ອົບພະຍົບ 17:7 - ພຣະຄຳພີສັກສິ7 ສະນັ້ນ ບ່ອນນີ້ຈຶ່ງໄດ້ໃສ່ຊື່ວ່າ ມັດສາແລະເມຣີບາ ເພາະວ່າຊາວອິດສະຣາເອນໄດ້ຈົ່ມຮ້າຍທັງທົດລອງພຣະເຈົ້າຢາເວ ເມື່ອພວກເຂົາຖາມວ່າ, “ພຣະເຈົ້າຢາເວສະຖິດຢູ່ກັບພວກເຮົາຫລືບໍ່?” Uka jalj uñjjattʼäta |
ເພິ່ນກ່າວວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຖ້າພຣະອົງພໍໃຈນຳຂ້ານ້ອຍແທ້ ຂໍອົງພຣະຜູ້ເປັນເຈົ້າຊົງໂຜດນຳໜ້າພວກຂ້ານ້ອຍໄປເຖີດ. ປະຊາຊົນພວກນີ້ໃຈແຂງກະດ້າງດື້ດຶງຫລາຍ, ແຕ່ຂໍຊົງໂຜດຍົກຜິດຍົກບາບຂອງພວກຂ້ານ້ອຍແດ່ທ້ອນ ແລະຂໍຊົງໂຜດຮັບເອົາພວກຂ້ານ້ອຍເປັນໄພ່ພົນຂອງພຣະອົງດ້ວຍເຖີດ.”
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”