Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 16:8 - ພຣະຄຳພີສັກສິ

8 ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”

Uka jalj uñjjattʼäta Copia luraña




ອົບພະຍົບ 16:8
17 Jak'a apnaqawi uñst'ayäwi  

“ເຮົາ​ໄດ້ຍິນ​ຊາວ​ອິດສະຣາເອນ​ຈົ່ມຮ້າຍ​ຕໍ່​ເຮົາ​ແລ້ວ. ຈົ່ງ​ບອກ​ພວກເຂົາ​ວ່າ, ‘ໃນ​ມື້​ແລງ​ນີ້​ພວກເຂົາ​ຈະ​ມີ​ຊີ້ນ​ກິນ ແລະ​ໃນ​ຕອນເຊົ້າ​ພວກເຂົາ​ຈະ​ມີ​ເຂົ້າຈີ່​ກິນ​ຕາມ​ຄວາມ​ຕ້ອງການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’


ແລ້ວ​ໂມເຊ​ກໍ​ກ່າວ​ແກ່​ອາໂຣນ​ວ່າ, “ຈົ່ງ​ບອກ​ຊຸມຊົນ​ອິດສະຣາເອນ ເຂົ້າ​ມາ​ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ຍ້ອນ​ພຣະອົງ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຂົາ​ແລ້ວ.”


ພວກເຂົາ​ຈຶ່ງ​ຈົ່ມຮ້າຍ​ໃສ່​ໂມເຊ ແລະ​ເວົ້າ​ວ່າ, “ຫາ​ນໍ້າ​ໃຫ້​ພວກເຮົາ​ດື່ມ​ແມ!” ໂມເຊ​ຈຶ່ງ​ຕອບ​ວ່າ, “ເປັນຫຍັງ​ຈຶ່ງ​ພາກັນ​ຈົ່ມ? ເປັນຫຍັງ​ຈຶ່ງ​ທົດລອງ​ພຣະເຈົ້າຢາເວ?”


ຄົນໂງ່​ກໍ​ເວົ້າ​ຢ່າງ​ໂງ່ໆ ແລະ​ຄິດ​ຫາ​ເຮັດ​ແຕ່​ສິ່ງ​ຊົ່ວໆ. ສິ່ງ​ທີ່​ລາວ​ເຮັດ ແລະ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ ເປັນ​ການ​ໝິ່ນປະໝາດ​ພຣະເຈົ້າຢາເວ​ທັງນັ້ນ ແລະ​ລາວ​ກໍ​ບໍ່ເຄີຍ​ໃຫ້​ອາຫານ​ແກ່​ຄົນ​ທີ່​ອຶດຫິວ ແລະ​ໃຫ້​ນໍ້າ​ດື່ມ​ແກ່​ຄົນ​ທີ່​ກະຫາຍ.


ເຮົາ​ໄດ້​ຮັບ​ລາຍງານ​ເຖິງ​ຄວາມ​ໂກດແຄ້ນ ແລະ​ຄວາມ​ຈອງຫອງ​ຂອງ​ເຈົ້າ; ບັດນີ້ ເຮົາ​ຈະ​ເອົາ​ເບັດ​ເກາະ​ດັງ​ເຈົ້າ, ຈະ​ເອົາ​ບັງຫຽນ​ໃສ່​ປາກ​ເຈົ້າ ແລະ​ພາ​ກັບຄືນ​ໄປ​ທາງ​ເກົ່າ​ທີ່​ເຈົ້າ​ມາ.”


ບັດນີ້ ຈົ່ງ​ບອກ​ປະຊາຊົນ​ວ່າ, ‘ໃນ​ມື້ອື່ນ​ໃຫ້​ພວກເຈົ້າ​ເຮັດ​ພິທີ​ຊຳລະ​ຕົນເອງ. ພວກເຈົ້າ​ຈະ​ມີ​ຊີ້ນ​ກິນ ເພາະ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມທຸກ. ພຣະອົງ​ຮູ້​ວ່າ​ພວກເຈົ້າ​ຢາກ​ກິນ​ຊີ້ນ ແລະ​ເວົ້າ​ວ່າ​ຢູ່​ປະເທດ​ເອຢິບ​ພຸ້ນ​ສະບາຍ​ກວ່າ. ບັດນີ້ ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ ແລະ​ພວກເຈົ້າ​ຈະ​ຕ້ອງ​ກິນ​ຊີ້ນ​ນີ້.


“ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ


ປະຊາຊົນ​ຈຶ່ງ​ພາກັນ​ມາ​ຫາ​ໂມເຊ​ແລະ​ກ່າວ​ວ່າ, “ພວກເຮົາ​ເຮັດ​ບາບ​ແລ້ວ ເມື່ອ​ຈົ່ມຮ້າຍ​ໃສ່​ພຣະເຈົ້າຢາເວ ແລະ​ຈົ່ມຮ້າຍ​ໃສ່​ທ່ານ. ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ໃຫ້​ໄລ່​ງູພິດ​ເຫຼົ່ານີ້​ໜີໄປ​ເຖີດ.” ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ.


“ຜູ້​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


ພຣະເຢຊູເຈົ້າ​ໄດ້​ຮູ້​ຄວາມ​ຄິດ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ໄດ້​ກ່າວ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຄິດ​ບໍ່​ດີ​ເຊັ່ນ​ນີ້?


“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ທີ່​ຕ້ອນຮັບ​ຜູ້​ທີ່​ເຮົາ​ໃຊ້​ໄປ ກໍ​ຕ້ອນຮັບ​ເຮົາ​ເໝືອນກັນ ແລະ​ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.”


ເຫດສະນັ້ນ ຜູ້ໃດ​ທີ່​ຕໍ່ຕ້ານ​ອຳນາດ​ການ​ປົກຄອງ ກໍ​ຕໍ່ຕ້ານ​ຜູ້​ທີ່​ພຣະເຈົ້າ​ໄດ້​ແຕ່ງຕັ້ງ​ຂຶ້ນ ແລະ​ຜູ້ໃດ​ທີ່​ກະທຳ​ເຊັ່ນນັ້ນ ຈະ​ຖືກ​ພິພາກສາ​ລົງໂທດ.


ພວກເຈົ້າ​ຢ່າ​ຈົ່ມ ດັ່ງ​ທີ່​ບາງຄົນ​ໃນ​ພວກ​ນັ້ນ​ໄດ້​ຈົ່ມ ແລະ​ພວກເຂົາ​ກໍ​ຖືກ​ທຳລາຍ​ດ້ວຍ​ເພັດຊະຄາດ.


ດ້ວຍເຫດນີ້ ຜູ້​ທີ່​ຝ່າຝືນ​ນັ້ນ​ກໍ​ບໍ່​ໄດ້​ຝ່າຝືນ​ຕໍ່​ມະນຸດ ແຕ່​ຝ່າຝືນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ເຈົ້າ​ທັງຫລາຍ.


ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຟັງ​ທຸກໆ​ສິ່ງ​ທີ່​ປະຊາຊົນ​ເວົ້າ​ຕໍ່​ເຈົ້າ. ພວກເຂົາ​ບໍ່ໄດ້​ປະຖິ້ມ​ເຈົ້າ, ແຕ່​ໄດ້​ປະຖິ້ມ​ເຮົາ​ຕ່າງຫາກ ໂດຍ​ບໍ່​ຍອມ​ຮັບ​ເອົາ​ເຮົາ​ເປັນ​ເຈົ້າຊີວິດ​ຂອງ​ພວກເຂົາ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka