3 ແຕ່ປະຊາຊົນຫິວນໍ້າຫລາຍຈຶ່ງສືບຕໍ່ຈົ່ມຮ້າຍໂມເຊ ໂດຍເວົ້າວ່າ, “ເປັນຫຍັງທ່ານຈຶ່ງນຳພວກເຮົາອອກມາຈາກປະເທດເອຢິບ ເພື່ອໃຫ້ພວກເຮົາກັບລູກຫລານ ແລະຝູງສັດຕາຍຫິວນໍ້າຊັ້ນບໍ?”
ເມື່ອຫິວເຂົ້າ ຊົງໃຫ້ເຂົ້າຕົກຈາກສະຫວັນ ເມື່ອຫິວນໍ້າ ກໍມີນໍ້າໄຫລຈາກໂງ່ນຫີນໄດ້ດື່ມ. ພຣະອົງບອກພວກເພິ່ນໃຫ້ເຂົ້າຢຶດດິນແດນ ບ່ອນທີ່ພຣະອົງໄດ້ສັນຍາມອບໃຫ້ພວກເພິ່ນ.
ດ້ວຍຄຸນງາມຄວາມດີຂອງພຣະອົງນັ້ນ ພຣະອົງຈຶ່ງບອກສິ່ງທີ່ພວກເພິ່ນຄວນກະທຳ; ພຣະອົງໄດ້ລ້ຽງດູພວກເພິ່ນດ້ວຍມານາ ແລະໃຫ້ພວກເພິ່ນໄດ້ມີນໍ້າດື່ມ.
ພວກເຂົາພາກັນຫິວເຂົ້າກະຫາຍນໍ້າເຕັມທີ ຄວາມຫວັງທັງໝົດທີ່ມີກໍໄດ້ສູນໄປສິ້ນ.
ນອກຈາກນີ້ກໍຍັງມີຄົນເຊື້ອຊາດອື່ນໆ ຝູງແກະຝູງແບ້ແລະຝູງງົວ ເດີນທາງໄປນຳອີກດ້ວຍ.
ພວກເຂົາຮ້ອງໃສ່ໂມເຊວ່າ, “ໃນປະເທດເອຢິບບໍ່ມີບ່ອນຝັງສົບບໍ? ເປັນຫຍັງຈຶ່ງພາພວກເຮົາມາຕາຍທີ່ຖິ່ນແຫ້ງແລ້ງກັນດານເຊັ່ນນີ້? ເບິ່ງພຸ້ນດູ ຜົນທີ່ທ່ານນຳພວກເຮົາອອກມາຈາກປະເທດເອຢິບ
ປະຊາຊົນໄດ້ຈົ່ມຮ້າຍໃສ່ໂມເຊ ແລະຖາມເພິ່ນວ່າ, “ພວກເຮົາຈະຫານໍ້າມາແຕ່ໃສດື່ມ?”
ບໍ່ມີໃຜຈັກຄົນໃນຈຳນວນຄົນເຫຼົ່ານີ້ ທີ່ໄດ້ເຫັນສະຫງ່າຣາສີຂອງເຮົາ ແລະການອັດສະຈັນແລະໝາຍສຳຄັນຕ່າງໆທີ່ເຮົາໄດ້ກະທຳ ຢູ່ໃນປະເທດເອຢິບແລະໃນຖິ່ນແຫ້ງແລ້ງກັນດານ ແລະໄດ້ທົດລອງເຮົາເຖິງສິບເທື່ອແລ້ວ ແຕ່ຍັງໄດ້ປະຕິເສດທີ່ຈະເຊື່ອຟັງເຮົາ.
ເປັນຫຍັງພວກທ່ານຈຶ່ງນຳພວກຊຸມນຸມຂອງພຣະເຈົ້າຢາເວມາສູ່ຖິ່ນແຫ້ງແລ້ງກັນດານນີ້? ເພື່ອຢາກໃຫ້ພວກເຮົາກັບຝູງສັດຂອງພວກເຮົາຕາຍໃນທີ່ນີ້ຊັ້ນບໍ?