11 ການສູ້ຮົບເລີ່ມຂຶ້ນ ເມື່ອໃດທີ່ໂມເຊຍົກແຂນຂຶ້ນ ຊາວອິດສະຣາເອນກໍເປັນຝ່າຍໄດ້ໄຊຊະນະ, ແຕ່ພໍໂມເຊປ່ອຍແຂນລົງ ຝ່າຍອາມາເຫຼັກກໍເລີ່ມເປັນຝ່າຍໄດ້ໄຊຊະນະ.
ມື້ທີ່ຂ້ານ້ອຍຮ້ອງຫາພຣະອົງນັ້ນ ສັດຕູຈະຖອຍໜີໄປ ແລະຮູ້ໄດ້ເພາະພຣະເຈົ້າ ຢູ່ຝ່າຍຂ້ານ້ອຍແລ້ວ.
ໂຢຊວຍກໍເຮັດຕາມທີ່ໂມເຊສັ່ງຕົນ ແລະນຳຊາວອິດສະຣາເອນ ອອກໄປສູ້ຮົບກັບທະຫານອາມາເຫຼັກ ໃນຂະນະດຽວກັນນັ້ນ ໂມເຊກັບອາໂຣນ ແລະຮູເຣກໍໄດ້ຂຶ້ນໄປຢູ່ເທິງເນີນພູ.
ເມື່ອເຫັນແຂນຂອງໂມເຊອ່ອນລົງເພາະຄວາມອິດເມື່ອຍ ອາໂຣນກັບຮູເຣກໍໄດ້ຫາກ້ອນຫີນມາໃຫ້ໂມເຊນັ່ງ; ໃນເວລາດຽວກັນນັ້ນ ພວກເຂົາກໍຢືນຈັບແຂນໂມເຊຍົກຂຶ້ນຈົນກວ່າຕາເວັນຕົກດິນ.
ແລ້ວພຣະເຢຊູເຈົ້າໄດ້ກ່າວຄຳອຸປະມາເລື່ອງໜຶ່ງສູ່ພວກສາວົກຟັງ ເພື່ອສັ່ງສອນພວກເພິ່ນວ່າ, ຈຳເປັນຕ້ອງໝັ່ນພາວັນນາອະທິຖານຢູ່ສະເໝີ ແລະບໍ່ໃຫ້ທໍ້ຖອຍໃຈ.
ເຮົາຢາກໃຫ້ຜູ້ຊາຍທຸກຄົນຍົກມືພາວັນນາອະທິຖານ ດ້ວຍຈິດໃຈບໍຣິສຸດຢູ່ໃນທຸກແຫ່ງ ໂດຍບໍ່ມີໃຈຄຽດຮ້າຍແລະການຜິດຖຽງກັນ.
ເຫດສະນັ້ນ ເຈົ້າທັງຫລາຍ ຈົ່ງສາລະພາບຜິດຂອງຕົນຕໍ່ກັນແລະກັນ, ຈົ່ງພາວັນນາອະທິຖານເພື່ອກັນແລະກັນ, ເພື່ອເຈົ້າທັງຫລາຍຈະໄດ້ດີພະຍາດ. ຄຳພາວັນນາອະທິຖານຂອງຜູ້ຊອບທຳມີຣິດສັກສິດເຮັດໃຫ້ເກີດຜົນ.