13 ໃນມື້ຕໍ່ມາ ໂມເຊໄດ້ອອກມານັ່ງພິຈາລະນາເພື່ອຕັດສິນຄວາມໃຫ້ປະຊາຊົນ ເພິ່ນໄດ້ຫຍຸ້ງຢູ່ກັບວຽກແຕ່ເຊົ້າຈົນຮອດຄໍ່າ.
ເທື່ອໃດທີ່ເຖົ້າແກ່ໃນເມືອງນັດພົບປະຊຸມກັນ ເທື່ອນັ້ນຂ້ອຍກໍມີໜ້າຢູ່ນຳໃນທີ່ປະຊຸມຜູ້ໜຶ່ງ.
ແລ້ວເຢທະໂຣກໍຂ້າສັດເຜົາທັງໂຕ ແລະເອົາເຄື່ອງບູຊາອື່ນໆຖວາຍແກ່ພຣະເຈົ້າ; ຝ່າຍອາໂຣນ ແລະພວກຜູ້ນຳກໍໄດ້ໄປຮ່ວມກິນເຂົ້າຈີ່ຮ່ວມກັບພໍ່ເຖົ້າຂອງໂມເຊ ເພື່ອເປັນການນະມັດສະການພຣະເຈົ້າ.
ເມື່ອເຢທະໂຣໄດ້ເຫັນທຸກໆສິ່ງທີ່ໂມເຊເຮັດ ເພິ່ນຈຶ່ງຖາມວ່າ, “ວຽກທັງໝົດທີ່ເຈົ້າກຳລັງເຮັດຢູ່ນີ້ເພື່ອປະຊາຊົນບໍ່ແມ່ນບໍ? ດ້ວຍເຫດໃດເຈົ້າຈຶ່ງເຮັດຜູ້ດຽວ ໂດຍປ່ອຍປະຊາຊົນໃຫ້ຢືນຢູ່ທີ່ນີ້ແຕ່ເຊົ້າຮອດຄໍ່າ ເພື່ອຂໍຄວາມເຫັນຈາກເຈົ້າ?”
ແລ້ວເຊື້ອສາຍຜູ້ໜຶ່ງຂອງດາວິດກໍຈະຂຶ້ນເປັນກະສັດ ແລະເພິ່ນຈະປົກຄອງປະຊາຊົນດ້ວຍຄວາມຮັກແລະຄວາມສັດຊື່. ເພິ່ນຈະຟ້າວລົງມືເຮັດໃນສິ່ງທີ່ຖືກຕ້ອງ ແລະເພິ່ນຈະຄອຍເບິ່ງວ່າມີຄວາມຍຸດຕິທຳຫລືບໍ?)
“ບັນດາຊົນຊາດຕ້ອງຕຽມມາສູ່ຮ່ອມພູຕັດສິນ ບ່ອນທີ່ເຮົາຈະນັ່ງຕັດສິນທຸກຊົນຊາດອ້ອມແອ້ມ.
“ພວກທຳມະຈານແລະພວກຟາຣີຊາຍ ມີຄວາມຊຳນິຊຳນານທາງດ້ານກົດບັນຍັດຂອງໂມເຊ.
ຖ້າເປັນການໜູນໃຈ ກໍຈົ່ງໜູນໃຈ ຖ້າເປັນການບໍລິຈາກ ກໍຈົ່ງເຮັດດ້ວຍໃຈສັດທາເພື່ອແຜ່ ຜູ້ມີສິດອຳນາດ ກໍຈົ່ງເຮັດດ້ວຍຄວາມເອົາໃຈໃສ່ ຜູ້ສະແດງຄວາມເມດຕາຕໍ່ຄົນອື່ນ ກໍຈົ່ງເຮັດດ້ວຍໃຈຍິນດີ.
ຍ້ອນເຫດຜົນຢ່າງດຽວກັນນີ້ແຫຼະ ພວກເຈົ້າຈົ່ງເສຍພາສີ ເພາະຜູ້ມີອຳນາດນັ້ນ ເປັນຜູ້ຮັບໃຊ້ຂອງພຣະເຈົ້າ ເພິ່ນກຳລັງເຮັດໜ້າທີ່ນີ້ຢູ່.
ພວກທີ່ນັ່ງເທິງອານແລະຂີ່ໂຕລໍຂາວ ຜູ້ທີ່ຍ່າງໄປມາ ຈົ່ງກ່າວເຖິງເລື່ອງນີ້.