Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 18:22 - ພຣະຄຳພີສັກສິ

22 ໃຫ້​ພວກເຂົາ​ຮັບ​ໜ້າທີ່​ເປັນ​ຜູ້​ຕັດສິນ​ປະຈຳ. ສ່ວນ​ກໍລະນີ​ໃຫຍ່ໆ​ໃຫ້​ເຂົາ​ນຳ​ມາ​ແຈ້ງ​ຕໍ່​ເຈົ້າ, ແຕ່​ສ່ວນ​ຄະດີ​ເລັກນ້ອຍ ໃຫ້​ພວກເຂົາ​ຕັດສິນ​ກັນເອງ. ໃນ​ເມື່ອ​ພວກເຂົາ​ຊ່ວຍ​ຮັບ​ແບກ​ພາລະ​ຮ່ວມ​ກັບ​ເຈົ້າ ວິທີ​ນີ້​ຈະ​ເຮັດ​ໃຫ້​ການງານ​ຂອງ​ເຈົ້າ​ເບົາລົງ.

Uka jalj uñjjattʼäta Copia luraña




ອົບພະຍົບ 18:22
12 Jak'a apnaqawi uñst'ayäwi  

ເອຊະຣາ​ເອີຍ ທ່ານ​ຈົ່ງ​ໃຊ້​ສະຕິປັນຍາ​ທີ່​ພຣະເຈົ້າ​ຂອງທ່ານ​ໂຜດ​ໃຫ້​ນັ້ນ ແຕ່ງຕັ້ງ​ບັນດາ​ຜູ້​ບໍລິຫານ​ແລະ​ຜູ້​ຕັດສິນ​ຄວາມ ເພື່ອ​ປົກຄອງ​ປະຊາຊົນ​ທັງໝົດ​ໃນ​ພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ຄື​ຜູ້​ທີ່​ດຳລົງ​ຊີວິດ​ຢູ່​ຕາມ​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງທ່ານ. ທ່ານ​ຕ້ອງ​ສັ່ງສອນ​ກົດບັນຍັດ​ນີ້​ໃຫ້​ແກ່​ຜູ້​ທີ່​ຍັງ​ບໍ່​ທັນ​ຮູ້ຈັກ.


ເຈົ້າ​ຈະ​ເຮັດ​ໃຫ້​ເຈົ້າ​ເອງ​ອ່ອນເພຍ​ເສຍ​ກຳລັງ ພ້ອມ​ທັງ​ປະຊາຊົນ​ເຫຼົ່ານີ້​ດ້ວຍ. ວຽກ​ການ​ນີ້​ໜັກ​ເຫຼືອ​ກຳລັງ​ທີ່​ເຈົ້າ​ຜູ້​ດຽວ​ຈະ​ເຮັດ​ໄດ້.


ຖ້າ​ເຮັດ​ເຊັ່ນນີ້ ແລະ​ເມື່ອ​ພຣະເຈົ້າ​ສັ່ງ​ການ​ແລ້ວ ເຈົ້າ​ກໍ​ຈະ​ບໍ່​ອ່ອນເພຍ​ເສຍ​ກຳລັງ​ເຈົ້າ​ເອງ ແລະ​ປະຊາຊົນ​ພວກ​ນີ້​ທຸກຄົນ​ຈະ​ກັບ​ບ້ານໃຜ​ເຮືອນລາວ ໂດຍ​ທີ່​ບັນຫາ​ຂອງ​ແຕ່ລະຄົນ​ໄດ້​ຮັບ​ການ​ແກ້ໄຂ​ໄປ​ດ້ວຍ​ດີ.”


ພວກເຂົາ​ໄດ້​ເຮັດ​ໜ້າທີ່​ເປັນ​ຜູ້​ຕັດສິນຄວາມ​ປະຈຳ ໂດຍ​ນຳ​ຄະດີ​ໃຫຍ່ໆ​ມາ​ຫາ​ໂມເຊ; ສ່ວນ​ຄະດີ​ເລັກນ້ອຍ​ນັ້ນ ພວກເຂົາ​ພິຈາລະນາ​ຕັດສິນ​ກັນ​ເອງ.


ເຮົາ​ຈະ​ລົງ​ມາ​ກ່າວ​ແກ່​ເຈົ້າ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ເອົາ​ພຣະວິນຍານ​ບາງສ່ວນ ທີ່​ເຮົາ​ໄດ້​ປະທານ​ໃຫ້​ເຈົ້າ ແລະ​ມອບ​ໃຫ້​ພວກເຂົາ. ແລ້ວ​ພວກເຂົາ​ກໍ​ຈະ​ຊ່ວຍ​ເຈົ້າ​ຮັບຜິດຊອບ​ປະຊາຊົນ​ເຫຼົ່ານີ້ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ພາລະ​ນີ້​ຜູ້​ດຽວ.


ລາວ​ໄດ້​ຖືກ​ນຳ​ຕົວ​ມາ​ຫາ​ໂມເຊ ອາໂຣນ ແລະ​ຊຸມຊົນ​ທັງໝົດ.


ພວກເຂົາ​ມາ​ຢືນ​ຢູ່​ຊ້ອງໜ້າ​ໂມເຊ​ປະໂຣຫິດ​ເອເລອາຊາ, ບັນດາ​ຜູ້ນຳ ແລະ​ຊຸມຊົນ​ທັງໝົດ ທີ່​ທາງເຂົ້າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຮຽກຮ້ອງ​ສິດທິ​ຂອງ​ພວກ​ຕົນ​ວ່າ,


ບັນດາ​ຫົວໜ້າ​ຄອບຄົວ​ຕ່າງໆ​ຢູ່​ໃນ​ຕະກຸນ​ກີເລອາດ ລູກຊາຍ​ຂອງ​ມາກີ ແລະ​ຫລານຊາຍ​ຂອງ​ມານາເຊ​ລູກຊາຍ​ຂອງ​ໂຢເຊັບ ໄດ້​ມາ​ຫາ​ໂມເຊ​ກັບ​ພວກ​ຜູ້ນຳ​ຄົນອື່ນໆ.


ຍ້ອນ​ເຫດຜົນ​ຢ່າງ​ດຽວກັນ​ນີ້​ແຫຼະ ພວກເຈົ້າ​ຈົ່ງ​ເສຍ​ພາສີ ເພາະ​ຜູ້​ມີ​ອຳນາດ​ນັ້ນ ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພິ່ນ​ກຳລັງ​ເຮັດ​ໜ້າທີ່​ນີ້​ຢູ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka