12 ເມື່ອເຫັນແຂນຂອງໂມເຊອ່ອນລົງເພາະຄວາມອິດເມື່ອຍ ອາໂຣນກັບຮູເຣກໍໄດ້ຫາກ້ອນຫີນມາໃຫ້ໂມເຊນັ່ງ; ໃນເວລາດຽວກັນນັ້ນ ພວກເຂົາກໍຢືນຈັບແຂນໂມເຊຍົກຂຶ້ນຈົນກວ່າຕາເວັນຕົກດິນ.
ຂໍຊົງໂຜດຍົກຫອກຍົກຂວານຂຶ້ນຕໍ່ສູ້ພວກທີ່ໄລ່ຕາມມາ ໂຜດສັນຍາວ່າພຣະອົງຈະຊ່ວຍຂ້ານ້ອຍໃຫ້ພົ້ນ.
ການສູ້ຮົບເລີ່ມຂຶ້ນ ເມື່ອໃດທີ່ໂມເຊຍົກແຂນຂຶ້ນ ຊາວອິດສະຣາເອນກໍເປັນຝ່າຍໄດ້ໄຊຊະນະ, ແຕ່ພໍໂມເຊປ່ອຍແຂນລົງ ຝ່າຍອາມາເຫຼັກກໍເລີ່ມເປັນຝ່າຍໄດ້ໄຊຊະນະ.
ໂດຍວິທີນີ້ ໂຢຊວຍຈຶ່ງໄດ້ຊະນະທະຫານອາມາເຫຼັກຢ່າງສິ້ນເຊີງ.
ໂມເຊໄດ້ກ່າວແກ່ພວກຜູ້ນຳຂອງຊາດອິດສະຣາເອນວ່າ, “ຈົ່ງຄອຍຖ້າພວກເຮົາຢູ່ທີ່ຄ້າຍພັກນີ້ ຈົນກວ່າພວກເຮົາກັບມາ. ອາໂຣນກັບຮູເຣຈະຢູ່ທີ່ນີ້ກັບພວກເຈົ້າ. ຖ້າມີເລື່ອງຫຍັງເກີດຂຶ້ນ ກໍໃຫ້ໄປຫາທ່ານທັງສອງນີ້ໄກ່ເກ່ຍໃຫ້.”
ຈົ່ງໃຫ້ກຳລັງຜູ້ທີ່ມືອິດເມື່ອຍອ່ອນແຮງ ຊູແຮງຫົວເຂົ່າທີ່ສັ່ນເຊັນເພາະຄວາມອິດເມື່ອຍ.
ຂໍໃຫ້ພວກເຈົ້າຮ່ວມກັນຊ່ວຍໃນການພາວັນນາອະທິຖານສຳລັບເຮົາດ້ວຍ ເພື່ອວ່າຄົນຈຳນວນຫລາຍຈະໄດ້ໂມທະນາຂອບພຣະຄຸນພຣະເຈົ້າເພາະເຮົາ. ເນື່ອງຈາກພຣະພອນທີ່ຊົງໂຜດປະທານແກ່ພວກເຮົາ ອັນເປັນການຕອບສະໜອງຄົນຈຳນວນຫລາຍທີ່ໄດ້ພາວັນນາອະທິຖານເພື່ອພວກເຮົາ.
ຈົ່ງພາວັນນາອະທິຖານ ແລະໄຫວ້ວອນທຸກຢ່າງ ຈົ່ງພາວັນນາອະທິຖານໂດຍພຣະວິນຍານທຸກເວລາ ແລະຈົ່ງເຝົ້າລະວັງໃນການນັ້ນ ດ້ວຍຄວາມພຽນທຸກຢ່າງ ຈົ່ງພາວັນນາອະທິຖານເພື່ອໄພ່ພົນທັງປວງຂອງພຣະເຈົ້າ.
ເພາະເຮົາຮູ້ວ່າ ຍ້ອນຄຳພາວັນນາອະທິຖານຂອງພວກເຈົ້າ ແລະຄວາມຊ່ວຍຊູທີ່ໄດ້ຮັບຈາກພຣະວິນຍານຂອງພຣະເຢຊູຄຣິດເຈົ້າ ສິ່ງເຫຼົ່ານັ້ນຈະປົດປ່ອຍເຮົາໃຫ້ເປັນອິດສະຫລະ.
ຈົ່ງອຸທິດຕົວໃນການພາວັນນາອະທິຖານ ຈົ່ງເຝົ້າລະວັງຢູ່ໂດຍການໂມທະນາຂອບພຣະຄຸນພຣະເຈົ້າ.
ພີ່ນ້ອງທັງຫລາຍເອີຍ, ຈົ່ງພາວັນນາອະທິຖານເພື່ອພວກເຮົາດ້ວຍ.
ດ້ວຍເຫດນັ້ນ ຈົ່ງຍົກມືທີ່ອ່ອນເພຍເປ້ຍລ່ອຍ ແລະຫົວເຂົ່າທີ່ອ່ອນກຳລັງຂອງພວກເຈົ້າ ຈົ່ງໃຫ້ມີກຳລັງຂຶ້ນ
ແຕ່ໃຫ້ຜູ້ນັ້ນທູນຂໍດ້ວຍຄວາມເຊື່ອ ຢ່າໃຫ້ມີໃຈສົງໄສ ເພາະຜູ້ທີ່ສົງໄສນັ້ນ ເປັນເໝືອນຟອງນໍ້າທີ່ຖືກລົມພັດຊັດໄປມາ.