Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 17:1 - ພຣະຄຳພີສັກສິ

1 ຊຸມຊົນ​ອິດສະຣາເອນ​ທັງໝົດ ໄດ້​ອອກ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ໂດຍ​ເຄື່ອນຍ້າຍ​ໄປ​ເປັນ​ໄລຍະ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ເຣຟີດີມ ແຕ່​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ບໍ່ມີ​ນໍ້າ​ດື່ມ.

Uka jalj uñjjattʼäta Copia luraña




ອົບພະຍົບ 17:1
8 Jak'a apnaqawi uñst'ayäwi  

ແລ້ວ​ໂມເຊ​ກໍໄດ້​ນຳ​ປະຊາຊົນ​ອິດສະຣາເອນ​ຈາກ​ທະເລແດງ ມຸ້ງໜ້າ​ເຂົ້າ​ໄປ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ຊູເຣ. ພວກເຂົາ​ຍ່າງ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ເຖິງ​ສາມ​ມື້ ແຕ່​ບໍ່​ພົບ​ນໍ້າ.


ຊຸມຊົນ​ອິດສະຣາເອນ​ທັງໝົດ​ໄດ້​ເດີນທາງ​ອອກ​ຈາກ​ເອລິມ ແລະ​ໃນ​ມື້​ທີ​ສິບຫ້າ​ເດືອນ​ທີ​ສອງ​ຫລັງຈາກ​ໄດ້​ໜີ​ອອກ​ມາ​ຈາກ​ປະເທດ​ເອຢິບ ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ຖິ່ນ​ແຫ້ງແລ້ງ​ກັນດານ​ສີນ ຊຶ່ງ​ຢູ່​ລະຫວ່າງ​ເອລິມ​ແລະ​ພູເຂົາ​ຊີນາຍ.


ຊາວ​ອາມາເຫຼັກ​ໄດ້​ຍົກທັບ​ມາ​ຕີ​ຊາວ​ອິດສະຣາເອນ​ທີ່​ເຣຟີດີມ.


ໃນ​ບ່ອນ​ທີ່​ພວກເຂົາ​ຕັ້ງ​ຄ້າຍພັກ​ຢູ່​ນັ້ນ​ບໍ່ມີ​ນໍ້າ. ດັ່ງນັ້ນ ປະຊາຊົນ​ຈຶ່ງ​ມາ​ເຕົ້າໂຮມ​ກັນ​ອ້ອມ​ໂມເຊ​ກັບ​ອາໂຣນ


ເມື່ອໃດ​ເມກ​ລອຍ​ຂຶ້ນ​ໄປ ປະຊາຊົນ​ອິດສະຣາເອນ​ໄດ້​ມ້າງ​ຄ້າຍພັກ​ເມື່ອນັ້ນ ແລະ​ພວກເຂົາ​ກໍ​ຕັ້ງ​ຄ້າຍພັກ​ໃໝ່​ອີກ​ໃນ​ບ່ອນ​ທີ່​ເມກ​ລອຍ​ລົງ​ມາ.


ພວກເຂົາ​ຕັ້ງ​ຄ້າຍພັກ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ຫລື​ມ້າງ​ຄ້າຍພັກ​ກໍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະເຈົ້າຢາເວ, ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ຜ່ານ​ທາງ​ໂມເຊ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka