Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 18:12 - ພຣະຄຳພີສັກສິ

12 ແລ້ວ​ເຢທະໂຣ​ກໍ​ຂ້າ​ສັດ​ເຜົາ​ທັງ​ໂຕ ແລະ​ເອົາ​ເຄື່ອງ​ບູຊາ​ອື່ນໆ​ຖວາຍ​ແກ່​ພຣະເຈົ້າ; ຝ່າຍ​ອາໂຣນ ແລະ​ພວກ​ຜູ້ນຳ​ກໍໄດ້​ໄປ​ຮ່ວມ​ກິນ​ເຂົ້າຈີ່​ຮ່ວມ​ກັບ​ພໍ່ເຖົ້າ​ຂອງ​ໂມເຊ ເພື່ອ​ເປັນ​ການ​ນະມັດສະການ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ອົບພະຍົບ 18:12
31 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ໃນ​ທີ່ນັ້ນ ອີຊາກ​ໄດ້​ສ້າງ​ແທ່ນບູຊາ​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ. ແລ້ວ​ເພິ່ນ​ກໍ​ຕັ້ງ​ຄ້າຍພັກ​ຢູ່​ທີ່​ນັ້ນ ແລະ​ຄົນ​ຂອງ​ເພິ່ນ​ກໍ​ຂຸດ​ນໍ້າສ້າງ​ຕື່ມ​ອີກ.


ອີຊາກ​ໄດ້​ຈັດ​ງານກິນລ້ຽງ​ຂຶ້ນ​ເພື່ອ​ຕ້ອນຮັບ​ພວກເພິ່ນ ພວກເພິ່ນ​ພາກັນ​ກິນ​ແລະ​ດື່ມ​ຢ່າງ​ມ່ວນຊື່ນ.


ຢາໂຄບ​ໄດ້​ຖວາຍ​ເຄື່ອງ​ບູຊາ​ທີ່​ເນີນພູ ແລະ​ໄດ້ເຊີນ​ພີ່ນ້ອງ​ຂອງຕົນ​ມາ​ຮ່ວມ​ກິນ​ເຂົ້າຈີ່​ນຳກັນ. ຫລັງຈາກ​ກິນ​ເຂົ້າຈີ່​ແລ້ວ ພວກເຂົາ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ທີ່​ນັ້ນ.


ສ່ວນ​ອາເບັນ​ນັ້ນ ລາວ​ເອົາ​ລູກແກະເຖິກ​ຫົວປີ​ໂຕໜຶ່ງ​ໃນ​ຝູງ​ມາ​ຂ້າ ແລະ​ເອົາ​ສ່ວນ​ທີ່ດີ​ທີ່ສຸດ ມາ​ຖວາຍ​ແກ່​ພຣະເຈົ້າຢາເວ. ພຣະອົງ​ພໍໃຈ​ໃນ​ການຖວາຍ​ຂອງ​ອາເບັນ,


ສ່ວນ​ພວກເຂົາ​ກໍ​ຕຽມ​ເອົາ​ຂອງຕ້ອນ​ໄວ້ ເພື່ອ​ມອບ​ໃຫ້​ແກ່​ໂຢເຊັບ​ໃນ​ຕອນທ່ຽງ ເພາະ​ພວກເຂົາ​ຮູ້​ວ່າ​ເພິ່ນ​ຈະ​ມາ​ກິນ​ເຂົ້າ​ຮ່ວມ​ກັບ​ພວກ​ຕົນ​ທີ່​ບ້ານ.


ແລ້ວ​ໂນອາ​ກໍໄດ້​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ; ເພິ່ນ​ເອົາ​ສັດ​ແລະ​ນົກ​ແນວ​ລະ​ໂຕ ທີ່​ບໍ່​ເປັນ​ມົນທິນ ຂ້າ​ເຜົາ​ຖວາຍ​ທັງ​ໂຕ​ເທິງ​ແທ່ນບູຊາ.


ກະສັດ​ດາວິດ​ກ່າວ​ຕໍ່ໄປ​ວ່າ, “ບໍ່​ຕ້ອງ​ຢ້ານ​ດອກ ເພື່ອ​ເຫັນ​ແກ່​ໂຢນາທານ​ພໍ່​ຂອງ​ເຈົ້າ ເຮົາ​ຈະ​ເມດຕາ​ເຈົ້າ. ເຮົາ​ຈະ​ເອົາ​ທີ່ດິນ​ທັງໝົດ​ທີ່​ເປັນ​ຂອງ​ກະສັດ​ໂຊນ ປູ່​ຂອງ​ເຈົ້າ​ນັ້ນ​ມອບ​ໃຫ້​ເຈົ້າ ແລະ​ເຮົາ​ຍິນດີ​ໃຫ້​ເຈົ້າ​ມາ​ຮ່ວມ​ໂຕະ​ຮັບປະທານ​ອາຫານ​ກັບ​ເຮົາ​ສະເໝີ.”


ເຮເຊກີຢາ​ໄດ້​ຊົມເຊີຍ​ຊາວ​ເລວີ ທີ່​ມີ​ຄວາມ​ສາມາດ​ສູງ​ໃນ​ການນຳພາ​ການ​ນະມັດສະການ​ພຣະເຈົ້າຢາເວ​ໃນ​ຄັ້ງ​ນີ້. ຫລັງຈາກ​ເຈັດ​ວັນ​ໃນ​ລະຫວ່າງ​ທີ່​ພວກເຂົາ​ຖວາຍ​ເຄື່ອງ​ບູຊາ ເພື່ອ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ​ຢູ່​ນັ້ນ


ຕອນເຊົ້າ​ຫລັງຈາກ​ງານກິນລ້ຽງ​ເລີກ​ແລ້ວ ທຸກ​ເທື່ອ​ໂຢບ​ຈະ​ຕື່ນ​ແຕ່​ເຊົ້າ​ມືດ ແລະ​ຖວາຍ​ເຄື່ອງເຜົາ​ບູຊາ​ສຳລັບ​ລູກ​ແຕ່ລະຄົນ ເພື່ອ​ຊຳລະ​ພວກເຂົາ​ຈາກ​ມົນທິນ. ເພິ່ນ​ເຮັດ​ເຊັ່ນນີ້​ເລື້ອຍໆ​ເພາະ​ເພິ່ນ​ຄິດ​ວ່າ ຜູ້ໜຶ່ງ​ໃນ​ພວກເຂົາ​ອາດ​ໄດ້​ເຮັດ​ບາບ ໂດຍ​ປະໝາດ​ພຣະເຈົ້າ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ກໍໄດ້.


ພວກອ້າຍ​ເອື້ອຍ​ນ້ອງ​ຂອງ​ໂຢບ ແລະ​ພວກ​ໝູ່ເພື່ອນ​ເກົ່າແກ່ ຕ່າງ​ກໍໄດ້​ມາ​ຢ້ຽມຢາມ​ໂຢບ ແລະ​ກິນລ້ຽງ​ສະຫລອງ​ທີ່​ເຮືອນ​ຂອງ​ເພິ່ນ. ພວກເຂົາ​ໄດ້​ສະແດງ​ຄວາມ​ເຫັນອົກເຫັນໃຈ ແລະ​ເລົ້າໂລມ​ເພິ່ນ​ສຳລັບ​ຄວາມ​ເດືອດຮ້ອນ​ທັງໝົດ ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ມາ​ສູ່​ເພິ່ນ, ແຕ່ລະຄົນ​ໃນ​ພວກເຂົາ​ໄດ້​ເອົາ​ເງິນ​ບາງສ່ວນ ແລະ​ແຫວນ​ຄຳ​ຜູ້ລະ​ວົງ​ໃຫ້​ໂຢບ.


ບັດນີ້ ຈົ່ງ​ເອົາ​ງົວເຖິກ​ເຈັດ​ໂຕ ແລະ​ແກະເຖິກ​ເຈັດ​ໂຕ​ໄປ​ໃຫ້​ໂຢບ ເພື່ອ​ເຜົາບູຊາ​ສຳລັບ​ຄວາມຜິດ​ຂອງ​ພວກເຈົ້າ. ໂຢບ​ຈະ​ພາວັນນາ​ອະທິຖານ​ສຳລັບ​ພວກເຈົ້າ ແລະ​ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ລາວ ແລະ​ເຮົາ​ຈະ​ບໍ່​ເອົາ​ໂທດ ຕາມ​ທີ່​ພວກເຈົ້າ​ຄວນ​ໄດ້​ຮັບ. ພວກເຈົ້າ​ບໍ່ໄດ້​ເວົ້າ​ຄວາມຈິງ​ກ່ຽວກັບ​ເຮົາ​ດັ່ງ​ທີ່​ໂຢບ​ໄດ້​ເວົ້າ.”


ໃນ​ມື້​ຕໍ່ມາ ໂມເຊ​ໄດ້​ອອກ​ມາ​ນັ່ງ​ພິຈາລະນາ​ເພື່ອ​ຕັດສິນຄວາມ​ໃຫ້​ປະຊາຊົນ ເພິ່ນ​ໄດ້​ຫຍຸ້ງ​ຢູ່​ກັບ​ວຽກ​ແຕ່​ເຊົ້າ​ຈົນ​ຮອດ​ຄໍ່າ.


ປະໂຣຫິດ​ແຫ່ງ​ມີດີອານ​ຜູ້​ທີ່​ຊື່​ວ່າ ເຢທະໂຣ, ເພິ່ນ​ມີ​ລູກສາວ​ເຈັດ​ຄົນ. ພວກ​ນາງ​ໄດ້​ພາກັນ​ມາ​ຕັກ​ນໍ້າ​ໃຫ້​ຝູງແບ້​ແລະ​ຝູງແກະ​ກິນ.


ຜູ້​ເປັນ​ພໍ່​ຈຶ່ງ​ຖາມ​ລູກສາວ​ອີກ​ວ່າ, “ຊາຍ​ຜູ້ນັ້ນ​ຢູ່​ໃສ? ເຫດ​ໃດ​ຈຶ່ງ​ມາ​ປະ​ລາວ? ຮີບ​ໄປ​ເຊີນ​ລາວ​ມາ​ກິນ​ເຂົ້າ​ນຳ​ພວກເຮົາ​ແມ.”


ຈົ່ງ​ເອົາ​ດິນ​ມາ​ສ້າງ​ແທ່ນບູຊາ​ສຳລັບ​ເຮົາ ແລະ​ທີ່​ເທິງ​ແທ່ນ​ນັ້ນ​ໃຫ້​ນຳ​ແກະ ແລະ​ງົວເຖິກ​ມາ​ເຜົາ​ຖວາຍ​ເປັນ​ເຄື່ອງ​ບູຊາ ແລະຖວາຍ​ບູຊາ​ເພື່ອ​ຄວາມ​ສາມັກຄີທຳ. ໃນ​ທຸກ​ບ່ອນ​ທີ່​ເຮົາ​ຈັດ​ໃຫ້​ນະມັດສະການ ເຮົາ​ຈະ​ມາ​ອວຍພອນ​ພວກເຈົ້າ​ໃນ​ທີ່ນັ້ນ.


ພຣະອົງ​ບໍ່ໄດ້​ທຳລາຍ​ບັນດາ​ຫົວໜ້າ​ຂອງ​ຊາດ​ອິດສະຣາເອນ; ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ ແລ້ວ​ພວກເຂົາ​ກໍ​ພາກັນ​ກິນ​ແລະ​ດື່ມ.


ຕໍ່ມາ ເພິ່ນ​ໄດ້​ໃຊ້​ພວກ​ຄົນ​ໜຸ່ມ​ອິດສະຣາເອນ ເຜົາ​ເຄື່ອງ​ບູຊາ​ຖວາຍ​ແລະ​ເຜົາ​ງົວ​ທັງ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ.


ມື້​ໜຶ່ງ ໃນ​ຂະນະທີ່​ໂມເຊ​ກຳລັງ​ລ້ຽງ​ຝູງແກະ ແລະ​ຝູງແບ້​ຂອງ​ເຢທະໂຣ ພໍ່​ເຖົ້າ​ຂອງຕົນ​ຜູ້​ທີ່​ເປັນ​ປະໂຣຫິດ​ຂອງ​ຊາວ​ມີດີອານ ລາວ​ໄດ້​ຕ້ອນ​ຝູງສັດ​ເລີຍ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ທີ່​ຊີນາຍ​ພູເຂົາ​ຂອງ​ພຣະເຈົ້າ.


ເມື່ອໃດ​ທີ່​ປະຊາຊົນ​ອິດສະຣາເອນ​ຕັ້ງ​ຄ້າຍພັກ​ອາໄສ​ຢູ່ ໂມເຊ​ກໍ​ກາງ​ຫໍເຕັນ​ບ່ອນ​ຊຸມນຸມ​ຂຶ້ນ​ຫ່າງ​ຈາກ​ຄ້າຍພັກ​ເມື່ອນັ້ນ. ຫໍເຕັນ​ນີ້​ເອີ້ນ​ວ່າ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ຖ້າ​ຜູ້ໃດ​ຕ້ອງການ​ເຂົ້າ​ພົບ​ພຣະເຈົ້າຢາເວ ກໍ​ໃຫ້​ຜູ້ນັ້ນ​ອອກ​ໄປ​ທີ່​ຫໍເຕັນ​ນັ້ນ ຊຶ່ງ​ຕັ້ງ​ຢູ່​ນອກ​ບໍລິເວນ​ຄ້າຍ.


ຂ້າພະເຈົ້າ​ບໍ່ໄດ້​ກິນ​ອາຫານ​ແຊບ ຫລື​ຊີ້ນ​ໃດໆ ບໍ່ໄດ້​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ບໍ່ໄດ້​ຫວີຜົມ​ຈົນກວ່າ​ສາມ​ອາທິດ​ໄດ້​ຜ່ານ​ພົ້ນ​ໄປ.


ແລ້ວ​ໂມເຊ​ກໍໄດ້​ເຊີນ​ໂຮບັບ ລູກຊາຍ​ຂອງ​ເຢທະໂຣ​ຊາວ​ມີດີອານ ຜູ້​ເປັນ​ລູງ​ຂອງຕົນ​ວ່າ, “ພວກເຮົາ​ກຳລັງ​ຈະ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ວ່າ​ຈະ​ມອບ​ໃຫ້. ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ຈະ​ບັນດານ​ໃຫ້​ຊາວ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ; ສະນັ້ນ ຈົ່ງ​ໄປ​ກັບ​ພວກເຮົາ​ເທາະ ແລະ​ພວກເຮົາ​ຈະ​ແບ່ງປັນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ນັ້ນ​ໃຫ້​ແກ່​ເຈົ້າ​ດ້ວຍ.”


ໃນ​ວັນ​ຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ໄດ້​ໄປ​ຮ່ວມ​ພາເຂົ້າ ທີ່​ເຮືອນ​ຂອງ​ຜູ້ນຳ​ຄົນ​ຟາຣີຊາຍ​ຄົນ​ໜຶ່ງ ພວກເຂົາ​ຕ່າງ​ກໍ​ເຝົ້າ​ເບິ່ງ​ພຣະເຢຊູເຈົ້າ​ຢ່າງ​ໃກ້ຊິດ.


ເມື່ອ​ຜູ້ໜຶ່ງ ໃນ​ບັນດາ​ຄົນ​ທີ່​ກຳລັງ​ນັ່ງ​ຮ່ວມ​ພາເຂົ້າ​ກັບ​ພຣະເຢຊູເຈົ້າ ໄດ້ຍິນ​ເຊັ່ນ​ນັ້ນ ລາວ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ຜູ້​ທີ່​ຈະ​ນັ່ງ​ຮ່ວມ​ຮັບປະທານ​ອາຫານ ທີ່​ງານກິນລ້ຽງ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ກໍ​ເປັນ​ສຸກ​ແທ້​ໜໍ.”


ຈົ່ງ​ພິຈາລະນາ​ເບິ່ງ​ການ​ປະຕິບັດ​ຂອງ​ຊົນຊາດ​ອິດສະຣາເອນ ພວກ​ທີ່​ກິນ​ເຄື່ອງ​ຖວາຍ​ແລ້ວ​ນັ້ນ ກໍ​ມີ​ສ່ວນ​ໃນ​ແທ່ນບູຊາ​ນັ້ນ​ບໍ່ແມ່ນ​ບໍ?


ພວກເຈົ້າ​ດື່ມ​ຈາກ​ຈອກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແດ່ ແລະ​ດື່ມ​ຈາກ​ຈອກ​ຂອງ​ຜີມານຮ້າຍ​ແດ່ ກໍ​ບໍ່​ຫ່ອນ​ໄດ້ ພວກເຈົ້າ​ກິນ​ທີ່​ໂຕະ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ແດ່ ແລະ​ກິນ​ທີ່​ໂຕະ​ຂອງ​ຜີມານຮ້າຍ​ແດ່ ກໍ​ບໍ່ໄດ້​ເຊັ່ນກັນ.


ເຫດສະນັ້ນ ເມື່ອ​ເຈົ້າ​ທັງຫລາຍ​ຈະ​ກິນ ຈະ​ດື່ມ ຫລື​ຈະ​ເຮັດ​ສິ່ງໃດ​ກໍດີ ຈົ່ງ​ເຮັດ​ທຸກສິ່ງ​ເພື່ອ​ຖວາຍ​ພຣະກຽດ​ແດ່​ພຣະເຈົ້າ.


ທີ່​ນັ້ນ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ອວຍພອນ​ພວກເຈົ້າ. ພວກເຈົ້າ​ພ້ອມ​ທັງ​ຄອບຄົວ​ຈະ​ກິນ ແລະ​ຊົມຊື່ນ​ຍິນດີ​ກັບ​ສິ່ງ​ດີ​ນາໆ​ປະການ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ໃຫ້.


ແລະ​ໃນ​ທີ່ນັ້ນ ໃຫ້​ພວກເຈົ້າ​ຖວາຍ​ເຄື່ອງ​ບູຊາ​ທັງ​ກິນ​ເຄື່ອງ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ ຫລັງຈາກ​ໂມທະນາ​ຂອບພຣະຄຸນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka