16 ເພິ່ນໄດ້ກ່າວວ່າ, “ຈົ່ງຍົກສູງທຸງໄຊຂອງພຣະເຈົ້າຢາເວ ພຣະເຈົ້າຢາເວຈະສູ້ຮົບກັບຊາວອາມາເຫຼັກຕະຫລອດໄປ.”
“ເຮົາຂໍສາບານໃນນາມຂອງເຮົາຄືພຣະເຈົ້າຢາເວຜູ້ກຳລັງກ່າວຢູ່ນີ້ວ່າ, ເຮົາຈະອວຍພອນເຈົ້າຢ່າງຫລວງຫລາຍ. ເພາະເຈົ້າໄດ້ເຮັດຕາມສິ່ງທີ່ເຮົາບອກ ແລະບໍ່ໄດ້ຫວງລູກຊາຍຄົນດຽວຂອງເຈົ້າໄວ້;
ພຣະເຈົ້າຢາເວເປັນປ້ອມປ້ອງກັນຢ່າງເຂັ້ມແຂງ; ພຣະອົງເປັນແຫລ່ງແຫ່ງການຊ່ວຍກູ້ຈາກໂພຍໄພຮ້າຍ. ພຣະອົງເປັນພຣະເຈົ້າທີ່ຂ້ານ້ອຍຈະຍ້ອງຍໍສັນລະເສີນ; ເປັນພຣະເຈົ້າແຫ່ງພຣະບິດາ ຈຶ່ງຂໍຍົກຍໍພຣະຣິດທານຸພາບ.
ພຣະເຈົ້າຢາເວກ່າວວ່າ, “ສະຫວັນເປັນບັນລັງຂອງເຮົາ ແລະແຜ່ນດິນໂລກເປັນທີ່ຮອງຕີນຂອງເຮົາ. ແລ້ວພວກເຈົ້າຈະສ້າງຫໍໂຮງຊະນິດໃດສຳລັບເຮົາ ຈະສ້າງວັງຊະນິດໃດໃຫ້ເຮົາຢູ່?
ອົງພຣະຜູ້ເປັນເຈົ້າກ່າວວ່າ ‘ສະຫວັນເປັນພຣະທີ່ນັ່ງຂອງເຮົາ ແຜ່ນດິນໂລກກໍເປັນທີ່ຮອງຕີນຂອງເຮົາ. ພວກເຈົ້າຈະສ້າງບ່ອນຢູ່ຊະນິດໃດ ສຳລັບເຮົາ? ສະຖານທີ່ໃດໜໍທີ່ພໍຈະເປັນ ບ່ອນໃຫ້ເຮົາອາໄສຢູ່?