Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 18:1 - ພຣະຄຳພີສັກສິ

1 ເຢທະໂຣ​ພໍ່ເຖົ້າ​ຂອງ​ໂມເຊ ຜູ້​ທີ່​ເປັນ​ປະໂຣຫິດ​ແຫ່ງ​ມີດີອານ​ໄດ້ຍິນ​ເຖິງ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ເພື່ອ​ໂມເຊ ແລະ​ປະຊາຊົນ​ອິດສະຣາເອນ ເມື່ອ​ພຣະເຈົ້າຢາເວ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ອົບພະຍົບ 18:1
33 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພຣະອົງ​ໄດ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ອອກ​ໄປ ຢ່າງ​ຊົມຊື່ນ​ຍິນດີ ຄື​ຄົນ​ທັງຫຼາຍ​ທີ່​ພຣະອົງ​ໄດ້​ເລືອກໄວ້​ນັ້ນ​ດ້ວຍ​ການຮ້ອງເພງ.


ພວກເຈົ້າ​ຜູ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເອີຍ ພວກເຈົ້າ​ຜູ້​ເປັນ​ເຊື້ອສາຍ​ຂອງ​ຢາໂຄບ​ຜູ້​ທີ່​ພຣະອົງ​ຊົງ​ເລືອກໄວ້ ຈົ່ງ​ຈົດຈຳ​ການ​ອັດສະຈັນ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ແລະ​ການ​ພິພາກສາ​ທີ່​ພຣະອົງ​ໄດ້​ມອບ​ໃຫ້.


ຜູ້ໃດ​ສາມາດ​ບອກ​ໄດ້​ເຖິງ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ? ຫລື ຜູ້ໃດ​ສາມາດ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຢ່າງ​ເຖິງຈິດ​ເຖິງໃຈ​ໄດ້?


ຂ້ານ້ອຍ​ຈະ​ຍ້ອງຍໍ​ພຣະເຈົ້າຢາເວ​ໃນ​ສິ່ງ​ທີ່​ຊົງ​ກະທຳ ຂໍ​ໃຫ້​ຜູ້​ທີ່​ຖືກ​ຂົ່ມເຫັງ​ຟັງ​ແລະ​ເບີກບານ​ໃຈ​ເຖີດ.


ຂ້າແດ່​ພຣະເຈົ້າ ພວກ​ຂ້ານ້ອຍ​ໄດ້ຍິນ​ຄຳ​ເວົ້າ​ດ້ວຍ​ຫູ​ຂອງຕົນເອງ ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ກໍໄດ້​ບອກ​ເຖິງ​ເລື່ອງ​ນີ້ ຄື​ໃນ​ຄາວ​ຂອງ​ພວກເພິ່ນ​ນັ້ນ​ພຣະອົງ​ໄດ້​ເຮັດ​ສິ່ງ​ຍິ່ງໃຫຍ່​ຫລາຍ ເປັນ​ເຫດການ​ທີ່​ຜ່ານ​ມາ​ແຕ່​ດົນນານ​ແລ້ວ:


ພວກເຮົາ​ຈະ​ບໍ່​ອຳ​ໄວ້​ຈາກ​ລູກໆ​ຂອງ​ພວກເຮົາ ຈົ່ງ​ບອກ​ເຊື້ອສາຍ​ທີ່​ເກີດ​ມາ​ພາຍ​ຫລັງ​ນັ້ນ ເຖິງ​ຣິດທານຸພາບ ແລະ​ສິ່ງ​ຍິ່ງໃຫຍ່​ທັງຫລາຍ ຕະຫລອດ​ທັງ​ສິ່ງ​ອັດສະຈັນ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ.


ປະໂຣຫິດ​ແຫ່ງ​ມີດີອານ​ຜູ້​ທີ່​ຊື່​ວ່າ ເຢທະໂຣ, ເພິ່ນ​ມີ​ລູກສາວ​ເຈັດ​ຄົນ. ພວກ​ນາງ​ໄດ້​ພາກັນ​ມາ​ຕັກ​ນໍ້າ​ໃຫ້​ຝູງແບ້​ແລະ​ຝູງແກະ​ກິນ.


ເມື່ອ​ພວກ​ນາງ​ກັບ​ເມືອ​ເຮືອນ​ຫາ​ເຣອູເອນ ຜູ້​ເປັນ​ພໍ່​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ວັນນີ້​ຈຶ່ງ​ກັບ​ມາ​ໄວ​ແທ້?”


ໂມເຊ​ໄດ້​ຕັດສິນໃຈ​ຢູ່​ທີ່​ມີດີອານ ແລະ​ເຢທະໂຣ​ຈຶ່ງ​ໄດ້​ຍົກ​ນາງ​ຊິບໂປຣາ ລູກສາວ​ຂອງຕົນ​ໃຫ້​ເປັນ​ເມຍ​ຂອງ​ໂມເຊ.


ມື້​ໜຶ່ງ ໃນ​ຂະນະທີ່​ໂມເຊ​ກຳລັງ​ລ້ຽງ​ຝູງແກະ ແລະ​ຝູງແບ້​ຂອງ​ເຢທະໂຣ ພໍ່​ເຖົ້າ​ຂອງຕົນ​ຜູ້​ທີ່​ເປັນ​ປະໂຣຫິດ​ຂອງ​ຊາວ​ມີດີອານ ລາວ​ໄດ້​ຕ້ອນ​ຝູງສັດ​ເລີຍ​ຂ້າມ​ຖິ່ນ​ແຫ້ງແລ້ງ​ກັນດານ​ໄປ​ທີ່​ຊີນາຍ​ພູເຂົາ​ຂອງ​ພຣະເຈົ້າ.


ຫລັງຈາກ​ນັ້ນ ໂມເຊ​ໄດ້​ກັບຄືນ​ເມືອ​ຫາ​ເຢທະໂຣ​ພໍ່ເຖົ້າ​ຂອງຕົນ ແລະ​ໄດ້​ບອກ​ເພິ່ນ​ວ່າ, “ກະລຸນາ​ໃຫ້​ລູກ​ກັບ​ເມືອ​ຢ້ຽມຢາມ​ພີ່ນ້ອງ​ຢູ່​ໃນ​ປະເທດ​ເອຢິບ ເພື່ອ​ເບິ່ງ​ວ່າ​ພວກເຂົາ​ຍັງ​ມີ​ຊີວິດ​ຢູ່​ຫລື​ບໍ່.” ເຢທະໂຣ​ໄດ້​ອະນຸຍາດ​ໃຫ້​ໂມເຊ​ກັບ​ເມືອ ພ້ອມ​ທັງ​ອວຍພອນ​ໃຫ້​ລາວ​ກັບ​ໄປ​ໂດຍ​ດີ.


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ນະຄອນ​ເຢຣູຊາເລັມ​ຈະ​ເປັນ​ບໍ່​ແຫ່ງ​ຄວາມ​ຊົມຊື່ນ​ຍິນດີ, ກຽດສັກສີ ແລະ​ຄວາມ​ພາກພູມ​ໃຈ​ໃຫ້​ແກ່​ເຮົາ ແລະ​ທຸກໆ​ຊົນຊາດ​ໃນ​ໂລກ​ຈະ​ຢ້ານກົວ​ແລະ​ສັ່ນເຊັນ ເມື່ອ​ພວກເຂົາ​ໄດ້ຍິນ​ເຖິງ​ສິ່ງ​ດີ​ທັງຫລາຍ ຊຶ່ງ​ເຮົາ​ເຮັດ​ໃຫ້​ແກ່​ຊາວ​ນະຄອນ​ເຢຣູຊາເລັມ ແລະ​ທັງ​ໄດ້ຍິນ​ເຖິງ​ຄວາມຈະເລີນ​ຮຸ່ງເຮືອງ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ນີ້.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ໃນ​ເວລາ​ນັ້ນ ຄົນ​ຕ່າງດ້າວ​ສິບ​ຄົນ​ຈະ​ມາ​ຫາ​ຄົນ​ຢິວ​ຜູ້ໜຶ່ງ ແລະ​ຈະ​ເວົ້າ​ວ່າ, ‘ພວກເຮົາ​ຢາກ​ຈະ​ໄປ​ກັບ​ເຈົ້າ ເພາະ​ພວກເຮົາ​ໄດ້ຍິນ​ວ່າ​ພຣະເຈົ້າ​ຢູ່​ກັບ​ເຈົ້າ.”’


ແລ້ວ​ໂມເຊ​ກໍໄດ້​ເຊີນ​ໂຮບັບ ລູກຊາຍ​ຂອງ​ເຢທະໂຣ​ຊາວ​ມີດີອານ ຜູ້​ເປັນ​ລູງ​ຂອງຕົນ​ວ່າ, “ພວກເຮົາ​ກຳລັງ​ຈະ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້​ວ່າ​ຈະ​ມອບ​ໃຫ້. ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ຈະ​ບັນດານ​ໃຫ້​ຊາວ​ອິດສະຣາເອນ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ; ສະນັ້ນ ຈົ່ງ​ໄປ​ກັບ​ພວກເຮົາ​ເທາະ ແລະ​ພວກເຮົາ​ຈະ​ແບ່ງປັນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ນັ້ນ​ໃຫ້​ແກ່​ເຈົ້າ​ດ້ວຍ.”


ເມື່ອ​ມາ​ຮອດ​ເມືອງ​ອັນຕີໂອເຂຍ ທ່ານ​ທັງສອງ​ໄດ້​ເອີ້ນ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລ້ວ​ໄດ້​ເລົ່າ​ສູ່​ພີ່ນ້ອງ​ຟັງ​ເຖິງ​ທຸກຢ່າງ ທີ່​ພຣະເຈົ້າ​ຊົງ​ສະຖິດ ແລະ​ໄດ້​ຊົງ​ກະທຳ​ສຳລັບ​ຕົນ ແລະ​ການ​ທີ່​ພຣະເຈົ້າ​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ຄົນຕ່າງຊາດ​ເຂົ້າ​ມາ.


ດັ່ງນັ້ນ ພີ່ນ້ອງ​ທັງໝົດ​ຈຶ່ງ​ມິດງຽບ ແລະ​ຟັງ​ບາຣະນາບາ​ກັບ​ໂປໂລ ເລົ່າ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ຕ່າງໆ ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ໃນ​ທ່າມກາງ​ຄົນຕ່າງຊາດ.


ດ້ວຍວ່າ, ເຮົາ​ບໍ່​ອາດ​ຈະ​ອ້າງ​ສິ່ງໃດ ນອກຈາກ​ສິ່ງ​ຊຶ່ງ​ພຣະຄຣິດ​ໄດ້​ຊົງ​ກະທຳ ໂດຍ​ຊົງ​ໃຊ້​ເຮົາ​ທາງ​ຄຳສອນ ແລະ​ກິດຈະການ​ເພື່ອ​ຈະ​ໃຫ້​ຄົນຕ່າງຊາດ​ເຊື່ອຟັງ


ພວກເຮົາ​ຕ່າງ​ກໍ​ໄດ້​ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ທະເລແດງ​ແຫ້ງ​ຕໍ່ໜ້າ​ພວກເຈົ້າ ເມື່ອ​ພວກເຈົ້າ​ກຳລັງ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຮົາ​ຍັງ​ໄດ້ຍິນ​ອີກ​ວ່າ ພວກເຈົ້າ​ໄດ້​ຂ້າ​ເຈົ້າສີໂຫນ​ແລະ​ເຈົ້າໂອກ ກະສັດ​ສອງ​ຄົນ​ຂອງ​ຊາວ​ອາໂມ​ຢ່າງ​ໃດ ທີ່​ທາງ​ທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ.


ແລ້ວ​ພວກເຂົາ​ກໍໄດ້​ເລົ່າ​ເລື່ອງ​ໃຫ້​ໂຢຊວຍ​ຟັງ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ມາ​ແຕ່​ດິນແດນ​ໄກ​ທີ່ສຸດ ເພາະ​ໄດ້ຍິນ​ເລື່ອງ​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ. ພວກ​ຂ້ານ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ໃນ​ປະເທດ​ເອຢິບ


ເຊື້ອສາຍ​ຂອງ​ພໍ່ເຖົ້າ​ໂມເຊ ຊາວ​ເກນິດ ໄດ້​ອອກ​ຈາກ​ເຢຣິໂກ​ເມືອງ​ທີ່​ມີ​ຕົ້ນ​ຕານ ໄປ​ກັບ​ຊາວ​ຢູດາ​ສູ່​ຖິ່ນ​ແຫ້ງແລ້ງ​ທີ່​ຢູ່​ທາງ​ເຂດ​ພາກໃຕ້​ຂອງ​ອາຣາດ. ພວກເຂົາ​ໄດ້​ເດີນທາງ​ຮ່ວມ​ກັບ​ຊາວ​ຢູດາ ໄປ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ​ທ່າມກາງ​ຊາວ​ອາມາເຫຼັກ.


ໃນ​ຂະນະນັ້ນ ເຮເບ​ຊາວ​ເກນິດ​ໄດ້​ຕັ້ງ​ຜ້າເຕັນ​ພັກ​ຢູ່​ໃຕ້​ຕົ້ນໂອກ​ໃຫຍ່ ທີ່​ຊາອານັນນິມ​ໃກ້​ກັບ​ເມືອງ​ເກເດັດ. ລາວ​ໄດ້​ຍ້າຍ​ໜີ​ຈາກ​ພວກ​ເກນິດ​ຄົນອື່ນໆ ທີ່​ເປັນ​ເຊື້ອສາຍ​ຂອງ​ໂຮບັບ​ພໍ່ເຖົ້າ​ຂອງ​ໂມເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka