Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 17:6 - ພຣະຄຳພີສັກສິ

6 ເຮົາ​ຈະ​ຢືນ​ຢູ່​ຂ້າງ​ໜ້າ​ເຈົ້າ​ເທິງ​ຫີນດານ​ທີ່​ພູເຂົາ​ໂຮເຣັບ. ຈົ່ງ​ໃຊ້​ໄມ້​ເທົ້າ​ຂອງ​ເຈົ້າ​ຕີ​ໂງ່ນຫີນ ແລະ​ນໍ້າ​ກໍ​ຈະ​ໄຫລ​ອອກ​ມາ​ໃຫ້​ປະຊາຊົນ​ດື່ມ.” ໂມເຊ​ຈຶ່ງ​ປະຕິບັດ​ຕາມ​ທີ່​ໄດ້​ບອກ​ນັ້ນ ຢູ່​ທ່າມກາງ​ບັນດາ​ຜູ້ນຳ​ຂອງ​ປະຊາຊົນ​ອິດສະຣາເອນ.

Uka jalj uñjjattʼäta Copia luraña




ອົບພະຍົບ 17:6
24 Jak'a apnaqawi uñst'ayäwi  

ເມື່ອ​ຫິວເຂົ້າ ຊົງ​ໃຫ້​ເຂົ້າ​ຕົກ​ຈາກ​ສະຫວັນ ເມື່ອ​ຫິວນໍ້າ ກໍ​ມີ​ນໍ້າ​ໄຫລ​ຈາກ​ໂງ່ນຫີນ​ໄດ້​ດື່ມ. ພຣະອົງ​ບອກ​ພວກເພິ່ນ​ໃຫ້​ເຂົ້າ​ຢຶດ​ດິນແດນ ບ່ອນ​ທີ່​ພຣະອົງ​ໄດ້​ສັນຍາ​ມອບ​ໃຫ້​ພວກເພິ່ນ.


ພຣະອົງ​ໄດ້​ແຍກ​ຫີນ ແລະ​ນໍ້າ​ໄດ້​ໄຫລພຸ້ງ​ອອກ​ມາ ມັນ​ໄຫລ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ເໝືອນ​ດັ່ງ​ແມ່ນໍ້າ.


ຜູ້​ຊົງ​ປ່ຽນ​ໂງ່ນຫີນ​ໃຫ້​ກາຍເປັນ​ສະ​ທີ່​ມີ​ນໍ້າ​ອອກບໍ່​ ແລະ​ປ່ຽນ​ເນີນຜາ​ໃຫ້​ເປັນ​ບໍ່​ນໍ້າພຸ​ໄຫລ​ອອກ​ມາ.


ມີ​ແມ່ນໍ້າ​ສາຍ​ໜຶ່ງ​ທີ່​ນຳ​ເອົາ​ຄວາມ​ຊົມຊື່ນ​ຍິນດີ​ມາ ສູ່​ນະຄອນ​ທີ່​ສັກສິດ​ແຫ່ງ​ອົງ​ສູງສຸດ​ນັ້ນ.


ພຣະອົງ​ໄດ້​ເຮັດ​ໃຫ້​ລຳນໍ້າ​ແລະ​ນໍ້າພຸ​ຫລັ່ງໄຫລ ພຣະອົງ​ເຮັດ​ໃຫ້​ແມ່ນໍ້າ​ບົກແຫ້ງ​ລົງ​ໄດ້.


ພວກເຂົາ​ທົດລອງ​ພຣະເຈົ້າ​ໂດຍ​ເຈດຕະນາ ເພື່ອ​ຂໍ​ອາຫານ​ກິນ​ຕາມ​ຄວາມຢາກ​ຂອງ​ພວກເຂົາ.


ເປັນ​ຄວາມຈິງ​ແທ້​ທີ່​ພຣະອົງ​ໄດ້​ຕີ​ໂງ່ນຫີນ ແລະ​ນໍ້າ​ໄດ້​ໄຫລ​ອອກ​ມາ​ເປັນ​ດັ່ງ​ກະແສ​ນໍ້າ ແຕ່​ພຣະອົງ​ຍັງ​ຈະ​ສາມາດ​ເອົາ​ເຂົ້າຈີ່​ໃຫ້​ພວກເຮົາ​ໄດ້​ບໍ? ແລະ​ເອົາ​ຊີ້ນ​ໃຫ້​ປະຊາຊົນ​ກິນ​ໄດ້​ຫລື​ບໍ່?”


ເມື່ອ​ມີ​ຄວາມ​ເດືອດຮ້ອນ​ພວກເຈົ້າ​ໄດ້​ເອີ້ນ​ຫາ​ເຮົາ ເຮົາ​ກໍໄດ້​ຊ່ວຍກູ້​ເອົາ​ພວກເຈົ້າ​ໃຫ້​ໄດ້​ພົ້ນ. ຈາກ​ທີ່​ລັບລີ້​ມີ​ລົມພະຍຸ ເຮົາ​ໄດ້​ຕອບ​ພວກເຈົ້າ ທີ່​ແມ່ນໍ້າ​ເມຣີບາ ເຮົາ​ໄດ້​ທົດລອງ​ພວກເຈົ້າ.


ຝ່າຍ​ເຈົ້າ ເຈົ້າ​ຈົ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງ​ເຈົ້າ​ຂຶ້ນ ແລະ​ຊີ້​ໄປ​ເທິງ​ໜ້າ​ນໍ້າ​ທະເລ ແລະ​ມັນ​ຈະ​ແຍກ​ນໍ້າ​ອອກ​ໃຫ້​ເປັນ​ທາງຍ່າງ ເພື່ອ​ຊາວ​ອິດສະຣາເອນ​ຈະ​ສາມາດ​ຍ່າງ​ເທິງ​ພື້ນດິນ​ແຫ້ງ ແລະ​ຜ່ານ​ໄປ​ໄດ້.


ໃນ​ຂະນະທີ່​ອາໂຣນ​ກຳລັງ​ກ່າວ​ແກ່​ຊຸມຊົນ​ອິດສະຣາເອນ​ຢູ່​ນັ້ນ ພວກເຂົາ​ຕ່າງ​ກໍ​ຫັນໜ້າ​ແນມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຂຶ້ນ​ໃນ​ເມກ.


ເມື່ອ​ພຣະອົງ​ໄດ້ນຳ​ປະຊາຊົນ​ຂອງ​ພຣະອົງ ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ອົບເອົ້າ ພວກເຂົາ​ກໍ​ບໍ່ໄດ້​ທົນທຸກ​ເນື່ອງ​ຈາກ​ຂາດ​ນໍ້າ​ກິນ ພຣະອົງ​ໃຫ້​ນໍ້າ​ອອກ​ຈາກ​ໂງ່ນຫີນ​ເພື່ອ​ໄດ້​ດື່ມ. ພຣະອົງ​ໄດ້​ເຮັດ​ໃຫ້​ໂງ່ນຫີນ​ຍະ​ອອກ​ຈາກ​ກັນ ແລະ​ນໍ້າ​ກໍ​ຫລັ່ງໄຫລ​ອອກ​ມາ​ຢ່າງ​ເຫລືອລົ້ນ.


“ຈົ່ງ​ຈັບ​ເອົາ​ໄມ້ຄ້ອນເທົ້າ​ທີ່​ຢູ່​ຕໍ່ໜ້າ​ຫີບ​ພັນທະສັນຍາ​ນັ້ນ ແລ້ວ​ໃຫ້​ເຈົ້າ​ແລະ​ອາໂຣນ​ເອີ້ນ​ປະຊາຊົນ​ອິດສະຣາເອນ​ທັງໝົດ. ຈົ່ງ​ກ່າວ​ແກ່​ໂງ່ນຫີນ​ຕໍ່ໜ້າ​ພວກເຂົາ ແລະ​ນໍ້າ​ກໍ​ຈະ​ໄຫລ​ອອກ​ມາ. ໃນ​ທຳນອງນີ້ ພວກເຈົ້າ​ຈະ​ໄດ້​ນໍ້າ​ໄຫລ​ອອກ​ມາ​ຈາກ​ໂງ່ນຫີນ​ສຳລັບ​ປະຊາຊົນ ສຳລັບ​ພວກເຂົາ​ແລະ​ສັດ​ຂອງ​ພວກເຂົາ​ໄດ້​ດື່ມ.”


ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ສິ່ງ​ທີ່​ພຣະເຈົ້າ​ໃຫ້ ແລະ​ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມ​ນໍ້າ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ເພິ່ນ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.”


ແຕ່​ຜູ້ໃດ​ທີ່​ດື່ມ​ນໍ້າ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ. ນໍ້າ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ກາຍເປັນ​ນໍ້າພຸ​ໃນ​ຕົວ​ຂອງ​ຜູ້ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີວິດ​ນິຣັນດອນ.”


ແລະ​ໄດ້​ດື່ມ​ນໍ້າ​ທິບ​ຢ່າງ​ດຽວກັນ. ດ້ວຍວ່າ, ພວກເພິ່ນ​ໄດ້​ດື່ມ​ນໍ້າ​ທີ່​ໄຫລ​ອອກ​ມາ​ຈາກ​ສີລາ​ສັກສິດ​ທີ່​ຕາມ​ພວກເພິ່ນ​ໄປ ສີລາ​ສັກສິດ​ນັ້ນ ກໍ​ຄື​ພຣະຄຣິດ​ນັ້ນ​ເອງ.


ການ​ເດີນທາງ​ຈາກ​ພູເຂົາ​ຊີນາຍ​ເຖິງ​ເມືອງ​ກາເດັດ​ບາກເນອາ ຜ່ານ​ເຂດ​ພູດອຍ​ໃນ​ດິນແດນ​ເອໂດມ​ໄປ​ນັ້ນ ຕ້ອງ​ໃຊ້​ເວລາ​ເຖິງ​ສິບເອັດ​ວັນ.)


ພຣະອົງ​ໄດ້​ນຳພາ​ພວກເຈົ້າ​ຜ່ານ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ກວ້າງໃຫຍ່ ແລະ​ໜ້າຢ້ານກົວ ຊຶ່ງ​ມີ​ທັງ​ງູພິດ​ແລະ​ແມງງອດ. ໃນ​ດິນແດນ​ທີ່​ແຫ້ງແລ້ງ​ແລະ​ຂາດ​ນໍ້າ​ນັ້ນ ພຣະອົງ​ໄດ້​ເຮັດ​ໃຫ້​ນໍ້າ​ໄຫລ​ອອກ​ມາ​ຈາກ​ໂງ່ນຫີນ​ສຳລັບ​ພວກເຈົ້າ.


ຝ່າຍ​ພຣະວິນຍານ ແລະ​ເຈົ້າສາວ​ຊົງ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ໄດ້​ຍິນ​ນັ້ນ​ກ່າວ​ວ່າ, “ເຊີນມາ.” ໃຫ້​ຜູ້​ຫິວນໍ້າ​ເຂົ້າ​ມາ ຜູ້ໃດ​ມີ​ໃຈ​ປາຖະໜາ ກໍ​ໃຫ້​ຜູ້ນັ້ນ​ມາ​ຮັບ​ນໍ້າ​ສຳລັບ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍຄ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka