ອົບພະຍົບ 17:4 - ພຣະຄຳພີສັກສິ4 ແລ້ວໂມເຊກໍພາວັນນາອະທິຖານຕໍ່ພຣະເຈົ້າຢາເວດ້ວຍໃຈຮ້ອນຮົນວ່າ, “ຂ້ານ້ອຍຈະເຮັດແນວໃດດີກັບປະຊາຊົນເຫຼົ່ານີ້? ພວກເຂົາເກືອບຈະເອົາກ້ອນຫີນແກວ່ງໃສ່ຂ້ານ້ອຍ.” Uka jalj uñjjattʼäta |
ໂມເຊຈຶ່ງໄດ້ໄຫວ້ວອນພາວັນນາອະທິຖານດ້ວຍໃຈຮ້ອນຮົນຕໍ່ພຣະເຈົ້າຢາເວ ແລະພຣະເຈົ້າຢາເວກໍໄດ້ສຳແດງໃຫ້ໂມເຊເຫັນໄມ້ທ່ອນໜຶ່ງ. ໂມເຊໄດ້ຈັບເອົາໄມ້ທ່ອນນັ້ນຖິ້ມລົງໃສ່ນໍ້າ. ດັ່ງນັ້ນ ນໍ້າຈຶ່ງເຊົາຂົມແລະດື່ມໄດ້. ໃນທີ່ນັ້ນ ພຣະເຈົ້າຢາເວໄດ້ໃຫ້ກົດບັນຍັດຕ່າງໆເພື່ອການດຳເນີນຊີວິດ ແລະໃນທີ່ນັ້ນພຣະອົງໄດ້ທົດສອບພວກເຂົາດ້ວຍ.