ອົບພະຍົບ 18:16 - ພຣະຄຳພີສັກສິ16 ເມື່ອມີສອງຄົນໂຕ້ຖຽງກັນ ພວກເຂົາກໍມາຫາຂ້ອຍ ແລະຂ້ອຍຕ້ອງຕັດສິນໃຫ້ ລະຫວ່າງເຂົາທັງສອງວ່າແມ່ນໃຜເປັນຜູ້ຖືກ ແລະພ້ອມດຽວກັນນັ້ນຂ້ອຍກໍຕ້ອງສັ່ງສອນພວກເຂົາ ໃຫ້ຮູ້ເຖິງກົດເກນແລະຂໍ້ຄຳສັ່ງຂອງພຣະເຈົ້າ.” Uka jalj uñjjattʼäta |
ເມື່ອໃດທີ່ຊາວເມືອງອື່ນໆນຳຄະດີຂ້າຄົນ ຫລືການຝ່າຝືນກົດໝາຍ ຫລືຝ່າຝືນຄຳສັ່ງມາຫາພວກທ່ານ; ພວກທ່ານຕ້ອງແນະນຳພວກເຂົາຢ່າງລະມັດລະວັງວ່າ ພວກເຂົາຄວນປະພຶດຢ່າງໃດໃນລະຫວ່າງການສອບສວນ ເພື່ອວ່າພວກເຂົາຈະບໍ່ເປັນຝ່າຍຜິດໂດຍເຮັດບາບຕໍ່ສູ້ພຣະເຈົ້າຢາເວ. ເວັ້ນເສຍແຕ່ພວກທ່ານຂືນເຮັດເທົ່ານັ້ນ ພວກທ່ານກັບພວກພີ່ນ້ອງຊາວເມືອງກໍຈະຖືກພຣະອົງໂກດຮ້າຍຢ່າງໜັກ. ແຕ່ຖ້າພວກທ່ານປະຕິບັດຕາມໜ້າທີ່ຂອງພວກທ່ານ ພວກທ່ານກໍຈະບໍ່ເປັນຝ່າຍຜິດ.