Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 16:6 - ພຣະຄຳພີສັກສິ

6 ດັ່ງນັ້ນ ໂມເຊ​ແລະ​ອາໂຣນ​ຈຶ່ງ​ບອກ​ຊາວ​ອິດສະຣາເອນ​ໝົດ​ທຸກຄົນ​ວ່າ, “ໃນ​ຕອນ​ຄໍ່າ​ນີ້ ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮູ້​ຄັກ​ວ່າ ແມ່ນ​ພຣະເຈົ້າຢາເວ​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ອົບພະຍົບ 16:6
14 Jak'a apnaqawi uñst'ayäwi  

ດັ່ງ​ຄົນລ້ຽງແກະ​ຜູ້ໜຶ່ງ​ທີ່​ນຳ​ປະຊາຊົນ​ຂອງຕົນ ໂດຍ​ມີ​ໂມເຊ​ແລະ​ອາໂຣນ​ເປັນ​ຜູ້​ຮັບຜິດຊອບ.


ແຕ່​ປະຊາຊົນ​ຂອງເຮົາ​ບໍ່​ຍອມ​ຮັບ​ຟັງ​ເຮົາ​ເລີຍ ຊາວ​ອິດສະຣາເອນ​ບໍ່ເຄີຍ​ເຊື່ອຟັງ​ເຮົາ​ຈັກເທື່ອ.


ໃນ​ວັນ​ນັ້ນ​ເອງ ພຣະເຈົ້າຢາເວ​ໄດ້​ນຳ​ຊາວ​ອິດສະຣາເອນ​ເຜົ່າ​ຕ່າງໆ​ອອກ​ໄປ​ຈາກ​ດິນແດນ​ປະເທດ​ເອຢິບ.


ພວກເຂົາ​ເວົ້າ​ວ່າ, “ພວກເຮົາ​ຢາກ​ໃຫ້​ພຣະເຈົ້າຢາເວ​ຂ້າ​ພວກເຮົາ​ຖິ້ມ​ຢູ່​ປະເທດ​ເອຢິບ ບ່ອນ​ທີ່​ພວກເຮົາ​ໄດ້​ກິນ​ເຂົ້າ​ປາ​ອາຫານ​ເຕັມອີ່ມ​ພຸ້ນ​ສາ! ແຕ່​ທ່ານ​ຊໍ້າພັດ​ນຳ​ພວກເຮົາ​ມາ​ອຶດ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນີ້.”


ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ວ່າ ໂມເຊ​ພັກ​ຢູ່​ເທິງ​ພູເຂົາ​ດົນນານ​ໂພດ ພວກເຂົາ​ຈຶ່ງ​ໄດ້​ເຕົ້າໂຮມ​ກັນ​ອ້ອມ​ອາໂຣນ ແລະ​ເວົ້າ​ຂຶ້ນ​ວ່າ, “ພວກເຮົາ​ບໍ່​ຮູ້​ວ່າ ມີ​ຫຍັງ​ເກີດຂຶ້ນ​ກັບ​ໂມເຊ ຜູ້​ທີ່​ນຳ​ພວກເຮົາ​ອອກ​ມາ​ຈາກ​ປະເທດ​ເອຢິບ; ສະນັ້ນ ຈົ່ງ​ເຮັດ​ຮູບ​ພະ ໃຫ້​ນຳພາ​ພວກເຮົາ​ສາ.”


ແຕ່​ໂມເຊ​ໄດ້​ວິງວອນ​ຂໍ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຕົນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໂກດຮ້າຍ​ຢ່າງ​ຮຸນແຮງ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ຊ່ວຍ​ກູ້​ເອົາ​ອອກ​ມາ​ຈາກ​ປະເທດ​ເອຢິບ ດ້ວຍ​ຣິດເດດ​ອຳນາດ​ອັນ​ຍິ່ງໃຫຍ່​ແລະ​ມະຫັດສະຈັນ​ຂອງ​ພຣະອົງ?


ແລ້ວ​ພຣະເຈົ້າຢາເວ​ໄດ້ກ່າວ​ຕໍ່​ໂມເຊ​ວ່າ, “ຟ້າວ​ກັບ​ລົງ​ໄປ​ດຽວ​ນີ້ ເພາະ​ປະຊາຊົນ​ຂອງ​ເຈົ້າ ຄື​ພວກ​ທີ່​ເຈົ້າ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ໄດ້​ເຮັດ​ບາບ ແລະ​ປະຖິ້ມ​ເຮົາ​ສາ​ແລ້ວ.


ສະນັ້ນ ຈົ່ງ​ບອກ​ຊາວ​ອິດສະຣາເອນ​ດັ່ງນີ້​ວ່າ, ‘ເຮົາ​ແມ່ນ​ພຣະເຈົ້າຢາເວ ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ ແລະ​ປົດປ່ອຍ​ພວກເຈົ້າ​ໃຫ້​ເປັນ​ອິດສະຫລະ ຈາກ​ການ​ເປັນ​ທາດຮັບໃຊ້​ຂອງ​ຊາວ​ເອຢິບ. ເຮົາ​ຈະ​ໃຊ້​ຣິດອຳນາດ​ອັນ​ແກ່ກ້າ​ຂອງເຮົາ ລົງໂທດ​ພວກເຂົາ​ຢ່າງ​ຮຸນແຮງ ແລະ​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ.


ເຮົາ​ຈະ​ຮັບ​ເອົາ​ພວກເຈົ້າ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຈົ້າ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ເມື່ອ​ເຮົາ​ປົດປ່ອຍ​ພວກເຈົ້າ​ອອກ​ຈາກ​ການ​ເປັນ​ທາດຮັບໃຊ້​ໃນ​ປະເທດ​ເອຢິບ.


ໂມເຊ​ກ່າວ​ຕໍ່​ປະຊາຊົນ​ວ່າ, “ດ້ວຍ​ວິທີ​ນີ້ ພວກເຈົ້າ​ຈຶ່ງ​ຈະ​ຮູ້​ວ່າ ພຣະເຈົ້າຢາເວ​ໄດ້​ໃຊ້​ຂ້າພະເຈົ້າ​ມາ​ເຮັດ​ສິ່ງ​ທັງໝົດ​ນີ້ ແລະ​ຂ້າພະເຈົ້າ​ບໍ່ໄດ້​ເລືອກ​ເຮັດ​ເອງ.


ແຕ່​ຖ້າ​ພຣະເຈົ້າຢາເວ​ຫາກ​ເຮັດ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ພວກເຈົ້າ​ບໍ່ເຄີຍ​ເຫັນ ແລະ​ພື້ນດິນ​ຍະ​ກືນກິນ​ພວກເຂົາ​ພ້ອມ​ກັບ​ທຸກສິ່ງ​ທີ່​ເປັນ​ຂອງ​ພວກເຂົາ ເພື່ອ​ໃຫ້​ລົງ​ໄປ​ສູ່​ແດນ​ມໍຣະນາ; ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ຄົນ​ພວກ​ນີ້​ໄດ້​ໝິ່ນປະໝາດ​ຢຽບ​ຢໍ່າ​ພຣະເຈົ້າຢາເວ​ໄປ​ເສຍ​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka