11 ບັດນີ້ ຂ້ອຍຮູ້ແລ້ວວ່າ ພຣະເຈົ້າຢາເວຍິ່ງໃຫຍ່ກວ່າພະທັງຫລາຍ ເພາະພຣະອົງໄດ້ສຳແດງຄວາມຍິ່ງໃຫຍ່ນີ້ ເມື່ອຊາວເອຢິບໄດ້ເຮັດຕໍ່ຊາວອິດສະຣາເອນ ດ້ວຍການທາລຸນເຊັ່ນນັ້ນ.”
ແມ່ໝ້າຍໄດ້ກ່າວຕໍ່ເອລີຢາວ່າ, “ບັດນີ້ ຂ້ານ້ອຍຮູ້ແລ້ວວ່າທ່ານເປັນຄົນຂອງພຣະເຈົ້າ; ແລະຖ້ອຍຄຳຂອງພຣະເຈົ້າຢາເວໄດ້ກ່າວຜ່ານທາງທ່ານຢ່າງແທ້ຈິງ.”
ນາອາມານພ້ອມທັງຄົນຂອງຕົນໄດ້ກັບຄືນໄປຫາຄົນຂອງພຣະເຈົ້າ ແລະເວົ້າວ່າ, “ດຽວນີ້ຂ້າພະເຈົ້າຮູ້ແລ້ວວ່າບໍ່ມີພຣະເຈົ້າອົງອື່ນ ນອກຈາກພຣະເຈົ້າຂອງຊາດອິດສະຣາເອນ; ສະນັ້ນ ທ່ານເອີຍ ກະລຸນາຮັບເອົາຂອງຂວັນຈາກຂ້າພະເຈົ້າດ້ວຍເຖີດ.”
ພຣະເຈົ້າຢາເວຊົງຍິ່ງໃຫຍ່ຫລາຍ ແລະຄວນເປັນທີ່ສັນລະເສີນຢ່າງສູງສົ່ງ; ພຣະອົງຄວນເປັນທີ່ຍົກຍໍສັນລະເສີນ ໃຫ້ກຽດສັກສີກວ່າພະອື່ນໆທັງສິ້ນ.
ຂ້າພະເຈົ້າຕັ້ງໃຈຈະສ້າງວິຫານອັນໃຫຍ່ໂຕ ເພາະພຣະເຈົ້າຂອງພວກເຮົາຍິ່ງໃຫຍ່ກວ່າພະອື່ນໆ.
ພຣະອົງເຮັດການອັດສະຈັນໃຫຍ່ຕໍ່ສູ້ກະສັດ ຕໍ່ສູ້ຂ້າຣາຊການ ແລະປະຊາຊົນດ້ວຍ; ເພາະຮູ້ວ່າປະຊາຊົນພຣະອົງຖືກກົດຂີ່ຢ່າງໃດ ແລ້ວຊື່ສຽງພຣະອົງກໍຍັງໂດ່ງດັງເຖິງດຽວນີ້.
ແຕ່ບັນພະບຸລຸດຂອງພວກຂ້ານ້ອຍພັດດື້ດ້ານຈອງຫອງ ໂດຍບໍ່ຍອມເຊື່ອຟັງຄຳສັ່ງຂອງພຣະອົງ.
ພຣະອົງເຕືອນພວກເພິ່ນໃຫ້ເຊື່ອຟັງຄຳສັ່ງສອນ ແຕ່ເພາະພວກເພິ່ນຈອງຫອງຈຶ່ງບໍ່ຍອມເຮັດຕາມນັ້ນ ເຖິງແມ່ນວ່າການຢຶດຖືກົດບັນຍັດໄດ້ຊີວິດກໍດີ ຍ້ອນພວກເພິ່ນດື້ດຶງຈຶ່ງບໍ່ເຊື່ອຟັງພຣະອົງ.
ພຣະອົງຕິຕຽນວ່າກ່າວຄົນຈອງຫອງ ສາບແຊ່ງຄົນບໍ່ເຊື່ອຟັງຂໍ້ຄຳສັ່ງດ້ວຍ.
ຂ້ານ້ອຍຮູ້ວ່າພຣະເຈົ້າຢາເວຂອງພວກເຮົາຍິ່ງໃຫຍ່ຫລາຍ ອົງພຣະຜູ້ເປັນເຈົ້າຂອງພວກເຮົາເປັນອົງຍິ່ງໃຫຍ່ເໜືອກວ່າບັນດາພະອື່ນໃດທັງສິ້ນ.
ທຸກຄົນທີ່ມີໃຈສັດຊື່ເອີຍ ຈົ່ງຮັກພຣະເຈົ້າຢາເວ ພຣະເຈົ້າຢາເວຊົງຄຸ້ມຄອງຮັກສາຄົນທີ່ມີໃຈສັດຊື່ ສ່ວນຄົນຈອງຫອງນັ້ນພຣະອົງຈະລົງໂທດທັນ ຕາມທີ່ພວກເຂົາສົມຄວນຈະໄດ້ຮັບ.
ເພາະພຣະເຈົ້າຢາເວຄືພຣະເຈົ້າອົງຊົງຣິດຍິ່ງໃຫຍ່ ເປັນກະສັດອົງຊົງຍິ່ງໃຫຍ່ເໜືອພະທັງປວງ.
ຂ້າແດ່ພຣະເຈົ້າຢາເວ ອົງຍິ່ງໃຫຍ່ສູງສຸດ ເພາະພຣະອົງຊົງປົກຄອງທົ່ວແຜ່ນດິນໂລກນີ້ ແລະຍິ່ງໃຫຍ່ກວ່າພະທັງໝົດ.
ໃນກໍລະນີເກີດເສິກຂຶ້ນ ພວກເຂົາອາດເຂົ້າຂ້າງຂອງສັດຕູ ແລະຫັນມາຕໍ່ສູ້ພວກເຮົາ ແລະອອກໄປຈາກ ປະເທດ. ບັດນີ້ ພວກເຮົາຕ້ອງຫາວິທີກຳຈັດຄົນພວກນີ້ບໍ່ໃຫ້ຫລາຍຂຶ້ນ.”
“ເມື່ອພວກເຈົ້າໄປຊ່ວຍເອົາລູກອອກໃຫ້ຍິງຊາວເຮັບເຣີ ຖ້າເດັກນ້ອຍເປັນຜູ້ຊາຍໃຫ້ຂ້າຖິ້ມ, ແຕ່ຖ້າເດັກນ້ອຍເປັນຜູ້ຍິງໃຫ້ປະໄວ້.”
ແຕ່ກະສັດຟາໂຣກໍໄດ້ສັ່ງປະຊາຊົນຂອງຕົນວ່າ, “ລູກຜູ້ຊາຍທຸກໆຄົນຂອງຊາວເຮັບເຣີທີ່ເກີດໃໝ່ ໃຫ້ຖິ້ມລົງໃນແມ່ນໍ້ານິນ, ແຕ່ລູກຜູ້ຍິງຈົ່ງປະໄວ້ໃຫ້ມີຊີວິດຢູ່.”
ສະນັ້ນ ໂມເຊແລະອາໂຣນຈຶ່ງໄດ້ເຂົ້າໄປພົບກະສັດຟາໂຣ ແລະກ່າວຕໍ່ເພິ່ນວ່າ, “ພຣະເຈົ້າຢາເວ ພຣະເຈົ້າຂອງຊາວເຮັບເຣີກ່າວວ່າ, ‘ເຈົ້າຍັງຈະແຂງຂໍ້ຕໍ່ເຮົາອີກດົນນານປານໃດ? ຈົ່ງປ່ອຍປະຊາຊົນຂອງເຮົາໄປ ເພື່ອວ່າພວກເຂົາຈະໄດ້ນະມັດສະການເຮົາ.
ໃນຄືນນັ້ນ ເຮົາຈະຜ່ານດິນແດນປະເທດເອຢິບໄປ ເພື່ອຂ້າລູກຊາຍກົກຂອງມະນຸດ ແລະລູກສັດໂຕເຖິກຫົວປີທຸກໆໂຕ ແລະເພື່ອລົງໂທດບັນດາພະທັງໝົດຂອງຊາວເອຢິບ. ເຮົາແມ່ນພຣະເຈົ້າຢາເວ.
ເມື່ອເຮົາໄດ້ໄຊຊະນະພວກເຂົາແລ້ວ ຊາວເອຢິບຈຶ່ງຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.”
ພຣະເຈົ້າຢາເວໄດ້ເຮັດໃຫ້ກະສັດຟາໂຣໃຈແຂງກະດ້າງດື້ດຶງ ແລະໄລ່ຕິດຕາມຊາວອິດສະຣາເອນ ຊຶ່ງພວມເດີນທາງໄປຢ່າງມີໄຊ.
ຂ້າແດ່ພຣະເຈົ້າຢາເວ ໃນບັນດາພະທັງຫລາຍນັ້ນໃຜແດ່ຄືພຣະອົງ? ແນ່ວແນ່ຄືພຣະອົງ ຜູ້ຍິ່ງໃຫຍ່ແລະບໍຣິສຸດດ້ວຍ. ພະໃດເຮັດການອັດສະຈັນຕ່າງໆໄດ້ແດ່? ແລະເຮັດການອັນໃຫຍ່ຍິ່ງໄດ້ດັ່ງພຣະອົງ?
ກະສັດຟາໂຣຖາມວ່າ, “ພຣະເຈົ້າຢາເວແມ່ນໃຜ? ເປັນຫຍັງເຮົາຈະຕ້ອງຟັງ ແລະປ່ອຍປະຊາຊົນພວກນີ້ໄປ? ເຮົາບໍ່ຮູ້ຈັກພຣະເຈົ້າຢາເວ ແລະເຮົາຈະບໍ່ປ່ອຍປະຊາຊົນອິດສະຣາເອນໄປ.”
“ຢ່າເອົາເຟືອງໃຫ້ຊາວອິດສະຣາເອນໃຊ້ເຮັດດິນຈີ່ຕໍ່ໄປອີກ. ໃຫ້ພວກເຂົາໄປຊອກຫາເອົາເອງ,
ບັດນີ້ ເຮົາຄືເນບູກາດເນັດຊາ ຂໍສັນລະເສີນແລະຖວາຍກຽດຕິຍົດ ແລະສະຫງ່າຣາສີ ແດ່ກະສັດແຫ່ງສະຫວັນ. ທຸກສິ່ງທີ່ພຣະອົງເຮັດກໍຖືກຕ້ອງແລະຍຸດຕິທຳ ແລະພຣະອົງເຮັດໃຫ້ຄົນຈອງຫອງຖ່ອມຕົວລົງໄດ້.”
ໃນຂະນະທີ່ກຳລັງຝັງສົບລູກຊາຍຫົວປີຂອງພວກເຂົາທີ່ພຣະເຈົ້າຢາເວໄດ້ລົງໂທດເຖິງຕາຍ ພຣະເຈົ້າຢາເວໄດ້ສຳແດງໃຫ້ເຫັນເຖິງຣິດອຳນາດອັນຍິ່ງໃຫຍ່ ທີ່ພຣະອົງມີເໜືອພະທັງຫລາຍຂອງພວກເຂົາ.
ເມື່ອພຣະຫັດອັນຊົງຣິດ ຂອງພຣະອົງຢຽດອອກ ຄົນຈອງຫອງ ແລະແຜນການ ຂອງພວກເຂົາກໍແຕກຊະ.
ແຕ່ພຣະອົງໄດ້ຊົງປະທານພຣະຄຸນເພີ່ມຂຶ້ນອີກ. ເຫດສະນັ້ນ ພຣະຄຳພີຈຶ່ງກ່າວວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນ ແກ່ຄົນທີ່ຖ່ອມໃຈລົງ.”
ໃນທຳນອງດຽວກັນ ພວກເຈົ້າຜູ້ມີອາຍຸອ່ອນກວ່າ ຈົ່ງນ້ອມຟັງຕໍ່ພວກອາວຸໂສ. ພວກເຈົ້າທຸກຄົນ ຈົ່ງສວມຄວາມຖ່ອມໃຈ ເພື່ອຮັບໃຊ້ຊຶ່ງກັນແລະກັນ ຕາມທີ່ມີຄຳຂຽນໄວ້ໃນພຣະຄຳພີວ່າ, “ພຣະເຈົ້າຊົງຕໍ່ສູ້ຄົນທີ່ຈອງຫອງ ແຕ່ຊົງປະທານພຣະຄຸນແກ່ຜູ້ທີ່ຖ່ອມໃຈລົງ.”
ເຈົ້າຈົ່ງເຊົາເວົ້າຄຳໂອ້ອວດນັ້ນສາ ຈົ່ງໃຫ້ຄຳເວົ້າຈອງຫອງຂອງເຈົ້າມິດງຽບ. ເພາະພຣະເຈົ້າຢາເວ ເປັນພຣະເຈົ້າຜູ້ຮູ້ເຫັນ ພຣະອົງຕັດສິນທຸກການກະທຳ ຂອງມະນຸດ.