Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 17:10 - ພຣະຄຳພີສັກສິ

10 ໂຢຊວຍ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ສັ່ງ​ຕົນ ແລະ​ນຳ​ຊາວ​ອິດສະຣາເອນ ອອກ​ໄປ​ສູ້ຮົບ​ກັບ​ທະຫານ​ອາມາເຫຼັກ ໃນຂະນະ​ດຽວກັນ​ນັ້ນ ໂມເຊ​ກັບ​ອາໂຣນ ແລະ​ຮູເຣ​ກໍ​ໄດ້ຂຶ້ນ​ໄປ​ຢູ່​ເທິງ​ເນີນພູ.

Uka jalj uñjjattʼäta Copia luraña




ອົບພະຍົບ 17:10
9 Jak'a apnaqawi uñst'ayäwi  

ຫລັງຈາກ​ອາຊູບາ​ໄດ້​ຕາຍໄປ​ແລ້ວ ກາເລັບ​ກໍໄດ້​ແຕ່ງງານ​ກັບ​ເອຟຣັດ ແລະ​ພວກເຂົາ​ມີ​ລູກຊາຍ​ຜູ້ໜຶ່ງ​ຊື່​ວ່າ ຮູເຣ.


ການ​ສູ້ຮົບ​ເລີ່ມຂຶ້ນ ເມື່ອໃດ​ທີ່​ໂມເຊ​ຍົກ​ແຂນ​ຂຶ້ນ ຊາວ​ອິດສະຣາເອນ​ກໍ​ເປັນ​ຝ່າຍ​ໄດ້​ໄຊຊະນະ, ແຕ່​ພໍ​ໂມເຊ​ປ່ອຍ​ແຂນ​ລົງ ຝ່າຍ​ອາມາເຫຼັກ​ກໍ​ເລີ່ມ​ເປັນ​ຝ່າຍ​ໄດ້​ໄຊຊະນະ.


ເມື່ອ​ເຫັນ​ແຂນ​ຂອງ​ໂມເຊ​ອ່ອນ​ລົງ​ເພາະ​ຄວາມ​ອິດເມື່ອຍ ອາໂຣນ​ກັບ​ຮູເຣ​ກໍໄດ້​ຫາ​ກ້ອນຫີນ​ມາ​ໃຫ້​ໂມເຊ​ນັ່ງ; ໃນ​ເວລາ​ດຽວກັນ​ນັ້ນ ພວກເຂົາ​ກໍ​ຢືນ​ຈັບ​ແຂນ​ໂມເຊ​ຍົກ​ຂຶ້ນ​ຈົນກວ່າ​ຕາເວັນ​ຕົກ​ດິນ.


ໂມເຊ​ໄດ້​ກ່າວ​ແກ່​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ວ່າ, “ຈົ່ງ​ຄອຍ​ຖ້າ​ພວກເຮົາ​ຢູ່​ທີ່​ຄ້າຍພັກ​ນີ້ ຈົນກວ່າ​ພວກເຮົາ​ກັບ​ມາ. ອາໂຣນ​ກັບ​ຮູເຣ​ຈະ​ຢູ່​ທີ່​ນີ້​ກັບ​ພວກເຈົ້າ. ຖ້າ​ມີ​ເລື່ອງ​ຫຍັງ​ເກີດຂຶ້ນ ກໍ​ໃຫ້​ໄປ​ຫາ​ທ່ານ​ທັງສອງ​ນີ້​ໄກ່​ເກ່ຍ​ໃຫ້.”


“ເຮົາ​ໄດ້​ເລືອກ​ເອົາ​ເບຊາເລນ ລູກຊາຍ​ຂອງ​ອູຣິ ແລະ​ຫລານຊາຍ​ຂອງ​ຮູເຣ​ຈາກ​ເຜົ່າ​ຢູດາ


ສັ່ງສອນ​ພວກເຂົາ​ໃຫ້​ຖື​ຮັກສາ​ທຸກໆ​ສິ່ງ​ທີ່​ເຮົາ​ໄດ້​ສັ່ງ​ພວກເຈົ້າ​ໄວ້​ແລ້ວ​ນັ້ນ ນີ້​ແຫຼະ ເຮົາ​ຢູ່​ກັບ​ເຈົ້າ​ທັງຫລາຍ​ທຸກໆ​ວັນ​ຈົນ​ສິ້ນ​ໂລກນີ້.”


ຖ້າ​ພວກເຈົ້າ​ປະຕິບັດ​ຕາມ​ຂໍ້ຄຳສັ່ງ​ຂອງເຮົາ ພວກເຈົ້າ​ກໍ​ເປັນ​ມິດ​ສະຫາຍ​ຂອງເຮົາ.


ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ຕໍ່​ຄົນ​ຮັບໃຊ້​ວ່າ, “ເພິ່ນ​ບອກ​ພວກເຈົ້າ​ໃຫ້​ເຮັດ​ອັນ​ໃດ ຈົ່ງ​ເຮັດ​ຕາມ​ເດີ.”


ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຢ່າງໃດ ໂມເຊ​ໄດ້​ສັ່ງ​ໂຢຊວຍ​ຢ່າງນັ້ນ ແລະ​ໂຢຊວຍ​ກໍ​ປະຕິບັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ກັບ​ໂມເຊ​ທຸກປະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka