8 ຊາວອາມາເຫຼັກໄດ້ຍົກທັບມາຕີຊາວອິດສະຣາເອນທີ່ເຣຟີດີມ.
ແລ້ວພວກເຂົາກໍໄດ້ເຄື່ອນທັບມາເຖິງເມືອງກາເດັດ. (ເມືອງນີ້ມີຊື່ອີກວ່າເອນມິດສະປັດ.) ພວກເຂົາໄດ້ເອົາຊະນະທຸກເມືອງຂອງຊາວອາມາເຫຼັກ ຕະຫລອດທັງຊາວອາໂມ ທີ່ອາໄສຢູ່ໃນເມືອງຮາຊາໂຊນຕາມາ.
ໂກຣາ, ຄາຕາມ ແລະອາມາເຫຼັກ. ເຜົ່າທັງໝົດນີ້ສືບເຊື້ອສາຍທາງອາດາ ເມຍຂອງເອຊາວ.
ຊາວເກບານ ຊາວອຳໂມນ ຊາວອາມາເຫຼັກ ແລະຊາວຟີລິດສະຕິນພ້ອມກັບຊາວຕີເຣ.
ຊຸມຊົນອິດສະຣາເອນທັງໝົດ ໄດ້ອອກຈາກຖິ່ນແຫ້ງແລ້ງກັນດານສີນ ໂດຍເຄື່ອນຍ້າຍໄປເປັນໄລຍະຕາມຄຳສັ່ງຂອງພຣະເຈົ້າຢາເວ. ພວກເຂົາໄດ້ຕັ້ງຄ້າຍພັກຢູ່ທີ່ເຣຟີດີມ ແຕ່ຢູ່ໃນທີ່ນັ້ນພວກເຂົາບໍ່ມີນໍ້າດື່ມ.
ຊາວອາມາເຫຼັກອາໄສຢູ່ທາງທິດໃຕ້ຂອງດິນແດນ; ຊາວຮິດຕີ, ຊາວເຢບຸດ ແລະຊາວອາໂມອາໄສຢູ່ເຂດເນີນພູ ແລະຊາວການາອານກໍອາໄສຢູ່ຕາມຝັ່ງທີ່ທະເລເມດີແຕຣາເນແລະຝັ່ງແມ່ນໍ້າຈໍແດນ.”
ຕໍ່ມາ ໃນນິມິດນັ້ນບາລາອາມກໍເຫັນຊາວອາມາເຫຼັກ ແລ້ວເພິ່ນກໍທຳນວາຍດັ່ງນີ້: “ອາມາເຫຼັກແມ່ນຊົນຊາດ ທີ່ມີອຳນາດກວ່າທຸກຊາດອື່ນໃດ ແຕ່ໃນບັ້ນປາຍ ຈະຈິບຫາຍໄປຕະຫລອດ.”
ເທື່ອໃດທີ່ຊາວອິດສະຣາເອນຫວ່ານເຂົ້າ ຊາວມີດີອານພ້ອມດ້ວຍຊາວອາມາເຫຼັກ ແລະຄົນໃນເຜົ່າຕ່າງໆທີ່ຢູ່ຕາມຖິ່ນແຫ້ງແລ້ງກັນດານ ກໍມາບຸກໂຈມຕີພວກເຂົາເທື່ອນັ້ນ.
ເພິ່ນສູ້ຮົບຢ່າງອົງອາດກ້າຫານ ແລະເອົາຊະນະພວກອາມາເຫຼັກ. ເພິ່ນຊ່ວຍຊາວອິດສະຣາເອນໃຫ້ພົ້ນຈາກການບຸກຮຸກໂຈມຕີຂອງເຫຼົ່າສັດຕູທຸກໆຄັ້ງ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ‘ເຮົາຈະລົງໂທດຊາວອາມາເຫຼັກ ຍ້ອນວ່າບັນພະບຸລຸດຂອງພວກເຂົາໄດ້ຕໍ່ຕ້ານຊາວອິດສະຣາເອນ ສະໄໝທີ່ຊາວອິດສະຣາເອນໄດ້ເດີນທາງອອກມາຈາກປະເທດເອຢິບ.
ໃນສະໄໝນັ້ນ ດາວິດກັບທະຫານຂອງເພິ່ນກໍໄດ້ໂຈມຕີຊາວເກຊູ, ຊາວກີຣິຊີ ແລະຊາວອາມາເຫຼັກ ຊຶ່ງເປັນພວກທີ່ຢູ່ໃນດິນແດນນັ້ນດົນນານມາແລ້ວ. ເພິ່ນໄດ້ຫລອນໂຈມຕີດິນແດນຂອງພວກເຂົາ ໄປຈົນເຖິງເມືອງຊູເຣແລະລົງໄປເຖິງດິນແດນປະເທດເອຢິບ.
ສອງມື້ຕໍ່ມາ ດາວິດພ້ອມກັບຄົນທັງຫລາຍຂອງຕົນກໍໄດ້ກັບຄືນມາຮອດເມືອງຊິກລັກ. ພວກອາມາເຫຼັກໄດ້ມາຫລອນປຸ້ນທາງພາກໃຕ້ຂອງຢູດາຍ ແລະໂຈມຕີເມືອງຊິກລັກ. ພວກເຂົາໄດ້ຈູດເມືອງຖິ້ມ