Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 16:7 - ພຣະຄຳພີສັກສິ

7 ໃນ​ຕອນເຊົ້າ ພວກເຈົ້າ​ຈະ​ໄດ້​ເຫັນ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ. ພຣະເຈົ້າຢາເວ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ຕໍ່ສູ້​ພຣະອົງ ແນ່ນອນ​ແມ່ນ​ພວກເຈົ້າ​ໄດ້​ຈົ່ມ​ຕໍ່ສູ້​ພຣະອົງ​ແທ້ ເພາະ​ພວກເຮົາ​ທັງສອງ​ເປັນ​ພຽງແຕ່​ຜູ້​ປະຕິບັດ​ຕາມ​ຄຳແນະນຳ​ຂອງ​ພຣະອົງ​ເທົ່ານັ້ນ.”

Uka jalj uñjjattʼäta Copia luraña




ອົບພະຍົບ 16:7
17 Jak'a apnaqawi uñst'ayäwi  

ໃນ​ຂະນະທີ່​ອາໂຣນ​ກຳລັງ​ກ່າວ​ແກ່​ຊຸມຊົນ​ອິດສະຣາເອນ​ຢູ່​ນັ້ນ ພວກເຂົາ​ຕ່າງ​ກໍ​ຫັນໜ້າ​ແນມ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ໃນ​ທັນໃດນັ້ນ ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ປາກົດ​ຂຶ້ນ​ໃນ​ເມກ.


“ເຮົາ​ໄດ້ຍິນ​ຊາວ​ອິດສະຣາເອນ​ຈົ່ມຮ້າຍ​ຕໍ່​ເຮົາ​ແລ້ວ. ຈົ່ງ​ບອກ​ພວກເຂົາ​ວ່າ, ‘ໃນ​ມື້​ແລງ​ນີ້​ພວກເຂົາ​ຈະ​ມີ​ຊີ້ນ​ກິນ ແລະ​ໃນ​ຕອນເຊົ້າ​ພວກເຂົາ​ຈະ​ມີ​ເຂົ້າຈີ່​ກິນ​ຕາມ​ຄວາມ​ຕ້ອງການ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.”’


ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”


ແລະ​ພວກເຂົາ​ໄດ້​ເຫັນ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ລຸ່ມ​ຕີນ​ຂອງ​ພຣະອົງ​ມີ​ສິ່ງ​ໜຶ່ງ​ປູ​ໄວ້ ເປັນ​ຄື​ແກ້ວໄພທູນ​ສະຫງ່າ​ແຈ່ມໃສ​ດັ່ງ​ທ້ອງຟ້າ.


ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ລົງ​ມາ​ທີ່​ເທິງ​ພູເຂົາ​ຊີນາຍ. ໃນ​ສາຍ​ຕາ​ຂອງ​ຊາວ​ອິດສະຣາເອນ​ແລ້ວ ແສງ​ນັ້ນ​ເບິ່ງ​ຄື​ໄຟ​ທີ່​ກຳລັງ​ໄໝ້​ເທິງ​ພູເຂົາ. ເມກ​ໄດ້​ປົກຄຸມ​ພູ​ຢູ່​ເປັນ​ເວລາ​ຫົກ​ວັນ ແລະ​ໃນ​ວັນ​ທີ​ເຈັດ ພຣະເຈົ້າຢາເວ​ໄດ້​ເອີ້ນ​ໂມເຊ​ຈາກ​ເມກ​ທີ່​ປົກຄຸມ​ນັ້ນ.


ຕໍ່ມາ ເມກ​ໄດ້​ມາ​ປົກຄຸມ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປົກຄຸມ​ເຕັມ​ຢູ່​ທີ່​ຫໍເຕັນ​ສັກສິດ​ນັ້ນ.


ຖິ່ນ​ແຫ້ງແລ້ງ​ຈະ​ຂັບຮ້ອງ​ບົດເພງ​ຢ່າງ​ຊື່ນໃຈ ຈະ​ເປັນ​ທີ່​ສວຍງາມ​ວິໄລ​ດັ່ງ​ພູ​ເລບານອນ​ພຸ້ນ. ແລະ​ເປັນ​ດັ່ງ​ທົ່ງຫຍ້າ​ທີ່​ອຸດົມສົມບູນ​ດີ ຂອງ​ພູ​ກາເມນ ແລະ​ທົ່ງ​ຊາໂຣນ​ດ້ວຍ. ທຸກຄົນ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ໃດ ຄື​ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.


ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ປາກົດ​ແຈ້ງ ທຸກ​ປະຊາຊາດ​ກໍ​ຈະ​ໄດ້​ເຫັນ​ພຣະ​ສະຫງ່າຣາສີ​ນັ້ນ ປາກ​ຂອງ​ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ໄວ້.”


ໂມເຊ​ໄດ້​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຈົ້າ​ເຮັດ​ສິ່ງ​ທັງໝົດ​ນີ້ ເພື່ອ​ວ່າ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ປາກົດ​ແກ່​ພວກເຈົ້າ.”


ຊຸມຊົນ​ທັງໝົດ​ກຳລັງ​ຈະ​ໃຊ້​ຫີນ​ແກວ່ງ​ໃສ່​ໂມເຊ​ແລະ​ອາໂຣນ​ໃຫ້​ຕາຍ, ແຕ່​ໃນ​ທັນໃດນັ້ນ ປະຊາຊົນ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ທີ່​ເທິງ​ຫໍເຕັນ​ບ່ອນ​ຊຸມນຸມ.


“ຄົນຊົ່ວ​ເຫຼົ່ານີ້ ຈະ​ຈົ່ມຮ້າຍ​ໃສ່​ເຮົາ​ໄປ​ອີກ​ດົນນານ​ປານໃດ? ເຮົາ​ໄດ້ຍິນ​ສຽງ​ຈົ່ມຮ້າຍ​ເຫຼົ່ານັ້ນ​ພຽງພໍ​ແລ້ວ


ເມື່ອ​ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ອາໂຣນ​ກໍ​ສໍ່າ​ກັບ​ວ່າ ພວກເຈົ້າ​ກ່າວ​ຮ້າຍ​ໃສ່​ພຣະເຈົ້າຢາເວ ອົງ​ທີ່​ພວກເຈົ້າ​ແລະ​ພັກພວກ​ກຳລັງ​ກະບົດ​ຕໍ່ສູ້​ຢູ່​ນີ້.”


ຫລັງຈາກ​ທີ່​ພວກເຂົາ​ໄດ້​ມາ​ເຕົ້າໂຮມ​ກັນ ເພື່ອ​ປະທ້ວງ​ໂມເຊ​ກັບ​ອາໂຣນ​ແລ້ວ ພວກເຂົາ​ຕ່າງ​ກໍ​ຫັນ​ໜ້າ​ໄປ​ທາງ​ຫໍເຕັນ​ບ່ອນ​ຊຸມນຸມ; ພວກເຂົາ​ຈຶ່ງ​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປາກົດ​ຂຶ້ນ.


ແລ້ວ​ໄມ້ຄ້ອນເທົ້າ​ຂອງ​ໃຜ​ທີ່​ເຮົາ​ໄດ້​ເລືອກ​ເອົາ ກໍ​ຈະ​ອອກ​ດອກ. ດ້ວຍ​ວິທີ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ຊາວ​ອິດສະຣາເອນ​ເຊົາ​ຈົ່ມຮ້າຍ​ໃສ່​ພວກເຈົ້າ.”


ເມື່ອ​ພຣະເຢຊູເຈົ້າ​ໄດ້ຍິນ​ດັ່ງນັ້ນ​ແລ້ວ ພຣະອົງ​ຈຶ່ງ​ກ່າວ​ວ່າ, “ການ​ປ່ວຍ​ຂອງ​ລາຊະໂຣ​ນີ້ ບໍ່​ເຖິງ​ແກ່​ຄວາມ​ຕາຍ​ດອກ ແຕ່​ເກີດ​ຂຶ້ນ​ເພື່ອ​ນຳ​ກຽດຕິຍົດ​ແກ່​ພຣະເຈົ້າ ແລະ​ເພື່ອ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ກຽດຕິຍົດ​ເພາະ​ການ​ປ່ວຍ​ນີ້.”


ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຄົງ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka