມີດີອານ ໃນທີ່ນັ້ນເພິ່ນມີລູກຊາຍສອງຄົນ.
ສ່ວນຄົນເຫຼົ່ານັ້ນ ໄດ້ຕາຍໄປໃນຂະນະທີ່ມີຄວາມເຊື່ອ ໂດຍບໍ່ໄດ້ຮັບສິ່ງທີ່ຊົງສັນຍາໄວ້ ແຕ່ພວກເພິ່ນກໍໄດ້ເຫັນແລະຕ້ອນຮັບໄວ້ຕັ້ງແຕ່ໄກ ແລະຍອມຮັບວ່າພວກເພິ່ນເປັນພຽງແຕ່ແຂກເມືອງທີ່ທ່ອງທ່ຽວໄປມາໃນໂລກ.
ເຈົ້າທັງຫລາຍທີ່ຮັກເອີຍ ຂ້າພະເຈົ້າຂໍເຕືອນສະຕິພວກເຈົ້າ ເໝືອນເປັນຄົນຕ່າງຊາດທີ່ທ່ອງທ່ຽວໃນໂລກນີ້ ໃຫ້ງົດເວັ້ນຈາກຕັນຫາແນວມະນຸດ ຊຶ່ງທຳການຕໍ່ສູ້ຈິດວິນຍານ.
ຊາວດານໄດ້ຕັ້ງຮູບເຄົາຣົບຂຶ້ນຂາບໄຫວ້ ແລະໂຢນາທານລູກຊາຍຂອງເກໂຊມ ແລະຫລານຊາຍຂອງໂມເຊ ໄດ້ເປັນຜູ້ບົວລະບັດຮັບໃຊ້ຢູ່ໃນທີ່ນັ້ນໃນຖານະປະໂຣຫິດຂອງຊາວດານ ແລະເຊື້ອສາຍຂອງໂຢນາທານກໍໄດ້ບົວລະບັດຮັບໃຊ້ເປັນປະໂຣຫິດເລື້ອຍມາ ຈົນກວ່າປະຊາຊົນໄດ້ຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.