Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 17:2 - ພຣະຄຳພີສັກສິ

2 ພວກເຂົາ​ຈຶ່ງ​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ເວົ້າ​ວ່າ, “ຫາ​ນໍ້າ​ໃຫ້​ພວກເຮົາ​ດື່ມ​ແມ!” ໂມເຊ​ຈຶ່ງ​ຕອບ​ວ່າ, “ເປັນຫຍັງ​ຈຶ່ງ​ພາກັນ​ຈົ່ມ? ເປັນຫຍັງ​ຈຶ່ງ​ທົດລອງ​ພຣະເຈົ້າຢາເວ?”

Uka jalj uñjjattʼäta Copia luraña




ອົບພະຍົບ 17:2
32 Jak'a apnaqawi uñst'ayäwi  

ແຕ່​ພວກເພິ່ນ​ພັດ​ໄດ້​ລືມໄລ​ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໂດຍໄວ ແລະ​ໄດ້​ກະທຳ​ໄປ​ໂດຍ​ບໍ່​ຂໍ​ຄຳແນະນຳ​ຈາກ​ພຣະອົງ.


ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ພວກເພິ່ນ​ເຕັມ​ແຕ່​ຕັນ​ຫາ​ພາໂລ ຈຶ່ງ​ຖື​ຕົວ​ເປັນ​ເຫດ​ເອົາ​ພຣະເຈົ້າ​ມາ​ທົດສອບ.


ພວກເຂົາ​ທົດລອງ​ພຣະເຈົ້າ​ໂດຍ​ເຈດຕະນາ ເພື່ອ​ຂໍ​ອາຫານ​ກິນ​ຕາມ​ຄວາມຢາກ​ຂອງ​ພວກເຂົາ.


ພວກເຂົາ​ໄດ້​ທົດລອງ​ພຣະເຈົ້າ​ຫລາຍເທື່ອ​ໂດຍ​ເຮັດ​ໃຫ້​ອົງ​ບໍຣິສຸດ ແຫ່ງ​ຊາດ​ອິດສະຣາເອນ​ຊອກຊໍ້າ.


ແຕ່​ພວກເຂົາ​ໄດ້​ພາກັນ​ທົດລອງ​ພຣະເຈົ້າ​ອົງ​ຊົງ​ຣິດທານຸພາບ​ສູງສຸດ. ແລະ​ກະບົດ​ຕໍ່ສູ້​ພຣະອົງ.


ວັນນີ້ ຈົ່ງ​ເຊື່ອຟັງ​ສິ່ງ​ທີ່​ພຣະອົງ​ກ່າວ “ຢ່າ​ດື້ດ້ານ​ດັ່ງ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ໄດ້​ເຮັດ​ທີ່​ເມຣີບາ​ນັ້ນ ເໝືອນ​ດັ່ງ​ພວກເພິ່ນ​ໄດ້​ເຮັດ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ທີ່​ມັດສາ​ນັ້ນ.


ທີ່ນັ້ນ ພວກເຂົາ​ໄດ້​ພິສູດ​ແລະ​ທົດລອງ​ເບິ່ງ​ເຮົາ ເຖິງ​ວ່າ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ແກ່​ພວກເຂົາ​ແລ້ວ​ກໍຕາມ.


ປະຊາຊົນ​ໄດ້​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ຖາມ​ເພິ່ນ​ວ່າ, “ພວກເຮົາ​ຈະ​ຫາ​ນໍ້າ​ມາ​ແຕ່​ໃສ​ດື່ມ?”


ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”


ສະນັ້ນ ບ່ອນ​ນີ້​ຈຶ່ງ​ໄດ້​ໃສ່​ຊື່​ວ່າ ມັດສາ​ແລະ​ເມຣີບາ ເພາະວ່າ​ຊາວ​ອິດສະຣາເອນ​ໄດ້​ຈົ່ມຮ້າຍ​ທັງ​ທົດລອງ​ພຣະເຈົ້າຢາເວ ເມື່ອ​ພວກເຂົາ​ຖາມ​ວ່າ, “ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ພວກເຮົາ​ຫລື​ບໍ່?”


ພວກເຂົາ​ຈຶ່ງ​ເວົ້າ​ຕໍ່​ໂມເຊ ແລະ​ອາໂຣນ​ວ່າ, “ພຣະເຈົ້າຢາເວ​ຮູ້ເຫັນ​ສິ່ງ​ທີ່​ພວກເຈົ້າ​ເຮັດ ແລະ​ພຣະອົງ​ຈະ​ລົງໂທດ​ພວກເຈົ້າ ທີ່​ກໍ່​ເຫດ​ໃຫ້​ກະສັດ​ຟາໂຣ ແລະ​ຂ້າຣາຊການ​ຂອງ​ເພິ່ນ​ກຽດຊັງ​ພວກເຮົາ. ພວກເຈົ້າ​ເຮັດ​ເຊັ່ນນີ້​ກໍ​ເທົ່າກັບ​ວ່າ​ເອົາ​ດາບ​ໃຫ້​ພວກເຂົາ​ຂ້າ​ພວກເຮົາ​ຖິ້ມ.”


ແຕ່​ເຈົ້າ​ອາຮາດ​ໄດ້​ຕອບ​ວ່າ, “ຂ້ານ້ອຍ​ຈະ​ບໍ່​ຂໍ​ເບິ່ງ​ໝາຍສຳຄັນ​ດອກ. ຂ້ານ້ອຍ​ຈະ​ບໍ່​ທົດລອງ​ພຣະເຈົ້າຢາເວ.”


ຕາມ​ທີ່​ພວກເຮົາ​ເຫັນ​ແລ້ວ ຄົນ​ຈອງຫອງ​ແມ່ນ​ຄົນ​ພວກ​ໜຶ່ງ​ທີ່​ມີ​ຄວາມສຸກ. ຄົນຊົ່ວ​ບໍ່ແມ່ນ​ຮັ່ງມີ​ເທົ່ານັ້ນ ແຕ່​ພວກເຂົາ​ຍັງ​ທົດລອງ​ພຣະເຈົ້າ​ດ້ວຍ​ການ​ເຮັດ​ຊົ່ວ ແລະ​ພວກເຂົາ​ກໍ​ບໍ່ໄດ້​ຮັບ​ໂທດ​ຫຍັງ​ເລີຍ.”’


ພວກເຂົາ​ຈົ່ມຮ້າຍ​ໃສ່​ໂມເຊ​ແລະ​ອາໂຣນ​ວ່າ, “ຕາຍ​ຢູ່​ທີ່​ປະເທດ​ເອຢິບ ຫລື​ຢູ່​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ກໍ​ຍັງ​ດີກວ່າ


ບໍ່ມີ​ໃຜ​ຈັກ​ຄົນ​ໃນ​ຈຳນວນ​ຄົນ​ເຫຼົ່ານີ້ ທີ່​ໄດ້​ເຫັນ​ສະຫງ່າຣາສີ​ຂອງເຮົາ ແລະ​ການ​ອັດສະຈັນ​ແລະ​ໝາຍສຳຄັນ​ຕ່າງໆ​ທີ່​ເຮົາ​ໄດ້​ກະທຳ ຢູ່​ໃນ​ປະເທດ​ເອຢິບ​ແລະ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໄດ້​ທົດລອງ​ເຮົາ​ເຖິງ​ສິບ​ເທື່ອ​ແລ້ວ ແຕ່​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ເຊື່ອຟັງ​ເຮົາ.


ພວກເຂົາ​ໄດ້​ຈົ່ມຮ້າຍ​ຕໍ່​ພຣະເຈົ້າ ແລະ​ຕໍ່​ໂມເຊ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ນຳພາ​ພວກເຮົາ​ອອກ​ຈາກ​ປະເທດ​ເອຢິບ ມາ​ຕາຍ​ຢູ່​ໃນ​ກາງ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ບໍ່ມີ​ອາຫານ ແລະ​ບໍ່ມີ​ນໍ້າ​ເຊັ່ນນີ້? ພວກເຮົາ​ບໍ່​ອາດ​ທົນ​ກິນ​ອາຫານ​ຕາຍໆ​ເຊັ່ນນີ້​ໄດ້​ດອກ.”


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, ‘ຢ່າ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.”’


ຜູ້​ນ້ອງ​ເວົ້າ​ກັບ​ພໍ່​ວ່າ, ‘ພໍ່​ເອີຍ ຈົ່ງ​ແບ່ງ​ຊັບສິນ​ສ່ວນ​ທີ່​ຈະ​ຕົກ​ເປັນ​ຂອງ​ລູກ​ນັ້ນ ໃຫ້​ລູກ​ສາ.’ ດັ່ງນັ້ນ ພໍ່​ຈຶ່ງ​ໄດ້​ແບ່ງ​ຊັບສິນ​ໃຫ້​ລູກຊາຍ​ທັງສອງ​ຂອງຕົນ.


ແຕ່​ພຣະເຢຊູເຈົ້າ​ຕອບ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຢ່າ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ເຈົ້າ.”’


ເມື່ອ​ເປັນ​ດັ່ງນັ້ນ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ທົດລອງ​ພຣະເຈົ້າ, ໂດຍ​ວາງ​ພາລະ​ອັນ​ໜັກ​ໃສ່​ເທິງ​ຫລັງ​ຂອງ​ພີ່ນ້ອງ ຊຶ່ງ​ທັງ​ບັນພະບຸລຸດ​ຂອງ​ພວກເຮົາ ແລະ​ພວກເຮົາ​ເອງ​ກໍ​ບໍ່​ສາມາດ​ແບກ​ໄດ້?


ດັ່ງນັ້ນ ເປໂຕ​ຈຶ່ງ​ກ່າວ​ຕໍ່​ນາງ​ວ່າ, “ເປັນຫຍັງ​ເຈົ້າ​ກັບ​ຜົວ​ຂອງ​ເຈົ້າ ຈຶ່ງ​ພ້ອມໃຈ​ກັນ​ທົດລອງ​ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ? ບັດນີ້ ພວກ​ຜູ້ຊາຍ​ທີ່​ໄດ້​ໄປ​ຝັງສົບ​ຜົວ​ຂອງ​ເຈົ້າ ກໍ​ມາ​ເຖິງ​ປະຕູ​ແລ້ວ ແລະ​ພວກເຂົາ​ກໍ​ຈະ​ຫາມ​ຊາກສົບ​ຂອງ​ເຈົ້າ​ອອກ​ໄປ​ເໝືອນກັນ.”


ຢ່າ​ໃຫ້​ພວກເຮົາ​ທົດລອງ​ອົງພຣະ​ຜູ້​ເປັນເຈົ້າ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ທົດລອງ ແລະ​ພວກເຂົາ​ກໍ​ຖືກ​ຂ້າ​ຕາຍ​ດ້ວຍ​ງູ​ພິດ​ຕອດ.


ຢ່າ​ທົດລອງ​ກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ເຮັດ​ທີ່​ມັດສາ.


ເມື່ອ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທີ່​ຕາເບຣາ, ມັດສາ ແລະ​ກິບໂຣດ ຮັດຕາອາວາ ພວກເຈົ້າ​ກໍໄດ້​ເຮັດ​ໃຫ້​ພຣະເຈົ້າຢາເວ​ໂກດຮ້າຍ​ເໝືອນກັນ.


ໃນ​ບ່ອນ​ນັ້ນ​ພວກເຂົາ ໄດ້​ທົດລອງ​ພິສູດ​ເຮົາ ເຖິງ​ແມ່ນ​ວ່າ​ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ ໄດ້​ກະທຳ​ຕະຫລອດ​ສີ່ສິບ​ປີ ແລ້ວ​ນັ້ນ​ກໍຕາມ.


ຊາມູເອນ​ບໍ່​ພໍໃຈ​ໃນ​ສິ່ງ​ທີ່​ພວກເຂົາ​ຂໍຮ້ອງ​ວ່າ, “ຂໍ​ທ່ານ​ຈົ່ງ​ແຕ່ງຕັ້ງ​ກະສັດ​ໃຫ້​ປົກຄອງ​ພວກ​ຂ້ານ້ອຍ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka